ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເຖິງຜູ້ປະກອບການລາຍຍ່ອຍ ທີ່ເຄື່ອນໄຫວກິດຈະການຢູ່ພາຍໃນ ເຂດເສດຖະກິດພິເສດສາມຫຼ່ຽມຄໍາ ຕ້ອງເບິ່ງແຍງ ສຸຂະພາບ, ກິນຢູ່ຂອງພະນັກງານ ໃນຊ່ວງທີ່ມີແຈ້ງການລ໋ອກດາວ

752

ວັນທີ7 ສິງຫາ 2021, ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ໄດ້ອອກແຈ້ງການເຖິງ: ບັນດາຫົວໜ່ວຍທຸລະກິດ, ຜູ້ປະກອບການລາຍຍ່ອຍ, ທີ່ເຄື່ອນໄຫວກິດຈະການຢູ່ພາຍໃນ ເຂດເສດ ຖະກິດພິເສດສາມຫຼ່ຽມຄໍາເລື່ອງ: ການຄຸ້ມຄອງແຮງງານທີ່ຢູ່ໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ໃນຊວງທີ່ມີການລ໋ອກດາວ 14 ວັນ ( 02-15 ສິງຫາ 2021 ).

ເພື່ອເຮັດໃຫ້ການຄຸ້ມຄອງແຮງງານ ທັງພາຍໃນ ແລະ ຕ່າງປະເທດ ໃຫ້ໄດ້ຮັບການຄຸ້ມຄອງໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ແລະ ການຊ່ວຍເຫຼືອໃຫ້ຖ່ວງທັນກັບສະພາບການໃນຊວງທີ່ມີການລ໋ອກດາວ 14 ວັນ ທີ່ທາງຄະນະສະເພາະກິດຂອງ ແຂວງບໍ່ແກ້ວ ມີແຈ້ງການລ໋ອກດາວ ຂພສ ສາມຫຼ່ຽມຄໍາ ໃນລະຫວ່າງວັນທີ 02-15 ສິງຫາ 2021; ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຂໍອອກແຈ້ງການດັ່ງນີ້:

1. ບໍລິສັດ, ຜູ້ປະກອບການ ທີ່ດຳເນີນທຸລະກິດຢູ່ພາຍໃນ ເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ຕ້ອງມີຄວາມຮັບຜິດຊອບໃນການເບີ່ງແຍງດູແລດ້ານສຸຂະພາບ, ການກິນຢູ່ພັກເຊົາ ຂອງພະນັກງານ, ກໍາມະກອນຂອງຕົນໃນຊວງທີ່ມີແຈ້ງການລ໋ອກດາວ 14 ວັນ
2. ພະນັກງານ, ກໍາມະກອນຕ້ອງໄດ້ມີສະຕິຕໍ່ການປະຕິບັດໜ້າທີ່ຕາມລະບຽບການຕ່າງໆຂອງບໍລິສັດ ແລະ ຜູ້ປະກອບການ ວາງອອກ

3. ກໍລະນີຫາກບໍລິສັດ, ຜູ້ປະກອບການ ບໍ່ມີຄວາມຮັບຜິດຊອບຕໍ່ຊີວິດການເປັນຢູ່ຂອງພະນັກງານ, ກຳມະກອນຂອງຕົນ ໃນຊ່ວງທີ່ມີການລ໋ອກຖາວນີ້ ຈະຖືກປະຕິບັດມາດຕະການຕໍ່ຜູ້ລະເມີດສິດໃນການນໍາໃຊ້ແຮງງານ, ຕາມລະບຽບກົດໝາຍທີ່ວາງອອກ
4. ສໍາລັບແຮງງານ, ກໍາມະກອນ ຫາກມີຄວາມຂາດເຂີນທາງດ້ານອາຫານການກິນ, ແຮງງານບໍ່ໄດ້ຮັບການປົກປ້ອງສິດ, ຂາດການເບີ່ງແຍງດູແລ, ຂາດຄວາມຮັບຜິດຊອບຂອງບໍລິສັດ ໃຫ້ປະສານຫາໜ່ວຍສະເພາະກິດ ຕາມເບີໂທປະສານ, ດັ່ງນີ້:

ໜ່ວຍງານຄຸ້ມຄອງແຮງງານ (ສະໜອງສະບຽງອາຫານ)  ທ່ານ ຄໍາສະຫວາດ ແກ້ວປັນຍາ, 020 23653656, ທ່ານ ບຸນເຖິງ ແກ້ວຄໍາເພັງ 020 55787983 ທ່ານ ໂຕກຽວ ແກ້ວ ກຸນນະບຸດ 020 22381221; ທ່ານ ນ. ອາລິສາ ກັນສະນິດ020 55400666.

ໜ່ວຍໄກ່ເກຍ: ທ່ານ ສົມພອນ ສຸທໍາ 020 59353656, ທ່ານ ພູທົງ ນິລັນດອນ 020 55539810, ທ່ານ ວິລະສອນ ທອງສະຫວັດ 020 55783009,  ທ່ານ ວັນນະໄຊ ທຳມະເຈດີ 020 22380972.

ດັ່ງນັ້ນ, ຄະນະຄຸ້ມຄອງ ເຂດເສດຖະກິດພິເສດ ແຂວງບໍ່ແກ້ວ ຈຶ່ງແຈ້ງມາຍັງບັນດາບໍລິສັດ, ຜູ້ປະກອບການ,ພະນັກງານ, ກໍາມະກອນ ທີ່ອາໃສຢູ່ພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄໍາ ເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດ ຕາມເນື້ອໃນແຈ້ງການສະບັບນີ້ຢ່າງເຂັ້ມງວດ.