ຜູ້ຊະນະເລີດ ເດາະບານຊີງເງິນລ້ານ ໄດ້ຮັບລາງວັນຢ່າງເປັນທາງການມູນຄ່າສູງເຖິງ 6 ລ້ານກວ່າກີບ (ມີຄລິບ)

689

ການແຂ່ງຂັນເດາະບານຊີງເງິນລ້ານໃນຫົວຂໍ້ທີ່ວ່າ “ຢຸດເຊື້ອ ເພື່ອຊາດ ເດາະບານຢູ່ບ້ານ ລຸ້ນເງິນລ້ານ ກັບ  ສຸກອາພອນ ວົງຈຽນຄຳ” ສໍາເລັດຢ່າງເປັນທາງການເມື່ອທ້າຍເດືອນກໍລະກົດ 2021 ຫຼ້າສຸດໃນວັນທີ 6 ສິງຫາ 2021 ທີ່ບໍລິສັດ foodpanda ທີ່ບ້ານສີດໍາດວນ ເມືອງຈັນທະບູລີ ໄດ້ມີພິທີມອບລາງວັນໃຫ້ອັນດັບ 1 ຫາ 3 ຂຶ້ນຢ່າງເປັນທາງການໂດຍໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ອາບຣາຮັມ ເກດສະໜາ ໄຊຍະວົງ Head of Marketing ຂອງບໍລິສັດ ເດລີເວີຣີ ຮີໂຣ ( ລາວ ) ຈໍາກັດຜູ້ດຽວ ( foodpanda ), ທ່ານ ບູ້​ສະ​ໄຫມ ບຸ​ດ​ທະ​ວົງ ຄະ​ນະ​ບໍ​ລິ​ຫານ ຜະ​ລິດ​ພັນເຄື່ອງ​ກິ​ລ​າ ອີ​ໂວ້, ຕາງໜ້າຈາກບໍລິສັດ ຮຸ່ງອາລຸນ ຂົນສົ່ງດ່ວນ, ທະນາຄານຮ່ວມພັດທະນາ ( JDB) ແລະ ຜູ້ສະໜັບສະໜູນອື່ນໆ ພ້ອມດ້ວຍແຂກທີ່ຖືກເຊີນ ແລະ ສື່ມວນຊົນເຂົ້າຮ່ວມຢ່າງພ້ອມພຽງ.

ສໍາລັບການແຂ່ງຂັນເດາະບານຊີງເງິນລ້ານ ມີນັກກີລາເຂົ້າຮ່ວມທັງໝົດ 50 ຄົນ ກ່ອນຄັດເອົາ 25 ຄົນເຂົ້າຮອບ 2 ແລະ ຄັດເອົາ 10 ຄົນສຸດທ້າຍເຂົ້າຮອບສຸດທ້າຍ, ເຊິ່ງຮອບສຸດທ້າຍແຂ່ງຂັນໃນວັນທີ 30 ກໍລະກົດ 2021 ເຊິ່ງໂຈດຮອບສຸດທ້າຍຍາກພໍສົມຄວນຄື: ເດາະບານໂຊລີລາ ໂດຍບານຕ້ອງບໍ່ຕົກ ໃຜມີທ່າຫຼາຍສຸດແມ່ນຈະເປັນແຊ້ມດາະບານເງິນລ້ານ; ໃນຮອບນີ້ແມ່ນຈະໃຫ້ຜູ້ເເຂ່ງຂັນສົ່ງຄລິບເດາະໂຊລີລາຂອງໂຕເອງໃຫ້ທີມງານ ໂດຍບໍ່ໃຫ້ກາຍມື້ທີທີມງານກຳນົດໄວ້ ແລະ ຄລິບຕ້ອງບໍ່ຜ່ານການຕັດຕໍ່ ຫຼື ແກ້ໄຂເດັດຂາດ; ຕ້ອງໃຊ້ໝາກບານທີ່ສູບຕຶງທີ່ໃຊ້ສຳລັບແຂ່ງຂັນເຕະບານຫ້າມໃຊ້ບານແວບ ຫຼື ລັກສະນະທີ່ບໍ່ໄດ້ໃຊ້ສຳລັບການແຂ່ງຂັນເຕະບານ ແລະ ເກີບທີ່ໃຊ້ເດາະໃຊ້ເກີບຫຍັງກໍໄດ້ທີ່ນັກກີລາຖະໜັດທີ່ສຸດ ຜ່ານການແຂ່ງຂັນປາກົດວ່າ:
ສຳພະສິດ ຫຼວງອາໄພ ຕົວແທນຈາກນະຄອນຫຼວງ ຄືຜູ້ຊະນະເລີດອັນດັບ1 ແຊັມເດາະບານເງິນລ້ານຄົນທຳອິດຂອງປະເທດລາວ ຮັບລາງວັນລວມມູນຄ່າ 6.200.000 ກີບ ( ເງິນສົດ 2.000.000 ກີບ ພ້ອມບັດ ແທນເງິນສົດຈາກ Evo 1.000.000 ກີບ, ບັດສັ່ງອາຫານຈາກ Food panda 1.800.000 ກີບ ແລະ ດື່ມໂຄກຟຣີ 1 ປີ ).

ສອນເພັດ ຮຸ່ງມີໄຊ ຕົວແທນຈາກແຂວງ ຫຼວງພະບາງຄືຜູ້ໄດ້ຮອງຊະນະເລີດ ຮັບລາງວັນລວມ ມູນຄ່າ 3.400.000 ກີບ ( ເງິນສົດ 1.000.000 ກີບ ພ້ອມບັດແທນເງິນສົດຈາກ Evo 500.000 ກີບ. ບັດສັ່ງອາຫານຈາກ Food panda 1.200.000ກີບ ແລະ ດື່ມໂຄກຟຣີ 6 ເດືອນ ).

ວິລະກອນ ວິໄລທອງ (ບຣູໂນ້) ຕົວແທນຈາກ ນະຄອນຫຼວງວຽງຈັນ ອັນດັບ 3, ຮັບລາງວັນລວມ ມູນຄ່າ 1.700.000 ກີບ ເງິນສົດ 500.000 ກີບ ພ້ອມບັດແທນເງິນສົດຈາກ Evo 300.000 ກີບ, ບັດສັ່ງອາຫານຈາກ Food panda 600.000 ກີບ ແລະ ດື່ມໂຄກຟຣີ 3ເດືອນ.

ຄລິບມອບລາງວັນ ແລະ ເດາະບານໂຊ

ຂ່າວ-ຮູບ: ຫຼ້າ MKP