ຄະນະສະເພາະກິດຖະແຫຼງຂ່າວປະຈຳວັນທີ7 ສິງຫາວ່າ: ວັນທີ6 ສິງຫາ 2021 ທົ່ວປະເທດ ໄດ້ມີການເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງຫມົດ 3.884 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃຫມ່ 354 ຄົນ. ໃນນີ້ຕິດເຊື້ອພາຍໃນແຂວງ ຈໍານວນ 27 ຄົນ ຄື: ບໍ່ແກ້ວ 13 ຄົນ, ແຂວງວຽງຈັນ 5 ຄົນ, ໄຊຍະບູລີ 5 ຄົນ ແລະ ຈໍາປາສັກ 4 ຄົນ ແມ່ນເປັນຜູ້ສໍາຜັດໃກ້ຊີດກັບຜູ້ຕິດເຊື້ອເກົ່າໃນໄລຍະຜ່ານມາ.
ສ່ວນກໍລະນີນຳເຂົ້່າ ຈາກ ສະຫວັນນະເຂດ 153 ຄົນ, ຈາປາສັກ 70 ຄົນ, ຄາມ່ວນ 51 ຄົນ, ນະຄອນຫຼວງວຽງຈັນ 49 ຄົນ, ວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄໍາໄຊ 1 ຄັນແມ່ນແຮງງານລາວທີ່ ເດີນທາງກັບຄືນມາຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາຖືກຕ້ອງຕາມລະບຽບຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈໍາກັດບໍລິເວນຢູ່ສູນຈໍາກັດ ບໍລິເວນຂອງແຂວງ, ເມື່ອຜົນກວດເປັນຜົນບວກພວກກ່ຽວໄດ້ ຖືກນໍາສົ່ງໄປປິ່ນປົວຢູ່ ສະຖານທີ່ປິ່ນປົວ ທີ່ຖືກກໍານົດໄວ້.
ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມໃນ ສປປ ລາວ ຮອດປະຈຸບັນ ແມ່ນ 8.132 ຄົນ, ມີຈໍານວນ ເສຍຊີວິດສະສົມ 8 (ໃຫມ່ 1 ແຂວງ ຈໍາປາສັກ) ຍັງສືບຕໍ່ປິ່ນປົວ3.946 ຄົນ.
ສໍາລັບ ສປປລາວ ເຫັນວ່າ ການລາຍງານການຕິດເຊື້ອໃນ ພະຍາດ COVID-19 ໃນແຮງງານເດີນທາງເຂົ້າມາສປປລາວ ແມ່ນ ເພີ່ມຂຶ້ນຢ່າງຕໍ່ເນື່ອງຢູ່ຫຼາຍແຂວງ ໃນທົ່ວປະເທດ , ສົມທຽບຄວາມແຕກຕ່າງ ການຕິດເຊື້ອໃນກຸ່ມຄົນ ເດີນມທາງ ເຂົ້າ ປະເທດ ແຕ່ເດືອນ ມິຖຸນາ 2021 ( 169 ຄົນ) ເດືອນ ກໍລະກົດ 2021 (4 ພັນກວ່າຄົນ ) ແລະ ສໍາລັບເດືອນ ເດືອນສິງຫາ ເລີ່ມແຕ່ ວັນທີ 1 ຮອດປະຈຸບັນ ເຫັນວ່າມີຜູ້ຕິດເຊື້ອ ໃນແຮງງານເດີນທາງ ເຂົ້າມາ ເຖິງ 1 ພັນກວ່າຄົນ ຖືວ່າເປັນການຕີດເຊື້ອທີ່ສູງ ພຽງໃນໄລຍະອາທິດທໍາອິດ ຂອງເດືອນເທົ່ານັ້ນ;
ພ້ອມດຽວກັນປະເທດໃກ້ຄຽງ ກັບສປປລາວ ແມ່ນຍັງສືບຕໍ່ມີການລະບາດຂອງພະຍາດໂຄວິດ 19 ອອກເປັນວົງກວ້າງໃນຊຸມຊົນ ແລະ ສະພາບການລະບາດ ຍັງບໍ່ມີທ່າອຽງທີ່ຈະຫຼຸດລົງ ບາງປະເທດຕິດເຊື້ອມື້ດຽວ 2 ຫມື່ນກ່ວງຄົນ(ໄທ) ເສຍຊີວິດ ເກືອບ 300 ຄົນໃນມື້ດຽວ (ຫວຽດນາມ) ແລະ ໃນແຕ່ລະວັນແມ່ນຍັງມີຜູ້ເດີນທາງຈາກ ປະເທດ ເຫຼົ່ານັ້ນ ເຂົ້າມາ ສປປລາວ.