ຄວາມ​ຕ້ອງ​ການເງິນ​ຕາ​ຕ່າງ​ປະ​ເທດ​​ມີ​ຫຼາຍກວ່າ​ຄວາມ​ສາ​ມາດ​ໃນ​ການ​ສະ​ໜອງ​ ເປັນແຮງກົດດັນ​ໃຫ້ເງິນ​ກີບອ່ອນ​ຄ່າ​

935

ທ່ານ ສອນ​ໄຊ ສິດ​ພະ​ໄຊ ຜູ້​ວ່າ​ການ​ທະ​ນາ​ຄານ​ແຫ່ງ ​ສປປ ລາວ (ທ​ຫລ) ໄດ້​ຊີ້​ແຈງ​ບັນ​ຫາ​ວຽກ​ງານ​ທະ​ນາ​ຄານຕໍ່​ກອງ​ປະ​ຊຸມ​ ສະ​ໄໝ​ວິ​ສາ​ມັນເທື່ອ​ທີ 1 ຂອງ​ສະ​ພາ​ແຫ່ງ​ຊາດຊຸດ​ທີ IX.


ທ່ານ ຜູ້​ວ່າ​ການ ທ​ຫລ ກ່າວວ່າ: ​ໃນ​ປີ 2021​ ນີ້​ ບັນ​ຫາ​ອັດ​ຕາ​ແລກ​ປ່​ຽນ​ເປັນ​ສິ່ງ​ທ້າ​ທາຍ​​ຕໍ່​ເສດ​ຖະ​ກິດ​ຂອງ ສ​ປ​ປ ລາວ ​ໂດຍ​ສະ​ເພາະ​ໃນ​ໄລ​ຍະ​ເດືອນ​ມິຖຸ​ນາຫາ​ເດືອ​ນ​ກໍ​ລະ​ກົດ​ຜ່ານ​ມານີ້ ​ທີ່​ເງິນ​ກີບ​ໄດ້​ອ່ອນ​ຄ່າ​ລົງ​ຫຼຼາຍເມື່ອ​ທຽບ​ກັບ​ເງິນ​ໂດ​ລາ ແລະ ເງິນບ​າດ ແລະ ໄດ້​ມີ​ຄວາມ​ຫຼຸດ​ໂຕນ​ກັນ​ຫຼາຍ​ລະ​ຫວ່າງ​ອັດ​ຕາ​ແລກ​ປ່ຽນຂອງ​ທະ​ນາ​ຄານ​ກັບອັດຕາແລກ​ປ່ຽນ​​ຕະຫຼາດນອກ​ລະ​ບົບ ໂດຍ​ສະ​ເພາະ​ ແມ່​ນ​​ອັດ​ຕາ​ແລກ​ປ່ຽນ​ເງິນ​ກີບກັບເ​ງິນ​ໂດ​ລາ​ ຊຶ່ງ​ໄດ້​ກວ້າງ​ອອກ​ສູງ​ສຸດ​ເຖິງ 22,1% ໃນ​ກາງ​ເດືອນ​ກໍ​ລະ​ກົດ ​ຈາກ​ນັ້ນ​ກໍ​ຄ່ອຍໆ​ແຄບ​ລົງ​ຢູ່​ໃນ​ລະ​ດັບ 15,6% ໃນ​ໄລ​ຍະ​ທ້າຍ​ເດືອນ​ກໍ​ລະ​ກົດ, ສະ​ເລ່ຍ 7ເດືອນ​ຕົ້ນ​ປີ 2021, ສ່ວນ​​ອັດ​ຕາ​ແລກ​ປ່ຽນ​ຂອງ​ທະ​ນາ​ຄານ ແລະ​ ຕະຫຼາດນອກ​ລະ​ບົບ​ມີ​ສ່ວນ​ຕ່າງຢູ່​ໃນ​ລະ​ດັບ 9,98% ສຳ​ລັບ​ອັດ​ຕາ​ແລກ​ປ່ຽນ​ລະ​ຫວ່າງ​ເງິນ​ກີບ​ກັບ​ເງິນ​ໂດ​ລາ ແລະ 0,25% ສຳ​ລັບ​ເງິນ​ກີບ​ກັບ​ເງິນ​ບາດ.


ສາ​ເຫດ​ຕົ້ນ​ຕໍ​ທີ່​ພາ​ໃຫ້​ເກີດ​ສະ​ພາບ​ດັ່ງ​ກ່າວ​ແມ່ນ​ຍ້ອນ​: 1) ​ການ​ແຂງ​ຄ່າ​ຂອງ​ເ​ງິນ​ໂດ​ລາ​​ທຽບ​ໃສ່​ກີບ ແລະ ການ​ແຂງ​ຄ່າ​ເງິນ​ບາດ ທຽບ​ໃສ່​ເງິນ​ໂດ​ລາ​ໃນ​ຕະ​ຫຼາດ​ສາ​ກົນ​ ໂດຍ​ລວມເຖິງ​ແມ່ນ​ວ່າ​ໃນ​ໄລ​ຍະ​ທ້າຍ​ເດືອນ​ກໍ​ລະ​ກົດ ຫາ ຕົ້ນ​ເດືອນ​ສິງ​ຫາ​ຄ່າ​ເງິນ​ບາດ​ໃນ​ຕະຫຼາດ​ສາ​ກົນ​ໄດ້ອ່ອນ​ຄ່າ​ລົງກໍ​ ຕາມ​, 2) ​ຄວາມ​ຕ້ອງ​ການເງິນ​ຕາ​ຕ່າງ​ປະ​ເທດ​ຢູ່​ພາຍ​ໃນ​ມີ​ຫຼາຍກວ່າ​ຄວາມ​ສາ​ມາດ​ໃນ​ການ​ສະ​ໜອງ​, ສະ​ພາບ​ການ​ຂາດ​ດຸນການ​ຄ້າ​ດ້ານ​ສິນ​ຄ້າ, ​ການ​ບໍ​ລິ​ການ, ພາ​ວະ​ໃນ​ການ​ຊຳ​ລະ​ດອກ​ເບ້ຍ​ເງິນ​ກູ້​ຢືມ​ຈາກ​ຕ່າງ​ປະ​ເທດຍິ່ງ​ມີ​​ຫຼາຍ​ຂຶ້ນຢ່າງ​ຕໍ່​ເນື່ອງ ແລະ ຍາວ​ນານ, ໃນ​ຂະ​ນະທີ່​ລາຍ​ຮັບ​ຂອງ​ປະ​ເທດ​ຫຼຸດ​ລົງ​ຍ້ອນ​ຜົນ​ກະ​ທົບ​ຈາກ​ພະ​ຍາດ​ໂຄວິດ-19.

3) ຄວາມ​ຈຳ​ເປັນໃນ​ການ​ສະ​ໜອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້​ແກ່​ການ​ນຳ​ເຂົ້າ​ສິນ​ຄ້າ​ບຸລິ​ມະ​ສິດຍັງ​ຢູ່​ໃນ​ລະ​ດັບ​ສູງ​ແຕ່​ສະ​ພາບ​ຄ່ອງ​ເງິນ​ຕາ​ຕ່າງ​ປະ​ເທດ​ໃນ​ທົ່ວລະ​ບົບ​ເສດ​ຖະ​ກິດ​ຊ້ຳ​ພັດ​ຝືດ​ເຄືອງ,​ ຄວາມ​ສາມາດ​ໃນ​ການ​ດັດ​ສົມ​ຕະ​ຫຼາດ​ເງິນ​ຕາ​ຕ່າງ​ປະ​ເທ​ດ​ຂອງ​​ຂະແໜງ ກ​ານ​ທະ​ນາ​ຄານ​ກໍ​ຫຼຸດ​ລົງ​ບໍ່​ພຽງ​ພໍ​ກັບ​ຄວາມ​ຕ້ອງ​ການ​ຂອງ​ສັງ​ຄົມ​.

4) ການ​ຄຸ້ມ​ຄອງ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ພວກ​ເຮົາ​ແຕ່​ລ​ະ​ພາກ​ສ່ວນ​ຍັງ​ບໍ່​ທັນ​ກົມ​ກຽວ​ກັນ ແລະ ຮັດ​ກຸມ​ເທົ່າ​ທີ່​ຄວນ​ເຮັດ​ໃຫ້​ຍັງ​ມີ​ການ​ເຄື່ອນ​ໄຫວ​ທຸ​ລະ​ກຳ​ທີ່​ຕິດ​ພັນ​ກັບ​ເງິນ​ຕາ​ຕ່າງ​ປະ​ເທດ​ທີ່​ບໍ່​ສອດ​ຄ່​ອງ​ກັບ​ລະ​ບຽບ​ກົດ​ໝາຍ​ຈຳ​ນວນ​ບໍ່​ໜ້ອຍ​ໃນ​ນີ້​ຄວາມ​ຕ້ອງ​ການ​ເງິນ​ຕາ​ຕ່າງ​ປະ​ເທດ​ຂອງ​ສັງ​ຄົມ​ມີ​ຫຼາຍກວ່າ​ຄວາມ​ສາ​ມາດ​ໃນ​ການ​ສະ​ໜອງ​ຂອງ​ລະ​ບົບ​, ໄມີ​ຮ້ານ​ແລກ​ປ່ຽນ​ຈຳ​ນວນ​ໜຶ່ງ​ທີ່​ບໍ່​ປະ​ຕິ​ບັດ​ຕາມ​ລະ​ບຽບ​ຫຼັກ​ການ​ມີ​ການ​ກຳ​ນົດ​ອັດ​ຕາ​ແລກ​ປ່ຽນ​ທີ່​ບໍ່​ສອດ​ຄ່ອງ​ກັບ​ອັດ​ຕາ​ແລກ​ປ່ຽນ​ທີ່​ທາງ​ການ​ໄດ້​ກຳ​ນົດ​ໄວ້.


ຕໍ່​ກັບ​ສະ​ພາບ​ການ​ດັ່ງ​ກ່າວ​ ເພື່ອ​ປັບ​ປຸງ​ກົນ​ໄກ​ຄຸ້ມ​ຄອງ​ທຸ​ລະ​ກິດ​ແລກ​ປ່ຽນ​ເງິນ​ຕາ​ຕ່າງ​ປະ​ເທດ​ໃຫ້ເຮັດ​ກຸມ​ຫຼາຍ​ຂຶ້ນໃນ​ໄລ​ຍະ​ກາງ​ເດືອນ​ມິຖຸ​ນາ 2021 ທະ​ນາ​ຄານ​ແຫ່ງ ສ​ປປ ລາວ ໄດ້​ອອກ​ແຈ້ງ​ການ​ໂຈະ​ຮັບ​ໃບ​ຄຳ​ຮ້ອງ ແລະ ​ການອອກ​ໜັງ​ສື​ອະ​ນຸ​ຍາດ​ດຳ​ເນີນ​ທຸ​ລະ​ກິດ​ຮ້ານ​ແ​ລກ​ປ່ຽນ​ໃນ​ຂອບ​ເຂດ​ທົ່​ປະ​ເທດ, ໃນ​ເດືອນ​ກໍ​ລະ​ກົດ ແລະ ຕົ້ນ​ເດືອນ​ສິງ​ຫາ​ໄດ້​ອອກ​ແຈ້ງ​ການ​ຫັນ​ຮ້ານ​ແລກ​ປ່ຽນ​ເງິນ​ຕາ​ໄປ​ເປັນ​ຕົວ​ແທນ​ຂອງ​ທະ​ນາ​ຄານ​ທຸ​ລະ​ກິດ​ໃນ​ການ​ດຳ​ເນີນ​ທຸ​ລະ​ກິດ​ແລກ​ປ່ຽນ​ເງິນ​ຕາ. ພ້ອມ​ທັງ​ສືບ​ຕໍ່​ປັບ​ປຸງ​ກົນ​ໄກ​ຄຸ້ມ​ຄອງ ເພື່ອ​ໃຫ້​ບັນ​ລຸ​ເປົ້າ​ໝາຍ​ສ່ວນ​ຕ່າງ​ລະ​ຫວ່າງ​ອັດ​ຕາ​ແລກ​ປ່ຽນ​ຂອງ​ທະ​ນາ​ຄານ ກັບ​ຕະຫຼາດ​ບໍ່​ໃຫ້​ເກີນ 2% ໃນ​ປີ 2023.

ທີ່ມາ:​ໜັງສືພິມປະຊາຊົນ