ພາກທຸລະກິດ ກວ່າ240 ຫົວໜ່ວຍ ຢູ່ນະຄອນຫຼວງວຽງຈັນ ໄດ້ຮັບຜົນກະທົບຂັ້ນຮຸນແຮງ ຈາກໂຄວິດ-19 ຮອບ 2

797

ການລະບາດຂອງພະຍາດໂຄວິດ-19 ຮອບ 2 ສົ່ງຜົນກະທົບຕໍ່ຫົວໜ່ວຍທຸລະກິດຢູ່ນະຄອນຫຼວງວຽງຈັນ ຂັ້ນຮຸນແຮງ 245 ຫົວໜ່ວຍກວມເອົາ 15,9%, ຫຼາຍກວ່າໝູ່ແມ່ນການບໍລິການທ່ອງທ່ຽວ, ໂຮງແຮມ, ບ້ານພັກ, ສະຖານທີ່ບັນເທີງ ແລະ ຄົມມະນາຄົມ ແລະ ຜົນກະທົບໜ້ອຍແມ່ນຂະແໜງກະສິກຳ, ປູກຝັງ ແລະ ລ້ຽງສັດ.


ທ່ານ ນາງ ບົວວອນ ສຸກລາແສງ ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມ ພົບປະກັບນັກທຸລະກິດ-ນັກລົງທຶນ ທີ່ດໍາເນີນທຸລະກິດຢູ່ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນວັນທີ 29 ກໍລະກົດ 2021 ຜ່ານມາ ວ່າ: ຜົນສຳຫຼວດກະທົບດ້ານເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ໃນໄລຍະຕົ້ນປີ 2021 ໃນຂະນະທີ່ ບັນດາຫົວໜ່ວຍທຸລະກິດຂະແໜງຕ່າງໆກໍາລັງຈະເຄື່ອນໄຫວ ເພື່ອຟື້ນຟູຕົວເອງຈາກຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ໃນຄັ້ງທີ 1 ນັ້ນ, ບວກກັບບັນຫາເສດຖະກິດຕ່າງໆ ເປັນຕົ້ນ ຄວາມຫຍຸ້ງຍາກທາງດ້ານການເງິນ, ບັນຫາໜີ້ສິນ ທີ່ຄຸມເຄືອມາດົນ, ຊຶ່ງເຮັດໃຫ້ການເຄື່ອນໄຫວທຸລະກິດຫຍຸ້ງຍາກຢູ່ແລ້ວ, ແຕ່ພັດມີການລະບາດຂອງພະຍາດໂຄວິດ-19 ໃນຮອບທີ 2 ນັບແຕ່ກາງເດືອນເມສາ 2021 ເປັນຕົ້ນມາ ອັນໄດ້ສ້າງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນ.

ດັ່ງນັ້ນ, ເພື່ອເປັນຂໍ້ມູນເບື້ອງຕົ້ນ ໃນການແກ້ໄຂບັນຫາເສດຖະກິດ ທາງອົງການປົກຄອງ ນະຄອນຫຼວງ ຈຶ່ງໄດ້ດຳເນີນການສໍາຫຼວດ ຜົນກະທົບຕໍ່ດ້ານເສດຖະກິດໃນນະຄອນຫຼວງວຽງຈັນ ຈາກການລະບາດຂອງພະຍາດໂຄວິດ-19, ຊຶ່ງມີທັງສໍາຫຼວດຂໍ້ມູນຈາກບັນດາຂະແໜງການພາກລັດ ແລະ ການປະກອບຂໍ້ມູນຈາກບັນດາຫົວໜ່ວຍທຸລະກິດຈຳນວນ ກວ່າ 1.541 ຫົວໜ່ວຍ (ຈາກແບບຟອມທີ່ຢາຍໄປ 2.000 ຫົວໜ່ວຍ).


ຜົນການສໍາຫຼວດ ແລະ ຕີລາຄາ ດັ່ງນີ້: ກ່ຽວກັບຜົນການສຳຫຼວດ ພົບວ່າ: ຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບຂັ້ນຮຸນແຮງ ມີ 245 ຫົວໜ່ວຍ ກວມເອົາ 15,9%, ກວມຫຼາຍກວ່າໝູ່ແມ່ນການບໍລິການທ່ອງທ່ຽວ, ໂຮງແຮມ, ບ້ານພັກ, ສະຖານທີ່ບັນເທີງ ແລະ ຄົມມະນາຄົມ; ຜົນກະທົບໃນລະດັບກາງ ມີ 543 ຫົວໜ່ວຍ ກວມເອົາ 35,2% ສ່ວນໃຫຍ່ແມ່ນຜູ້ປະກອບການດ້ານອຸດສາຫະກຳ ແລະ ຜົນກະທົບຫນ້ອຍ ມີ 753 ຫົວໜ່ວຍ ກວມເອົາ 48,9% ສ່ວນຫຼາຍແມ່ນຂະແໜງກະສິກຳ, ປູກຝັງ ແລະ ລ້ຽງສັດ ຊຶ່ງແຍກຕາມໂຄງປະກອບເສດຖະກິດ ຕາມຂະແໜງການ ມີດັ່ງນີ້:


ຂະແໜງກະສິກຳ: ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບໃສ່ຜູ້ປະກອບການໃນລະດັບ ຮຸນແຮງ ກວມເອົາ 4,7%, ຢຸດກິດຈະການຊົ່ວຄາວ 5%, ຫຼຸດພະນັກງານລົງ 8%, ຍອດລາຍຮັບແມ່ນຫຼຸດລົງ 21%, ເຫັນໄດ້ວ່າ ຜົນກະທົບຕໍ່ຂະແໜງກະສິກຳ ແມ່ນບໍ່ມີຜົນກະທົບຫຼາຍ ຖ້າສົມທຽບໃສ່ຂະແໜງການອຸດສະຫະກຳ ແລະ ຂະແໜງບໍລິການ. ອີງຕາມຕົວເລກການສຳຫຼວດ ແລະ ສະພາບຕົວຈິງ ຂອງການຜະລິດປະເພດສະບຽງອາຫານຊ່ວງປີດປະເທດ ແລະ ຊ່ວງປົກກະຕິ ກໍສາມາດຜະລິດຊີ້ນ, ປາ, ໄກ່, ໄຂ່, ພືດຜັກໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກໄດ້, ແຕ່ອຸປະສັກແມ່ນການຂົນສົ່ງ, ການຈຳໜ່າຍ ພົບຄວາມຫຍຸ້ງຍາກ ແລະ ການບໍລິໂພກຫຼຸດລົງ, ເນື່ອງຈາກບໍ່ໄດ້ຈັດກິດຈະກຳຫຼາຍປະເພດ.


ຂະແໜງອຸດສາຫະກຳ: ໄດ້ສົ່ງຜົນກະທົບໃສ່ຜູ້ປະກອບການ ຢ່າງຮຸ່ນແຮງທີ່ສຸດ ກວມເອົາ 14%, ຢຸດກິດຈະການຊົ່ວຄາວ 44,45%, ຫຼຸດພະນັກງານລົງ 33,94%, ຍອດລາຍຮັບແມ່ນຫຼຸດລົງ 41,27%, ສະແດງວ່າ ຜົນກະທົບຕໍ່ຂະແໜງອຸດສາຫະກຳ ມີການຂະຫຍາຍຕົວຫຼຸດລົງ, ຜົນກະທົບດັ່ງກ່າວ ຈະເຮັດໃຫ້ອັດຕາການຂະຫຍາຍຕົວຂອງ ຂະແໜງອຸດສາຫະກຳ ໃນປີ 2021 ຄາດຄະເນຈັງຫວະການຂະຫຍາຍຢູ່ໃນລະດັບ 6,41% ກວມເອົາ 49,57% ຕາມແຜນທີ່ວາງໄວ້ການຂະຫຍາຍຕົວໝົດປີຢູ່ໃນລະດັບ 8,5% ຫຼຸດແຜນທີ່ວາງໄວ້ 2,09% ສະແດງໃຫ້ເຫັນວ່າ ຂະແໜງອຸດສາຫະກຳ ຈະຂະຫຍາຍຕົວຊ້າໃນປີ 2021.


ຂະແໜງບໍລິການ: ສົ່ງຜົນກະທົບໃສ່ຜູ້ປະກອບການຢ່າງຮຸນແຮງກວມເຖິງ 77%, ການຢຸດກິດຈະການຊົ່ວຄາວ ກວມເອົາ 70,9 %, ຫຼຸດພະນັກງານລົງ 46,86%, ຍອດລາຍຮັບແມ່ນຫຼຸດລົງ 64,24%, ສະແດງເຖິງຜົນກະທົບໃສ່ຂະແໜງບໍລິການແມ່ນສູງຫຼາຍ ແລະ ອັດຕາການຂະຫຍາຍຕົວດ້ານການບໍລິການ ກໍມີທ່າອ່ຽງຫຼຸດລົງຫຼາຍ. ຜົນກະທົບດັ່ງກ່າວ ຄາດວ່າຈະເຮັດໃຫ້ອັດຕາການຂະຫຍາຍຕົວຂະແໜງບໍລິການ ໃນປີ 2021 ຢູ່ໃນລະດັບ 4,72% ກວມເອົາ 35,97% ຕາມແຜນທີ່ວາງໄວ້ໝົດປີ 2021 ຈັງຫວະການຂະຫຍາຍຕົວແມ່ນ 5,2%. ຜົນກະທົບຕົ້ນຕໍ ຢູ່ໃນຂະແໜງການບໍລິການ ແມ່ນການທ່ອງທ່ຽວ, ຮ້ານບັນເທີງ, ຮ້ານອາຫານ, ລາຍຮັບ-ລາຍຈ່າຍ, ການຄົມມະນາຄົມພາຍໃນ ແລະ ລະຫວ່າງປະເທດ ແລະ ການບໍລິການອື່ນໆ ເຊິ່ງການກະທົບດັ່ງກ່າວ ອາດຈະສົ່ງຜົນກະທົບໃນໄລຍະຍາວ ຈົນກວ່າສະພາບການໂລກ ແລະ ພາຍໃນປະເທດ ເຂົ້າສູ່ພາວະປົກກະຕິ.