ອາເມຣິກາ ຂາດດຸນການຄ້າ ເພີ່ມຂຶ້ນ 6,7%

230

ສຳນັກຂ່າວ ເອເອັຟພີ ລາຍງານເມື່ອວັນທີ 5 ສິງຫາ 2021 ວ່າກະຊວງການຄ້າສະຫະລັດອາເມຣິກາ ເປີດເຜີຍວ່າ: ເດືອນມິຖຸນາ 2021 ສະຫະລັດອາເມຣິກາມີຍອດຂາດດຸນການຄ້າ ປະມານ 75.000 ລ້ານໂດລາສະຫະລັດ ເພີ່ມຂຶ້ນ 6,7% ເມື່ອທຽບໃສ່ເດືອນຜ່ານມາ ຈາກການສົ່ງອອກສິນຄ້າຂອງອາເມຣິກາ ເພີ່ມຂຶ້ນ 0,5% ສ່ວນການນຳເຂົ້າສິນຄ້າ ເພີ່ມຂຶ້ນ 2,1%.

ລາຍງານລະບຸວ່າ: ໃນໄລຍະ 6 ເດືອນຜ່ານມາ ຕົວເລກຂາດດຸນການຄ້າ ຂອງອາເມຣິກາ ຈຸ 428.600 ລ້ານ ຫຼື 428,6 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 46,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ຍ້ອນໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ – 19.