ຈີນ ປະກາດຈະຊ່ວຍເຫຼືອວັກແຊັງ 2 ພັນລ້ານໂດສ ໃນປີນີ້

524

ສຳນັກຂ່າວຕ່າງປະເທດລາຍງານວ່າ ທ່ານ ສີ ຈິນຜິ້ງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ປະກາດໃນວັນທີ 5 ສິງຫາ 2021 ວ່າ: ຈີນຈະເລັ່ງສົ່ງວັກແຊັງປ້ອງກັນໂຄວິດ – 19 ຈຳນວນ 2.000 ລ້ານໂດສ ໃຫ້ແກ່ປະເທດຕ່າງໆໃນທົ່ວໂລກພາຍໃນປີນີ້.

ນອກຈາກນີ້, ຈີນ ຍັງຈະບໍລິຈາກເງິນ 100 ລ້ານໂດລາສະຫະລັດ ໃຫ້ແກ່ໂຄງການໂຄແວັກ ເຊິ່ງເປັນໂຄງການກະຈາຍວັກແຊັງປ້ອງກັນໂຄວິດ – 19 ທົ່ວໂລກ ໂດຍສະເພາະປະເທດກຳລັງພັດທະນາ, ໃນໄລຍະຜ່ານມາ ຈີນ ໄດ້ສົ່ງມອບວັກແຊັງຫຼາຍກວ່າ 770 ລ້ານໂດສ ໃຫ້ແກ່ຫຼາຍປະເທດທົ່ວໂລກ.

ທັງນີ້, ໃນເດືອນກໍລະກົດຜ່ານມາ ໃນກອງປະຊຸມສຸດຍອດຜູ້ນຳຄວາມຮ່ວມມືທາງດ້ານເສດຖະກິດໃນອາຊີ – ປາຊີຟິກ ( ເອເປັກ ) ແບບທາງໄກ, ປະທານປະເທດຈີນ ໄດ້ສັນຍາວ່າ ຈະໃຫ້ການຊ່ວຍເຫຼືອດ້ານການເງິນ ຈຳນວນ 3 ພັນລ້ານໂດລາ ໃຫ້ແກ່ປະເທດກຳລັງພັດທະນາ ເພື່ອນຳໄປໃຊ້ໃນການຕໍ່ສູ້ກັບພະຍາດໂຄວິດ – 19 ໃຫ້ຟື້ນຕົວຈາກຜົນກະທົບດ້ານເສດຖະກິດ – ສັງຄົມ.