ພົນໂທ ວິໄລ ຫຼ້າຄຳຟອງ ກ່າວວ່າ ບັນຫາຢາເສບຕິດ ເປັນວຽກຈຸດສຸມໃຫຍ່ຂອງວາລະແຫ່ງຊາດທີ່ຕ້ອງໄດ້ແກ້ໄຂ

1507

ກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ມື້ທີສອງ ໄດ້ຄົ້ນຄວ້າພິຈາລະນາວາລະທີສອງນັ້ນຄືວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ອັນເປັນສິ່ງກົດໜ່ວງຖ່ວງດຶງການພັດທະນາຂອງປະເທດເຮົາ ແລະ ບັ່ນທອນແຮງງານຊາວໜຸ່ມໄວໜຸ່ມ ເຊິ່ງລັດຖະບານເຫັນວ່າຕ້ອງໄດ້ຮັບການແກ້ໄຂຢ່າງຮີບດ່ວນຄວບຄູ່ກັບວາລະແຫ່ງຊາດວ່າດ້ວຍເສດຖະກິດ-ການເງິນ.


ໃນຕອນເຊົ້າຂອງວັນທີ 6 ສິງຫາ 2021, ທ່ານ ພົນໂທ ວິໄລ ຫຼ້າຄຳຟອງ ໄດ້ນຳເອົາຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດຂຶ້ນລາຍງານຕໍ່ກອງປະຊຸມ ສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX ວ່າ: ໂດຍເລີ່ມຈາກຜົນສໍາເລັດ ຂອງກອງປະຊຸມສະໄໝສາມັນເທື່ອທີ 7 ສະພາແຫ່ງຊາດຊຸດທີ VIII ລະຫວ່າງວັນທີ 5-26 ມິຖຸນາ 2019 ເຊິ່ງໃນວາລະກອງປະຊຸມດັ່ງກ່າວຫນຶ່ງໃນບັນດາຄໍາຄິດ, ຄໍາເຫັນ, ຄໍາສະເຫນີ ຂອງບັນດາທ່ານສະມາຊິກສະພາແຫ່ງຊາດທີ່ພົວພັນເຖິງການເຄື່ອນໄຫວປະຕິບັດບົດບາດ-ຫນ້າທີ່ຂອງກໍາລັງປ້ອງກັນຄວາມສະຫງົບ ໃນການແກ້ໄຂອາຊະຍາກໍາປະເພດຕ່າງໆ, ໃນນັ້ນແມ່ນການສະກັດກັ້ນແກ້ໄຂບັນຫາຢາເສບຕິດ.


ໃນຊຸມປີຜ່ານມາຍັງມີຫຼາຍດ້ານທີ່ຈະຕ້ອງໄດ້ປັບປຸງແກ້ໄຂ ສະແດງອອກຢູ່ບາງທ້ອງຖິ່ນຍັງມີການລັກລອບປູກພືດທີ່ເປັນສານເສບຕິດ, ບາງບໍລິເວນພື້ນທີ່ມີການຜະລິດຢາເສບຕິດ, ການຂົນສົ່ງຄ້າຂາຍ ແລະ ເສບຢາເສບຕິດ.ໃນເວລາດຽວກັນນັ້ນ ການນໍາໃຊ້ມາດຕະການຕ່າງໆ ເຂົ້າໃນການແກ້ໄຂລວມທັງມາດຕະການທາງດ້ານກົດຫມາຍບໍ່ທັນ ເດັດຂາດ, ເຂັ້ມງວດ ໂດຍສະເພາະຕໍ່ກັບເປົ້າຫມາຍຢາເສບຕິດລາຍໃຫຍ່ ແລະ ການບໍາບັດປິ່ນປົວຜູ້ເສບຢາເສບຕິດ ຊຶ່ງຖືເປັນເປົ້າຫມາຍຜູ້ຖືກເຄາະຮ້າຍຍັງບໍ່ທັນທົ່ວເຖິງ ແລະ ມີປະສິດທິຜົນ.

ດັ່ງນັ້ນ ເພື່ອຈັດຕັ້ງປະຕິບັດມະຕິຕົກລົງຂອງກອງປະຊຸມຄັ້ງປະຖົມມະເລີກສະພາ ແຫ່ງຊາດ ຊຸດທີ IX ລັດຖະບານໄດ້ແຕ່ງຕັ້ງ ແລະ ມອບຫມາຍໃຫ້ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກະຊວງ-ອົງການທີ່ກ່ຽວຂ້ອງ ຄົ້ນຄວ້າສ້າງຮ່າງວາລະແຫ່ງຊາດວ່າດ້ວຍການແກ້ໄຂບັນຫາຢາເສບຕິດ 2021-2023.


ຄວາມຈໍາເປັນຮີບດ່ວນທີ່ຕ້ອງສ້າງເປັນວາລະແຫ່ງຊາດ ກໍຍ້ອນບັນຫາຢາເສບຕິດ ໄດ້ແຜ່ລະບາດຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ຈົນຮອດເຂດຊົນນະບົດຫ່າງໄກ ສອກຫຼີກ, ເຂົ້າເຖິງທຸກເພດ-ໄວ, ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ-ນັກສຶກສາ, ພໍ່ຄ້າຊາວຂາຍ, ກໍາມະ ກອນ, ຜູ້ວາງງານ, ຕະຫຼອດຮອດພະນັກງານ, ລັດຖະກອນຈໍານວນຫນຶ່ງ. ຕາມຂໍ້ມູນເບື້ອງຕົ້ນໃນປັດຈຸບັນຍັງມີ ຜູ້ຕິດເສບຢາເສບຕິດຢູ່ປະເທດເຮົາສະເລ່ຍປະມານ 0,94% ຂອງພົນລະເມືອງທັງຫມົດ, ນອກຈາກນັ້ນ ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະ ຊີວິດຂອງຊາວຫນຸ່ມຮຸ່ນສືບທອດ ບັນຫາດັ່ງກ່າວເປັນສາເຫດພາໃຫ້ ເກີດປະກົດການຫຍໍ້ທໍ້ ແລະ ບັນຫາອາຊະຍາກໍາປະເພດຕ່າງໆ ເປັນການກົດຫນ່ວງຖ່ວງດຶງການພັດທະນາ ເສດຖະກິດ, ວັດທະນະທໍາ-ສັງຄົມ, ສົ່ງຜົນກະທົບຕໍ່ຄວາມຫມັ້ນຄົງທາງດ້ານການເມືອງ ແລະ ຄວາມເປັນ ລະບຽບຮຽບຮ້ອຍ-ປອດໄພຂອງສັງຄົມ.

ໂດຍອີງໃສ່ສະພາບບັນຫາຢາເສບຕິດຂອງໂລກ, ຂອງພາກພື້ນ ແລະ ສະພາບການແກ້ໄຂບັນຫາ ຢາເສບຕິດຢູ່ລາວໃນໄລຍະຜ່ານມາ. ເຖິງແມ່ນວ່າລັດຖະບານ ໄດ້ສຸມໃສ່ຫຼາຍມາດຕະການແກ້ໄຂບັນຫາຢາ ເສບຕິດ ແຕ່ບັນຫາດັ່ງກ່າວ, ຍັງຈະສືບຕໍ່ເພີ່ມທະວີຄວາມຮຸນແຮງ ແລະ ແຜ່ລະບາດເປັນວົງກວ້າງ. ດ້ວຍເຫດ ນັ້ນ, ລັດຖະບານ ຈຶ່ງຖືເອົາການແກ້ໄຂບັນຫາຢາເສບຕິດ ເປັນວຽກງານບູລິມະສິດ, ຈໍາເປັນ, ຮີບດ່ວນ ເຊິ່ງໄດ້ ຍົກໃຫ້ເປັນວາລະແຫ່ງຊາດ ເພື່ອສຸມທຸກກໍາລັງແຮງສັງລວມ ເຂົ້າໃສ່ການແກ້ໄຂບັນຫາສໍາຄັນຂອງຊາດ ໃນກໍານົດເວລາທີ່ແນ່ນອນ ແຕ່ປີ 2021-2023.

ຈຸດປະສົງທີ່ກຳນົດວາລະແຫ່ງຊາດນີ້ຂຶ້ນມາກໍເພື່ອ ແກ້ໄຂບັນຫາຢາເສບຕິດ ທີ່ລະບາດເປັນວົງກວ້າງ ແລະ ຮຸນແຮງ ໃຫ້ຫຼຸດລົງຢ່າງຈະແຈ້ງ ໃນກໍານົດເວລາທີ່ແນ່ນອນ ທັງນີ້ ຕ້ອງແກ້ໄຂຕັ້ງແຕ່ສາເຫດ ແລະ ເງື່ອນໄຂພາໃຫ້ເກີດບັນຫາຢາເສບຕິດ ແລະສ້າງໃຫ້ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ-ຄວາມປອດໄພ, ສ້າງເງື່ອນໄຂໃນການສ້າງສາພັດທະນາເສດຖະກິດ, ວັດທະນະທໍາ-ສັງຄົມ.

ໂດຍຜ່ານວາລະແຫ່ງຊາດນີ້ຈະເພີ່ມທະວີການໂຄສະນາ-ສຶກສາອົບຮົມ, ເຜີຍແຜ່ລະບຽບກົດຫມາຍ ແລະ ຜົນຮ້າຍຈາກຢາເສບຕິດດ້ວຍຫຼາຍຮູບຫຼາຍສີຫຼາຍວິທີການ ຢ່າງກວ້າງຂວາງ ແລະ ທົ່ວທຸກແຂວງ, ທຸກເມືອງ ກວມເອົາ 80% ຂອງຈໍານວນບ້ານເປົ້າຫມາຍທັງຫມົດຢູ່ແຕ່ລະເມືອງ. ສ້າງບ້ານ, ໂຮງຮຽນ, ສະຖານບັນການສຶກສາ, ສໍານັກງານ-ອົງການປອດຢາເສບຕິດ ໃຫ້ໄດ້ຫຼາຍຂຶ້ນ ແລະ ສ້າງຫຼັກສູດການຮຽນການສອນກ່ຽວ ກັບການປ້ອງກັນ, ສະກັດກັ້ນບັນຫາຢາເສບຕິດ; ພ້ອມນີ້ຕ້ອງຍົກສູງປະສິດທິພາບ ອົງການສືບສວນ-ສອບສວນ, ອົງການສານປະຊາຊົນ, ອົງການໄອຍະການປະຊາຊົນ, ອົງການປະຕິບັດຄໍາຕັດສິນຂອງສານ ແລະ ວຽກງານວິຊາສະເພາະກວດກາ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ ຢ່າງເປັນລະບົບ ແລະ ເຂັ້ມແຂງ.

ບໍ່ພຽງເທົ່ານັ້ນຍັງຕ້ອງຂຶ້ນສະຖິຕິຜູ້ຕິດຢາເສບຕິດຢູ່ໃນສັງຄົມ ໃຫ້ມີຄວາມຊັດເຈນ ແລະ ສຸມໃສ່ບໍາບັດປິ່ນປົວຢູ່ສູນ, ຢູ່ຊຸມຊົນ, ປັບປຸງບັນດາສູນບໍາບັດປິ່ນປົວຜູ້ຕິດຢາເສບຕິດຢູ່ບັນດາແຂວງ ໃຫ້ມີປະສິດທິຜົນ, ມີການຝຶກວິ ຊາຊີບ ແລະ ແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນໄປພ້ອມໆກັນ.

ຂ່າວ: ສຸພາລັກ, ພາບ: ສຸກສະຫວັນ