ຈະລົງມືປັບປຸງເສັ້ນທາງເລກ 13 ໃຕ້ ຊ່ວງທີ 4 ຄວາມຍາວ 78 ກິໂລແມັດ ໂດຍຂະຫຍາຍໜ້າທາງໃຫ້ກວ້າງ ອອກໄປຕື່ມບາງຊ່ວງ ຈາກ 9 ແມັດ ມາເປັນ 12 ແມັດ

992

ພິທີເຊັນສັນຍາປັບປຸງ ແລະ ສ້ອມແປງເສັ້ນທາງ 13 ໃຕ້ ຊ່ວງທີ 4 ແຕ່ ກມ 268 ຫາ ກມ 346 ລວງຍາວ 78 ກິໂລແມັດ ລະຫວ່າງກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ (ຍທຂ) ແລະ ບໍລິສັດ ບໍລິສັດຮ່ວມທຶນກໍ່ສ້າງ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ລາວມີໄຊ ກໍ່ສ້າງ ຈໍາກັດ ແລະ ລັດວິສາຫະກິດກໍ່ສ້າງຄົມມະນາຄົມ ໄດ້ຈັດຂຶ້ນໃນວັນທີ 5 ສິງຫາ 2021 ທີ່ກະຊວງ ຍທຂ ນະຄອນຫຼວງວຽງຈັນ.

ຝ່າຍເຈົ້າຂອງໂຄງການລົງນາມ ຕ່າງໜ້າລົງນາມໂດຍ ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການ ແລະ ຝ່າຍຜູ້ຮັບເໝົາລົງນາມໂດຍ ທ່ານ ພູເພື່ອນ ແສງພະຈັນ ຜູ້ອຳນວຍການ ລັດວິສາຫະກິດ ກໍ່ສ້າງທາງເລກ 8 ໃຫ້ກຽດເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ລິດຕາ ຂັດຕິຍະ ຫົວໜ້າກົມຂົວທາງ ກະຊວງໂຍທາທິການ ແລະ ຂົນສົ່ງ, ມີ ທ່ານ ສົມພອນ ຄຳສອນ ປະທານທີ່ປືກສາ ບໍລິສັດ ລາວມີໄຊ ກໍ່ສ້າງ ຈຳກັດ ພ້ອມດ້ວຍຫົວໜ້າ-ຮອງຫົວໜ້າກົມກ່ຽວຂ້ອງ ແລະ ແຂກຖືກເຊີນເຂົ້າຮ່ວມ.


ທ່ານ ສຸກສາກົນ ແຫວນວົງສົດ ຫົວໜ້າໂຄງການ ຊ່ວງ 3&4 ຈາກ ກົມຂົວທາງ ກະຊວງ ໂຍທາທິການ ແລະ ຂົນສົ່ງ ກ່າວລາຍງານຄວາມເປັນມາຂອງໂຄງການວ່າ: ໂຄງການປັບປຸງ ແລະ ສ້ອມແປງທາງເລກ 13 ໃຕ້ ເລີ່ມແຕ່ ກມ 71 ບ້ານໄຊສະຫວ່າງ ເມືອງທ່າພະບາດ ແຂວງບໍ່ຄໍາໄຊ ຫາ ກມ 346 ບ້ານ ນາບວບ ເມືອງທ່າແຂກ ແຂວງຄຳມວນ ມີຄວາມຍາວທັງໝົດ 275 ກິໂລແມັດ ໂດຍໄດ້ແບ່ງອອກເປັນ 4 ຊ່ວງສັນຍາ.

ສັນຍາທີ 1 ແຕ່ ກມ 71 ຫາ ກມ 111 ລວງຍາວ 40 ກມ ນໍາໃຊ້ງົບປະມານຂອງທະນາຄານໂລກ ແລະ ໄດ້ເຊັນສັນຍາ ໃນວັນທີ 11 ມີນາ 2021. ສັນຍາທີ 2 ແຕ່ ກມ 111 ຫາ ກມ 190 ລວງຍາວ 79 ກມ ນຳໃຊ້ງົບປະມານຂອງທະນາຄານລົງທຶນເອີຣົບ ແລະ ໄດ້ເຊັນສັນຍາ ໃນວັນທີ 21 ພຶດສະພາ 2021.

ສັນຍາທີ 3 ແຕ່ ກມ 190 ຫາ ກມ 268 ລວງຍາວ 78 ກມ ນໍາໃຊ້ທຶນງົບປະມານຂອງທະນາຄານລົງທຶນພື້ນຖານໂຄງລ່າງອາຊີ ຄາດວ່າຈະໄດ້ເຊັນສັນຍາໃນທ້າຍເດືອນ ສິງຫາ 2021 ນີ້ ແລະ ສັນຍາທີ 4 ແຕ່ ກມ 268 ຫາ ກມ 346 ລວງຍາວ 78 ກມ ນຳໃຊ້ງົບປະມານຂອງທະນາຄານ ລົງທຶນເອີຣົບ.


ການອອກແບບເພື່ອປັບປຸງ ແລະ ສ້ອມແປງທາງດັ່ງກ່າວ ແມ່ນເປັນການຍົກລະດັບຈຸດນ້ຳຖ້ວມ, ເພື່ອຕ້ານທານກັບການປ່ຽນແປງຂອງສະພາບດີນຟ້າອາກາດ ແລະ ຂະຫຍາຍໜ້າທາງໃຫ້ກ້ວາງ ອອກໄປຕື່ມບາງຊ່ວງ (ຈາກ 9 ແມັດ ມາເປັນ 12 ແມັດ) ແລະ ເພື່ອໃຫ້ສາມາດຮັບນ້ຳໜັກການບັນທຸກຕາມມາດຕະຖານຂອງອາຊຽນຄື 11 ໂຕນຕໍ່ເພົາ (ຂອງລາວແມ່ນ 9,1 ໂຕນຕໍ່ເພົາ) ສຳລັບໂຄງສ້າງໜ້າທາງໄດ້ອອກແບບເປັນໜ້າທາງປູຢາງຂົ້ວ AC.


ສະເພາະຊ່ວງທີ 4 ແຕ່ ກມ 268 ຫາ ກມ 346 ລວງຍາວ 78 ກມ  ຜ່ານການປະມູນແບບເປີດກວ້າງສາກົນ ທີ່ໄດ້ເລີ່ມຕົ້ນດຳເນີນມາແຕ່ເດືອນມັງກອນ 2021 ຈົນຮອດ ເດືອນມິຖຸນາ 2021 ຈຶ່ງສຳເລັດ ແລະໄດ້ມີການຮັບຮອງເອົາ ບໍລິສັດຮ່ວມທຶນກໍ່ສ້າງ ລັດວິສາຫະກິດກໍ່ສ້າງທາງເລກ 8 ແລະ ບໍລິສັດ ລາວມີໄຊ ກໍ່ສ້າງ ຈໍາກັດ ແລະ ລັດວິສາຫະກິດກໍ່ສ້າງຄົມມະນາຄົມ ເປັນຜູ້ທີ່ມີເງື່ອນໄຂຄົບຖ້ວນ ແລະ ມີລາຄາຕ່ຳກວ່າໝູ່ ເປັນຜູ້ຊະນະການປະມູນ ມີມູນຄ່າ 24.981.760,39 ໂດລາສະຫະລັດ. ໃນນັ້ນ, ວຽກກໍ່ສ້າງພາຍໃນ 3 ປີ ມີມູນຄ່າ 19.983.224 ໂດລາ ແລະ ມູນຄ່າ ບູລະນະຮັກສາ 7 ປີ 4.988.536 ໂດລາສະຫະລັດ.ການເລີ່ມລົງມືກໍ່ສ້າງພາກສະໜາມ ຄາດວ່າຈະເລີ່ມແຕ່ເດືອນພະຈິກ 2021 ເປັນຕົ້ນໄປ ໃຫ້ສໍາເລັດພາຍໃນ3 ປີ.

ຂ່າວ: ສັນຕິ, ພາບ: ສອນໄຊ