ວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຈະສຸມໃສ່ປະຕິບັດພາຍໃນ 2 ປີເຄິ່ງ

1538

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX  ທີ່ໄຂຂຶ້ນໃນຕອນເຊົ້າວັນທີ 5 ສິງຫາ 2021 ນແມ່ນໄດ້ເລີ່ມຕົ້ນດ້ວຍການນຳສະເໜີວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກໄດ້ເສດຖະກິດ-ການເງິນຕໍ່ທີ່ປະຊຸມ ເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດທີ່ເປັນຕົວແທນແຫ່ງສິດຜົນປະໂຫຍດຂອງປະຊາຊົນຮ່ວມພິຈາລະນາ.


ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ໄດ້ຂຶ້ນນຳສະເໜີຕໍ່ທີ່ປະຊຸມວ່າ: ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ເປັນວຽກງານບູລິມະສິດຮີບດ່ວນ ພ້ອມທັງໄດ້ກໍານົດເຂົ້າໃນແຜນດໍາເນີນງານຈຸດສຸມຂອງລັດຖະບານ ໃນໄລຍະ ປີ 2021 ຫາ 2025 ໃຫ້ຜ່ອນຄາຍລົງຢ່າງຈະແຈ້ງ ດ້ວຍການປັບປຸງນະໂຍບາຍ ກໍຄືກົນໄກການຄຸ້ມຄອງໃນບາງດ້ານ ທີ່ມີລັກສະນະບຸກທະລຸ ແນໃສ່ສ້າງຄວາມເຂັ້ມແຂງໃນດ້ານເສດຖະກິດ-ການເງິນ ແລະ ຄວາມສະຫງົບຂອງສັງຄົມ ເປັນກ້າວໆ.


ກ່ຽວກັບ ນິຍາມລວມ ຫຼື ວ່າຄວາມຫມາຍລວມຂອງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ຫມາຍເຖິງ “ການແກ້ໄຂບັນຫາສໍາຄັນ, ຈໍາເປັນ ແລະ ຮີບດ່ວນຂອງຊາດ ທີ່ໄດ້ສະສົມມາຫຼາຍປີໃຫ້ຜ່ອນຄາຍລົງ ໃນກໍານົດເວລາທີ່ແນ່ນອນ ໂດຍຖືເອົາການແກ້ໄຂບັນຫາດັ່ງ ກ່າວເປັນຫນ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ”. ກ່ຽວກັບ ກໍານົດເວລາ ເນື່ອງຈາກວາລະແຫ່ງຊາດ ຕ້ອງມີກໍານົດເວລາທີ່ແນ່ນອນ, ສະນັ້ນ ຈຶ່ງ ໄດ້ກໍານົດເວລາເປັນ 2 ປີ ເຄີ່ງ (ແຕ່ປີກາງປີ 2021 ຫາ 2023). ຫຼັງຈາກນັ້ນ ຈະໄດ້ປະເມີນ ຄືນຜົນການຈັດຕັ້ງປະຕິບັດຕົວຈິງ ບົນພື້ນຖານນັ້ນເພື່ອກໍານົດທິດທາງໃນຕໍ່ຫນ້າຕາມເຫັນສົມຄວນ.

ການຈັດຕັ້ງປະຕິບັດວາລະແຫ່ງຊາດ ນອກຈາກຕ້ອງຢຶດຫມັ້ນ ຕາມຫຼັກການນໍາພາຂອງພັກ ແລະ ການຄຸ້ມຄອງດ້ວຍລະບຽບກົດຫມາຍແລ້ວ ຍັງຕ້ອງເອົາໃຈໃສ່ ເນັ້ນຫນັກຕື່ມ ຕໍ່ຫຼັກການສະເພາະ ເຊັ່ນ: “ເດັດຂາດ, ໂປ່ງໃສ ແລະ ມືອາຊີບ (ຫຼັກວິຊາການ)”.
ການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ໂດຍສັງລວມແລ້ວມີດັ່ງນີ້:


1. ສົ່ງເສີມການຜະລິດເພື່ອທົດແທນການນຳ ເຂົ້າ ແລະ ເປັນສິນຄ້າສົ່ງອອກ ເພື່ອສ້າງຖານລາຍຮັບທີ່ເຂັ້ມແຂງ (ຫັນປ່ຽນຈາກສັງຄົມຊົມໃຊ້ຫຼາຍກວ່າໄປສູ່ສັງຄົມການຜະລິດຫຼາຍຂື້ນ).
2. ສ້າງຄວາມເຂັ້ມແຂງດ້ານການ ເກັບລາຍ ຮັບງົບປະມານ.
3. ສົ່ງເສີມການປະຢັດ, ຕ້ານການຟຸມເຟືອຍ ເເລະ ຍົກສູງປະສິດທິຜົນ ການລົງທຶນ-ລາຍຈ່າຍງົບປະມານ ແລະ ການແກ້ໄຂຫນີ້ສິນພາຍໃນ ແລະ ຕ່າງປະເທດ.


ສໍາລັບ ດ້ານການປະຢັດແມ່ນຈະປັບປຸງນິຕິກໍາ ໃນການນໍາໃຊ້ລົດປະຈໍາຕໍາແຫນ່ງ ແລະ ລົດບໍລິຫານລັດ, ການໃຊ້ຈ່າຍງົບປະມານບໍລິຫານລັດ, ການຮັບແຂກ, ການເຄື່ອນໄຫວວຽກງານ ແລະ ການຈັດງານບຸນຕ່າງໆ ໃນການຈັດຕັ້ງພັກ-ລັດ ແຕ່ລະຂັ້ນ ທີ່ນໍາໃຊ້ງົບປະມານຂອງລັດ ໃຫ້ມີຄວາມເປັນ ເອກະພາບກັນ. ສໍາລັບການລົງທຶນ ແມ່ນຈະປັບປຸງນະໂຍບາຍການລົງທຶນຂອງລັດໃຫ້ສອດຄ່ອງ, ມີຈຸດສຸມ ແລະ ຮັບປະກັນທາງດ້ານປະສິດທິຜົນ.


4. ສ້າງສະຖຽນລະພາບດ້ານການເງິນ.
5. ຍົກສູງປະສິດທິພາບການຄຸ້ມຄອງລັດດ້ວຍກົດຫມາຍ ໂດຍຈະປັບປຸງຮ່າງກົດຫມາຍ, ນະໂຍບາຍ ແລະ ກົນໄກຕ່າງໆ ໃຫ້ຄ່ອງຕົວກວ່າເກົ່າ.