ສຳເລັດ ການກໍ່ສ້າງສູນການຄ້າເຊກອງ

781

ພິທີ ມອບ-ຮັບ ໂຄງການກໍ່ສ້າງສູນການຄ້າ ແຂວງເຊກອງ ລະຫວ່າງ ບໍລິສັດ ສອນກໍ່ສ້າງ ແລະສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ໄດ້ຈັດຂຶ້ນໃນວັນທີ 4 ສິງຫາ 2021 ນີ້ ທີ່ສູນການຄ້າແຂວງເຊກອງ ໂດຍການເຂົ້າຮ່ວມມີ ທ່ານ ຂັນຕີ ສີລະວົງສາ ຮອງເຈົ້າແຂວງເຊກອງ ມີ ທ່ານ ດາວວີ ສວຍທະລັງສີ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງ ມີຮອງເຈົ້າເມືອງລະມາມ, ບັນດາທ່ານຄະນະອໍານວຍການບໍລິສັດ, ຄະນະກຳມະການຈາກສູນກາງ ແລະ ຂັ້ນແຂວງ ພ້ອມດ້ວຍພະນັກງານຂະແໜງການທີ່ກ່ຽວຂ້ອງທັງສອງພາກສ່ວນເຂົ້າຮ່ວມ.


ທ່ານ ອຸດົມ ສີຈັນທາ ຮອງອຳນວຍກາຍບໍລິສັດ ສອນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ໄດ້ລາຍງານໂດຍຫຍໍ້ກ່ຽວກັບສະພາບການຈັດຕັ້ງປະຕິບັດໂຄງການກໍ່ສ້າງສູນການຄ້າ ແລະ ໄລຍະຄໍ້າປະກັນໂຄງການ (1 ປີ) ວ່າ: ໂຄງການກໍ່ສ້າງສູນການຄ້າແຂວງເຊກອງ ຕັ້ງຢູ່ເທດສະບານຂອງແຂວງ, ໄດ້ຮັບທຶນສະໜັບສະໜູນການກໍ່ສ້າງຈາກກະຊວງອຸດສາຫະກຳ ແລະ ການຄ້າ ຊຶ່ງມີມູນຄ່າການກໍ່ສ້າງທັງໝົດ 93,54 ຕື້ກີບ, ເປັນອາຄານ 4 ຊັ້ນ, ມີຂະໜາດ 57,60 ແມັດ x 36,00 ແມັດ, ມຸງດ້ວຍແຜ່ນມຸງຫຼັງຄາ VXP ຊຶ່ງມີໄລຍະປະຕິບັດໂຄງການຕາມສັນຍາເບື້ອງຕົ້ນ 48 ເດືອນ (ປີ 2014-2017), ແຕ່ການປະຕິບັດຕົວຈິງແມ່ນພົບຂໍ້ຫຍຸ້ງຍາກ ອັນເນື່ອງມາຈາກຫຼາຍປັດໄຈ ຫຼາຍສາເຫດ.

ແຕ່ເຖິງຢ່າງໃດກໍດີ ທາງບໍລິສັດຜູ້ຮັບເໝົາ ກໍໄດ້ເຮັດທຸກວິທີທາງເພື່ອຊອກ ແລະ ຈັດຫາແຫຼ່ງທຶນ ເພື່ອມາສຸມໃສ່ໜ້າວຽກໃນການປະຕິບັດໂຄງການກໍ່ສ້າງໃຫ້ສາມາດສໍາເລັດຕາມແຜນການ, ຈາກສະພາບດັ່ງກ່າວຈຶ່ງໄດ້ເພີ່ມເວລາການກໍ່ສ້າງຕື່ມອີກ 24 ເດືອນ, ທາງບໍລິສັດຮັບເໝົາກໍ່ສ້າງຂອງພວກເຮົາກໍໄດ້ຈັດຕັ້ງປະຕິບັດບັນດາໜ້າວຽກຂອງໂຄງການສໍາເລັດ 100% ໃນປີ 2019 ຊຶ່ງມີບັນດາໜ້າວຽກໃຫຍ່ຄື: 1. ວຽກໂຄງສ້າງອາຄານ, 2. ວຽກສະຖາປັດອາຄານ, 3. ເທເບຕົງເດີ່ນຈອດລົດ, 4. ວຽກສະຖາປັດພາຍນອກອາຄານ, 5. ວຽກລະບົບນໍ້າໃຊ້ ແລະ ນໍ້າເສຍ ພ້ອມອ່າງເກັບນໍ້າໃຕ້ດິນ, 6.ວຽກລະບົບກົນຈັກ, ລະບົບໄຟຟ້າ ແລະ ລະບົບສື່ສານ; ສໍາລັບໄລຍະຄໍ້າປະກັນ 1 ປີ (ເລີ່ມແຕ່ວັນທີ 17 ມີນາ 2020 ຫາ 17 ມີນາ 2021) ບໍລິສັດ ໄດ້ເອົາໃຈໃສ່ຕິດຕາມຄວາມປອດໄພ ມີເວນຍາມ 24 ຊົ່ວໂມງ, ມີການກວດເຊັກລະບົບໄຟຟ້າ, ແອ, ລະບົບລິບ ແລະ ຂັ້ນໃດເລື່ອນ ຢ່າງເປັນປະຈໍາ ແລະ ເຫັນວ່າທຸກຢ່າງທໍາງານປົກກະຕິດີ.


ຈາກນັ້ນ ໄດ້ມີພິທີເຊັນບົດບັນທຶກ ມອບ-ຮັບ ລະຫວ່າງ ບໍລິສັດ ສອນກໍ່ສ້າງ ແລະ ສ້ອມແປງເຄຫາສະຖານ ຈໍາກັດຜູ້ດຽວ ແລະ ພະແນກອຸດສາຫະກຳ ແລະ ການຄ້າແຂວງ ຢ່າງເປັນທາງການ ໂດຍມີບັນດາຂະແໜງການທັງສອງຝ່າຍເຂົ້າຮ່ວມເປັນສັກຂີພິຍານ.


ໂອກາດນີ້ ທ່ານຮອງເຈົ້າແຂວງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນເລັ່ງດຶງດູດເອົາແມ່ຄ້າຊາວຂາຍ, ນັກລົງທຶນ ທັງພາຍໃນ ແລະ ຕ່າງປະເທດເຂົ້າມາຈັບຈ່ອງຊື້-ຂາຍ ຢ່າງກວ້າງຂວາງ ເພື່ອໃຫ້ກາຍເປັນບ່ອນຮອງຮັບການບໍລິການ ຊື້-ຂາຍຢ່າງເປັນຂະບວນຟົດຟື້ນ ເພື່ອສົ່ງເສີມ ແລະ ດຶງດູດການລົງທຶນຈາກພາຍໃນ ແລະ ຕ່າງປະເທດເຂົ້າໃນວຽກງານການຄ້າ-ການບໍລິການ ໂດຍອີງໃສ່ທ່າແຮງຂອງແຂວງ ທີ່ເປັນທາງຜ່ານ ມີດ່ານສາກົນອອກສູ່ ສສ ຫວຽດນາມ ແລະ ທັງເປັນການປະກອບສ່ວນໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຕື່ມອີກ.

(ຂ່າວ-ພາບ: ພຸດທະສອນ)