ສະຖາບັນຂົງຈື ຈັດແຂ່ງຂັນຂົວພາສາຈີນ ຄັ້ງທີ 20 ຄັດຕົວແທນນັກສຶກສາໄປແຂ່ງທີ່ ສປ ຈີນ

1080

ເພື່ອຄັດເລືອກເອົານັກສຶກສາໄປແຂ່ງຂັນທີ່ ສປ ຈີນ, ທັງເປັນການທົດສອບພິບໄຫວ ຕິດພັນກັບການຍົກສູງລະດັບຄວາມຮູ້, ຄວາມສາມາດຂອງນັກສຶກສາລາວ ກ່ຽວກັບພາສາ ແລະ ວັດທະນະທໍາຈີນ ສູ່ເວທີສາກົນ.

ສະຖານເອກອັກຄະລັດຖະທູດ ສປ ຈີນ ປະຈໍາ ສປປ ລາວ ແລະ ສູນຮ່ວມມືແລກປ່ຽນພາສາຈີນ – ຕ່າງປະເທດແຫ່ງຊາດຈີນ ໄດ້ຈັດການແຂ່ງຂັນຂົວພາສາຈີນ ຄັ້ງທີ 20 ຂຶ້ນ ໃນເດືອນກໍລະກົດຜ່ານມາ ໂດຍແມ່ນສະຖາບັນຂົງຈື ມະຫາວິທະຍາໄລແຫ່ງຊາດ ເປັນຜູ້ຈັດຕັ້ງປະຕິບັດງານແຂ່ງຂັນດັ່ງກ່າວ ພາຍໃຕ້ຫົວຂໍ້ “ ໂລກດຽວກັນ ຄອບຄົວດຽວກັນ ” ( One World One family ) ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ຮສ. ປອ. ຮຸ່ງເພັດ ຈັນທະວົງ ຮອງອະທິການບໍດີມະຫາວິທະຍາໄລແຫ່ງຊາດ, ທ່ານ ແສງອາລຸນ ( QinChen ) ຕາງໜ້າສະຖານທູດຈີນປະຈໍາລາວ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ງານແຂ່ງຂັນດັ່ງກ່າວແມ່ນໄດ້ຮັບການສະໜັບສະໜູນ ໂດຍທະນາຄານອຸດສາຫະກໍາ ແລະ ການຄ້າຈີນ ສາຂານະຄອນຫຼວງວຽງຈັນ ( ICBC ) ເຊິ່ງການແຂ່ງຂັນດັ່ງກ່າວທາງທະນາຄານ ICBC ໄດ້ສະໜັບສະໜູນເປັນຄັ້ງທີ 3 ນັບແຕ່ປີ 2018 ເປັນຕົ້ນມາ.
ໃນຮອບແຂ່ງຂັນຊີງຊະນະເລີດຄັ້ງນີ້, ມີນັກສຶກສາລາວເຂົ້າຮ່ວມການແຂ່ງຂັນທີ່ມາຈາກສະຖາບັນຂົງຈື ແລະ ຄະນະອັກສອນສາດ ມຊ, ມະຫາວິທະຍາໄລຊູໂຈລາວ ເຊິ່ງການແຂ່ງຂັນມີທັງໝົດ 3 ວາລະ ຄື: ການສະແດງການເລົ່າບົດເລື່ອງ, ການຕອບຄໍາຖາມຄວາມຮູ້ຮອບຕົວ ກ່ຽວກັບ ສປ ຈີນ ແລະ ການສະແດງສິລະປະ ແລະ ຄວາມສາມາດສະເພາະໃນຂົງເຂດວັດທະນະທໍາຈີນ.

ຜ່ານການແຂ່ງຂັນຜົນອອກມາ ໄດ້ແກ່: ນາງ ວຽງນະຄອນ ວົງວິໄຊ ນັກສຶກສາຈາກຄະນະອັກສອນສາດ ພາກວິຊາພາສາຈີນ ເປັນຜູ້ຊະນະເລີດ ແລະ ໄດ້ເປັນຕົວແທນຂອງນັກສຶກສາມະຫາວິທະຍາໄລຢູ່ປະເທດລາວ ໄປເຂົ້າຮ່ວມການແຂ່ງຂັນຂົວພາສາຈີນທີ່ ສປ ຈີນ, ສ່ວນລາງວັນທີ 2 ແມ່ນ ນາງ ນໍ້າຝົນ ຢ່າງຈະກິ ນັກສຶກສາສະຖາບັນຂົງຈື .ນອກນັ້ນ, ຍັງມີລາງວັນເລົ່າເລື່ອງດີເດັ່ນ ແລະ ລາງວັນການສະແດງດີເດັ່ນອີກດ້ວຍ ໃນການຈັດງານແຂ່ງຂັນຂົວພາສາຈີນໃນປີນີ້ ເນື່ອງຈາກຍັງຢູ່ໃນໄລຍະໂຄວິດ – 19 ລະບາດ. ສະນັ້ນ, ການຈັດງານແມ່ນໄດ້ປະຕິບັດມາດຕະການປ້ອງກັນໂຄວິດ – 19 ຂອງຄະນະສະເພາະກິດຢ່າງເຂັ້ມງວດ

ທ່ານ ຮສ. ປອ. ຮຸ່ງເພັດ ໄດ້ກ່າວວ່າ: ງານແຂ່ງຂັນຂົວພາສາຈີນ ເປັນກິດຈະກໍາແຂ່ງຂັນພາສາຈີນລະດັບໂລກ ເພາະແຕ່ລະປະເທດໄດ້ແຂ່ງຂັນເພື່ອຄັດເລືອກເອົານັກສຶກສາດີເດັ່ນທີ່ຕາງໜ້າຂອງແຕ່ລະປະເທດໄປແຂ່ງຂັນທີ່ ສປ ຈີນ. ສໍາລັບການແຂ່ງຂັນຢູ່ ສປປ ລາວ ຄັ້ງນີ້, ໄດ້ທົດສອບເຖິງພິບໄຫວ, ຄວາມຮູ້, ຄວາມສາມາດຂອງນັກສຶກສາ ແລະ ສະແດງເຖິງຄຸນນະພາບການສິດສອນຂອງຄູ – ອາຈານອີກດ້ວຍ. ນອກນັ້ນ, ການແຂ່ງຂັນ “ ຂົວພາສາຈີນ ” ປະຈໍາປີໄດ້ໃຫ້ເວທີທີ່ສໍາຄັນເພື່ອໃຫ້ນັກສຶກສາລາວໄດ້ສຳຜັດກັບວັດທະນະທຳຈີນ ແລະ ຮຽນຮູ້ກ່ຽວກັບຈີນເລິກເຊິ່ງຂຶ້ນຕື່ມ ເຊິ່ງໄດ້ພັດທະນາໃຫ້ກາຍເປັນຂົວແຫ່ງໄມຕີຈິດມິດຕະພາບ, ການແລກປ່ຽນ ແລະ ຄວາມຫວັງ.

ທ່ານຍັງໄດ້ກ່າວຕື່ມວ່າ: ການແຂ່ງຂັນໃນຄັ້ງນີ້ແມ່ນກິດຈະກໍາໜຶ່ງໃນການປະກອບສ່ວນເຂົ້າໃນໂອກາດລະນຶກ ແລະ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດລາວ – ຈີນ ຄົບຮອບ 60 ປີ ອີກດ້ວຍ.

ຢ່າງໃດກໍຕາມ, ກໍານົດເວລາທີ່ຈະໄປແຂ່ງຂັນກັບຕົວແທນນັກສຶກສາມາຈາກຫຼາຍປະເທດທີ່ ສປ ຈີນ ນັ້ນ ກໍຍັງບໍ່ເປັນທີ່ແນ່ນອນວ່າຈະຈັດຂຶ້ນເມື່ອໃດ; ຈາກສະພາບການລະບາດຂອງພະຍາດໂຄວິດຄືແນວນີ້ ກໍຍິ່ງຄາດເດົາໄດ້ຍາກ.