ຢູ 23 ລາວ ແຕ່ງຕັ້ງ ທ່ານ Selvaraj ເປັນຫົວໜ້າຄູຝຶກ ລຸຍຄັດບານເຕະຊີງແຊັມອາຊີ

677

ສະຫະພັນບານເຕະແຫ່ງຊາດລາວ ປະກາດແຕ່ງຕັ້ງທ່ານ Selvaraj Vengadasalam ຄູຝຶກຊາວສິງກະໂປ ເປັນຫົວໜ້າຄູຝຶກ ທີມຊາດລາວ ຮຸ່ນອາຍຸບໍ່ເກີນ 23 ປີ ເມື່ອວັນທີ 4 ສິງຫາ 2021 ເພື່ອກຽມຄວາມພ້ອມເຂົ້າຮ່ວມການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີ ຮອບຄັດເລືອກ.

ທ່ານ Selvaraj Vengadasalam ໃຫ້ທັດສະນະຫຼັງໄດ້ຖືກແຕ່ງຕັ້ງເປັນຫົວໜ້າຄູຝຶກທີມຊາດລາວ ວ່າ: ສໍາລັບ ທີ່ຜ່ານມາປະສົບການກັບ ທີມຊາດລາວ ຊຸດບານເຕະຊີງແຊັມອາຊີ ຢູ 23 ຮອບຄັດເລືອກ ແລະ ຊຸດຊີເກມ ສາມາດສ້າງຄວາມເຂັ້ມແຂງທາງດ້ານພາລະກໍາລັງ, ປັບປຸງຄວາມອາດສາມາດທາງດ້ານເຕັກນິກ, ສອນໃຫ້ນັກກີລາໃຫ້ຫຼິ້ນຢ່າງມີປະສິດທິພາບ ແລະ ສະຫຼາດຖືກຍຸດທະວິທີ ລວມທັງຍັງສ້າງໃຫ້ພວກເຂົາມີສຸຂະພາບຈິດທີ່ແຂງແຮງ. ແນ່ນອນຄັ້ງນີ້ທຸກຄົນແມ່ນຕ້ອງໃຫ້ເຕັມ 100% ແລະ ຫຼັງການຝຶກຊ້ອມ ຫຼື ການແຂ່ງຂັນແຕ່ລະນັດນັກກີລາທຸກຄົນຕ້ອງເຂົ້າລວມ ເພື່ອຖອດຖອນບົດຮຽນທຸກຄັ້ງ.

ສໍາລັບ ການແຂ່ງຂັນບານເຕະຊີງແຊັມອາຊີ 2022 ຮຸ່ນອາຍຸບໍ່ເກີນ 23 ປີ ຮອບສຸດທ້າຍຈັດທີ່ປະເທດອຸສເບກິດຖານ 2022 ( AFC U23 Asian Cup Uzbekistan 2022 ) ສ່ວນຮອບຄັດເລືອກ ສປປ ລາວ ແມ່ນຖືກຈັດໃຫ້ຢູ່ໃນກຸ່ມ J ຮ່ວມກັບ: ທີມຊາດໄທ, ທີມຊາດມາເລເຊຍ ແລະ ທີມຊາດມົງໂກລີ ( ເຈົ້າພາບກຸ່ມ J ).
ສ່ວນການແຂ່ງຂັນແມ່ນຈະເລີມແຂ່ງຂັນໃນວັນທີ 23 – 31 ຕຸລາ 2021 ຈະຄັດເອົາອັນດັບ 1 ໃນຈຳນວນ 11 ກຸ່ມ ແລະ ອັນດັບ 2 ທີ່ມີຄະແນນດີທີ່ສຸດຈຳນວນ 4 ທີມຈະໄດ້ຜ່ານເຂົ້າຮອບສຸດທ້າຍທີ່ຈະແຂ່ງຂັນໃນປີ 2022 ພ້ອມກັບ ອຸສເບກິສຖານ ເຈົ້າພາບ.