ລ້ຳຍຸກ! ຈີນກຽມໃຊ້ຫຸ່ນຍົນປະກອບອາຄານທາງລົດໄຟໃຕ້ດິນ

235

ສຳນັກຂ່າວ Science and Technology Daily ລາຍງານວ່າ: ຫຸ່ນຍົນປະກອບຊິ້ນສ່ວນອາຄານໂຕທຳອິດຂອງຈີນ ໄດ້ອອກຈາກສາຍການຜະລິດໃນແຂວງຈຽງຊູ ທາງທິດຕາເວັນອອກຂອງຈີນແລ້ວ, ຫຸ່ນຍົນດັ່ງກ່າວພັດທະນາໂດຍ ບໍລິສັດ China Railway Science & Industry Group Co ແລະ ບໍລິສັດ CRCEG ໂດຍຈະນຳໃຊ້ເຂົ້າໃນການກໍ່ສ້າງທາງລົດໄຟທີ່ກວາງໂຈວ.

ຫຸ່ນຍົນປະກອບອາຄານດັ່ງກ່າວ ມາພ້ອມລະບົບເຊັນເຊີ 72 ຈຸດ ແລະ ກ້ອງ 50 ໜ່ວຍ, ມີຄວາມຍາວປະມານ 80 ແມັດ, ນ້ຳໜັກ 460 ໂຕນ ແລະ ມີໄລຍະການເຮັດວຽກ 60 ແມັດ ໂດຍສາມາດຕິດຕັ້ງຄານນ້ຳໜັກສູງສຸດ 120 ໂຕນ, ຂາທີ່ເຄື່ອນຍ້າຍໄດ້ຢ່າງອິດສະຫຼະ 8 ຂາ, ຂາຂອງຫຸ່ນຍົນປະກອບດ້ວຍຢາງ 32 ເສັ້ນ ເຮັດໃຫ້ມັນສາມາດຍ່າງໄດ້ຢ່າງຄ່ອງຕົວ ແລະ ກ້າວຂ້າມສິ່ງກີດຂວາງໄດ້.

ທັງນີ້, ທີມນັກວິໄຈເປີດເຜີຍວ່າ: ຫຸ່ນຍົນປະກອບຊິ້ນສ່ວນອາຄານປະຍຸກນຳໃຊ້ເຕັກໂນໂລຊີໃນການກຳນົດຕຳແໜ່ງ ເປີ່ຍໂຕວ ເຮັດໃຫ້ມີຄວາແມ່ນຢຳການວັດລະດັບ 10 ມີລີແມັດ ໂດຍໄດ້ຍື່ນຈົດສິດທິບັດປັນຍາປະດິດລະດັບປະເທດແລ້ວ 2 ສະບັບ.