ນັກຍົກນໍ້າໜັກຈໍເຈຍ ຄວ້າຫຼຽນຄໍາ ໂອແລມປິກ 2020 ພ້ອມສ້າງສະຖິຕິໂລກໃໝ່

529
Lasha Talakhadze of Georgia competes in the men's +109kg weightlifting event, at the 2020 Summer Olympics, Wednesday, Aug. 4, 2021, in Tokyo, Japan. (AP Photo/Seth Wenig)

ລາຊາ ທາລາກັດເຊ (Lasha Talakhadze) ນັກກີລາຍົກນໍ້າໜັກອາຍຖຸ 27 ປີຈາກປະເທດຈໍເຈຍ ຄວ້າຫຼຽນຄຳໂອແລມປິກ 2020 ເມື່ອວັນທີ 4 ສິງຫາ 2021 ໃນລຸ້ນນໍ້າໜັກ +109 ກິໂລ ຫຼັງຈາກທີ່ຍົກທ່າ Snatch ຍົກໄດ້ 223 ກິໂລ ແລະ ທ່າ Clean & Jerk ຍົກໄດ້ 265 ກິໂລ ລວມສອງທ່າ 488 ກິໂລ ກາຍເປັນສະຖິຕິໃໝ່ຂອງໂອແລມປິກ ແລະ ສະຖິຕິໂລກ ຂອງຕົວເອງທີ່ເຄີຍເຮັດໄວ້.

ສໍາລັບ ສະຖິຕໂລກກ່ອນໜ້ານີ້ ທາລາກັດເຊ ລວມສອງທ່າດັ່ງກ່າວໄດ້ 485 ກິໂລ ທີ່ມັອສໂຄ ປະເທດຣັດເຊຍ ວັນທີ 11 ເມສາ 2021 ເບິ່ງເປັນ ທ່າ Snatch 222 ກິໂລ ທີ່ມັອສໂຄ ປະເທດຣັດເຊຍ ວັນທີ 11 ເມສາ 2021 ແລະ ທ່າ Clean & Jerk 264 ກິໂລ ທີ່ພັດທະຍາ ປະເທດໄທ ວັນທີ 27 ກັນຍາ 2019.

ຫຼ້າສຸດສະຖິຕິດັ່ງກ່າວຖືກທໍາລາຍໄປເປັນທີ່ຮຽບຮ້ອຍ ໃນການແຂ່ງຂັນຍົກນໍ້າໜັກ ໂອແລມປິກ 2020 ຍົກລວມ 2 ທ່າດັ່ງກ່າວໄດ້ 488 ກິໂລກຣາມ ພ້ອມກັບຄວ້າຫຼຽນຄໍາໄປຄອງ ເອົາຊະນະ ອັນດັບ 2 ອາລີ ດາວູດີ ຈາກອີຣານໄປເຖິງ 47 ກິໂລກຣາມ, ສ່ວນຫຼຽນທອງຕົກເປັນຂອງ ແມນ ອາຊາກ ຈາກຊີເຣຍ ຍົກລວມໄດ້ 424 ກິໂລກຣາມ.

ນອກນັ້ນ, ຫຼຽນຄໍາຄັ້ງນີ ເຮັດໃຫ້ ລາຊາ ທາລາກັດເຊ ໄດ້ຫຼຽນຄຳໂອແລມປິກ 2 ຄັ້ງຕິດຕໍ່ກັນຕໍ່ຈາກ ໂອແລມປິກ 2016 ທີ່ຣິໂອ ດີ ຈາເນໂຣ ປະເທດເບຣຊິນ ໄດ້ຫຼຽນຄຳ ລຸ້ນນໍ້າໜັກ +105 ກິໂລ. ນອກນັ້ນ, ຍັງເຄີຍໄດ້ແຊັມໂລກ 4 ສະໄໝ ແລະ ແຊັມເອີຣົບ ອີກ 5 ສະໄໝ.
ຮູບຈາກ: AP