ແມັກລາຟລິນ ທໍາລາຍສະຖິຕິໂລກແລ່ນຂ້າມຮົ້ວ 400 ແມັດຍິງ ພ້ອມຫຼຽນຄໍາ ໂອແລມປິກ 2020

498
Gold medalist Sydney McLaughlin, of the United States, celebrates after winning the women's 400-meter hurdles at the 2020 Summer Olympics, Wednesday, Aug. 4, 2021, in Tokyo, Japan. (AP Photo/Petr David Josek)

ຊິດນີ ແມັກລາຟລິນ ນັກກີລາແລ່ນ-ລານ ອາຍຸ 21 ປີ ຈາກສະຫະລັດອາເມຣິກາ ທໍາລາຍສະຖິຕິໂລກຂອງຕົວເອງ ຫຼັງຈາກທີ່ຄວ້າຫຼຽນຄໍາ ໃນງານມະຫະກໍາກີລາໂອແລມປິກ 2020 ປະເພດແລ່ນຂ້າມຮົ້ວ 400 ແມັດຍິງ ເມື່ອວັນທີ 4 ສິງຫາ 2021.

ແມັກລາຟລິນ ເຂົ້າເສັ້ນໄຊເປັນຄົນທໍາອິດດ້ວຍເວລາ 51,46 ວິນາທີ ໄວກວ່າສະຖິຕິໂລກເກົ່າຂອງຕົວເອງທີ່ເຮັດໄວ້ 51,90 ວິນາທີ ລະຫວ່າງການຄັດເລືອກນັກກີລາ ໂອແລມປິກ ຂອງສະຫະລັດອາເມຣິກາ ເມື່ອເດືອນມິຖຸນາ 2021 ພ້ອມທັງຄວ້າຫຼຽນຄໍາ ໂອແລມປິກ 2020 ໄປຄອງອີກດ້ວຍ.

ສ່ວນຫຼຽນເງິນຕົກເປັນຂອງ ດາລິອາ ມູຮໍາໝັດ ແຊັມເກົ່າໃນໂອແລມປິກ 2016 ເຂົ້າເສັ້ນໄຊດ້ວຍເວລາ 51,58 ວິນາທີ ແລະ ຫຼຽນທອງຕົກເປັນຂອງ ເຟມເກ ໂບລ ຈາກໂຮນລັງ ເຂົ້າເສັ້ນໄຊດ້ວຍເວລາ 52,03 ວິນາທີ.
ຮູບຈາກ: AP