ຄວາມສໍາຄັນ ແລະ ລະບຽບຂອງການຈັດມະຫະກໍາກີລາແຫ່ງຊາດ

454

ມື້ນີ້ທີມຂ່າວເສດຖະກິດ-ການຄ້າ ປ່ຽນບັນຍາກາດໄປເບິ່ງຄວາມໝາຍຄວາມສໍາຄັນຂອງການຈັດງ ມະຫະກໍາກີລາແຫ່ງຊາດ ຫຼັງຈາກທີ່ຈັດຂຶ້ນມາແລ້ວ 10 ຄັ້ງທີ່ຜ່ານມາ ເຊິ່ງຄັ້ງທີ 11 ແມ່ນແຂວງຊຽງຂວາງ ຮັບກຽດເປັນເຈົ້າພາບ ແຕ່ໄດ້ເລື່ອນການແຂ່ງຂັນມາຫຼາຍຄັ້ງແລ້ວ.
ອີງຕາມ ກະຊວງສຶກສາທິການ ແລະ ກີລາ ອອກຂໍ້ກໍານົດວ່າດ້ວຍການຈັດຕັ້ງມະຫະກີລາແຫ່ງຊາດ ເລກທີ 748/ສສກ, ນະຄອນຫຼວງວຽງຈັນ ລົງວັນທິີ 23 ພຶດສະພາ 2013 ລະບຸວ່າ:
ລັດຖະມົນຕີກະຊວງສຶກສາທິການ ແລະ ກີລາອອກຂໍ້ກໍານົດດັ່ງນີ້:

ພາກທີ I ວ່າດ້ວຍລະບຽບການທົ່ວໄປ
-ມາດຕາ 1: ມະຫະກຳກີລາແຫ່ງຊາດ ແມ່ນງານບຸນມະໂຫລານດ້ານການກີລາລະດັບຊາດ ທີ່ປະກອບດ້ວຍການແຂ່ງຂັນກີລາປະເພດຕ່າງໆ ລະຫວ່າງບັນດາແຂວງ, ນະຄອນຫຼວງ ແລະ ບັນດາກະຊວງ, ເພື່ອສະແດງອອກເຖິງອາຣິຍະທຳມູນເຊື້ອອັນດີງາມຂອງປະຊາຊົນລາວບັນດາເຜົ່າ, ເປັນການສົ່ງເສີມ ແລະ ພັດທະນາວຽກງານກີລາຂອງຊາດໃຫ້ນັບມື້ນັບເຂັ້ມແຂງ, ຮັບປະກັນຈຸດປະສົງ ແລະ ລະດັບຄາດໝາຍ ດັ່ງນີ້:
1.1 ເປັນການເສີມຂະຫຽາຍວຽກງານກີລາ-ກາຍະກຳ ເຂົ້າສູ່ມວນຊົນບັນດາເຜົ່າຫັນໄປສູ່ການຫຼິ້ນກີລາຢ່າງກວ້າງຂວາງ ແລະ ຕໍ່ເນື່ອງ, ເພື່ອຍົກສູງລະດັບສະມັດຕະພາບຮ່າງກາຍ ແລະ ມານະຈິດໃນການຮັບໃຊ້ວຽກງານການພັດທະນາເສດຖະກິດ-ສັງຄົມ, ການປົກປັກຮັກສາ ແລະ ກໍ່ສ້າງປະເທດຊາດ.
1.2 ເປັນການເຄື່ອນໄຫວດ້ານວັດທະນະທໍາ-ສັງຄົມ, ສ້າງນ້ຳໃຈສາມັກຄີ, ລະບຽບວິໄນຂອງຊາວໜຸ່ມ, ນັກສຶກສາ, ປັນຍາຊົນ ແລະ ປວງຊົນລາວບັນດາເຜົ່າ, ອັນຈະເປັນການປະກອບສ່ວນສຳຄັນໃນການພັດທະນາຊັບພະຍາກອນມະນຸດ ແລະ ສະກັດກັ້ນປາກົດການຫຍໍ້ທໍ້ນາໆປະການຂອງສັງຄົມ.
1.3. ເປັນການຍົກລະດັບທາງດ້ານເຕັກນິກ, ຍຸດທະວິທີໃນການຫຼິ້ນກີລາປະເພດຕ່າງໆໃຫ້ກ້າວຂຶ້ນສູ່ລະດັບສູງເປັນກ້າວໆ ແລະ ທຽມທັນກັບສາກົນ.

["]

1.4 ເປັນການຮັດແໜ້ນຄວາມສາມັກຄີພາຍໃນ ລະຫວ່າງສູນກາງ, ທ້ອງຖິ່ນ,ຂະແໜງການຕ່າງໆ ໃຫ້ນັບມື້ນັບກວ້າງຂວາງ ແລະ ເລິກເຊິ່ງ.
1.5 ເປັນການພັດທະນາ ແລະ ຍົກລະດັບຢ່າງຮອບດ້ານ ໃນການກະກຽມເປັນເຈົ້າພາບຈັດງານແຂ່ງຂັນນາໆຊາດ ແລະ ເຂົ້າຮ່ວມແຂ່ງຂັນໃນລະດັບພາກພື້ນ ແລະ ສາກົນ.
+ມາດຕາ 2: ລະບຽບການຈັດມະຫະກຳກີລາແຫ່ງຊາດ.
2.1 ການແຂ່ງຂັນກີລາແຫ່ງຊາດຈັດຂຶ້ນທຸກໆ 3 ປີ, ໂດຍແຕ່ລະແຂວງ ສະໝັກຜັດປ່ຽນກັນເປັນເຈົ້າພາບ ແລະ ມີກາເຄື່ອງໝາຍສະເພາະພາໃຕ້ການອະນຸມັດຈາກລັດຖະບານ ສ ປ ປ ລາວ. ວາລະ ແລະ ລາຍການແຂ່ງຂັນແມ່ນໃຫ້ສອດຄ່ອງ ກັບລະບຽບລາຍການແຂ່ງຂັນກີລາພື້ນເມືອງລາວ ແລະ ກີລາສາກົນ ທີ່ ກະຊວງສຶກສາທິການ ແລະ ກີລາ ແລະ ຄະນະກຳມະການກີລາໂອແລມປິກລາວ ໄດ້ເຂົ້າເປັນສະມາຊິກ ເຊັ່ນ: ຊີເກມ, ເອຊຽນເກມ ແລະ ໂອແລມປິກເກມ.
2.2 ຄະນະຮັບຜິດຊອບຈັດມະຫະກຳກີລາແຫ່ງຊາດແຕ່ລະຄັ້ງ ແມ່ນການສະເໜີຂອງກະຊວງສຶກສາທິການ ແລະ ກີລາ ສົມທົບກັບແຂວງເຈົ້າພາບ ເພື່ອຂໍອະນຸມັດການຕົກລົງແຕ່ງຕັ້ງຈາກທ່ານນາຍົກລັດຖະມົນຕີ,

2.3 ແຂວງເຈົ້າພາບ ແມ່ນໃຫ້ກະກຽມເງື່ອນໄຂການຮັບຕ້ອນ, ພາຫານະຂົນສົ່ງ, ທີ່ພັກ, ການບໍລິການ, ສະຖານທີ່ຝຶກແອບ ແລະ ແຂ່ງຂັນຕະຫຼອດຮອດນັກວິຊາການໃຫ້ຖືກຕ້ອງຕາມລະບຽບການ ແລະ ມາດຕະຖານອັນຈຳເປັນ ທັງຮັບປະກັນຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ ໃນງານກີລາແຫ່ງຊາດ.
2.4 ຄະນະຮັບຜິດຊອບ ແລະ ນັກກີລາຈາກບັນດາກະຊວງ, ບັນດາແຂວງ ແລະ ນະຄອນຫຼວງ ແມ່ນກຸ້ມຕົນເອງຢ່າງຮອບດ້ານໃນການໃຊ້ຈ່າຍ ງົບປະມານເພື່ອເຂົ້າຮ່ວມງານກີລາແຫ່ງຊາດສໍາລັບຄະນະຂອງຕົນ ສ່ວນແຂວງທີ່ເປັນເຈົ້າພາບ ນອກຈາກກຸ້ມຕົນເອງແລ້ວລາຍຮັບຈາກການຈັດງານ ແມ່ນຈະໄດ້ນໍາມາໃຊ້ຈ່າຍເຂົ້າໃນງານແຂ່ງຂັນກີລາແຫ່ງຊາດ.
2.5 ສໍາລັບນັກກີລາແຕ່ລະປະເພດຂອງບັນດາກະຊວງ, ບັນດາແຂວງ ແລະ ນະຄອນຫຼວງ ນັບທັງເຈົ້າພາບແມ່ນຕ້ອງຂຶ້ນທະບຽນຢ່າງຖືກຕ້ອງຕາມລະບຽບຫຼັກການ ຂອງ ກະຊວງສຶກສາທິການ ແລະ ກີລາ ວາງອອກ.
2.6 ການແຂ່ງຂັນກີລາແຕ່ລະປະເພດຢູ່ໃນມະຫະກຳກີລາແຫ່ງຊາດຄະນະກີລາບັນດາກະຊວງ, ບັນດາແຂວງ ແລະ ນະຄອນຫຼວງ ທີ່ສະໝັກເຂົ້າຮ່ວມແຂ່ງຂັນ ຕ້ອງສົ່ງຄະນະນັກກີລາເຂົ້າຮ່ວມຕາມຄວາມອາດສາມາດຂອງຕົນແຕ່ບໍ່ໃຫ້ຫຼຸດ 4 ປະເພດກີລາ.

2.7 ການກໍານົດປະເພດກີລາໃນງານແຂ່ງຂັນກີລາແຫ່ງຊາດ, ແຕ່ລະປະເພດແມ່ນກອງປະຊຸມຂອງຄະນະຮັບຜິດຊອບ ຈັດມະຫະກໍາກີລາແຫ່ງຊາດ ແລະ ແຂວງເຈົ້າພາບ ເປັນຜູ້ຕົກລົງເປັນເອກະພາບ, ຢ່າງໜ້ອຍບໍ່ໃຫ້ຫຼຸດ 20 ປະເພດກີລາ ຫຼື ບໍ່ຫຼຸດງານກີລາແຫ່ງຊາດຄັ້ງທີ່ຜ່ານມາ (ຖ້າບໍ່ຈໍາເປັນ).
ກີລາພາກບັງຄັບ: ກໍານົດເອົາກີລາ ແລ່ນ-ລາ; ກີລາພື້ນເມືອງ: ສາມາດບັນຈຸເຂົ້າໃນບາງປະເພດກີລາທີ່ມີກົດລະບຽບ, ກະຕິກາການແຂ່ງຂັນທີ່ເປັນເກມກີລາອັນແນ່ນອນ ແລະ ແຜ່ຫຼາຍໃນສັງຄົມ.
ກີລາສາກົນ: ແມ່ນປະເພດກີລາທີ່ມີການແຂ່ງຂັນໃນຊີເກມ, ເອຊຽນເກມ ເເລະ ໂອແລັມປິກເກມ.
2.8 ຄະນະຮັບຜິດຊອບຈັດມະຫະກຳກີລາແຫ່ງຊາດ ແຈ້ງການໃຫ້ບັນດາກະຊວງ, ບັນດາແຂວງ ແລະ ນະຄອນຫຼວງ ຮັບຊາບກ່ຽວກັບປະເພດກີລາກ່ອນເປີດງານແຂ່ງຂັນກີລາແຫ່ງຊາດ ຢ່າງໜ້ອຍ 09 ເດືອນ
2.9 ສໍາລັບກະຕິກາ ແມ່ນໃຫ້ປະຕິບັດຕາມກະຕິກາສາກົນຂອງປະເພດກີລານັ້ນໆ ແລະ ລະບຽບການຂອງກະຊວງສຶກສາທິການ ແລະ ກີລາ ແລະສະຫະພັນກີລາແຫ່ງຊາດ ວາງອອກ.