ມີກໍລະນີຕິດເຊື້ອໃໝ່ 206 ຄົນ ໃນນີ້ຕິດເຊື້ອໃນຊຸມຊົນ 19 ຄົນ ຈາກ3 ແຂວງ

1717

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 5 ສິງຫາ 2021 ວ່າ: ວັນທີ 4 ສິງຫາ 2021  ໄດ້ກວດວິເຄາະທັງໝົດ 2. 392 ຄົນ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 206 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 19 ຄົນ ຄື:ນະຄອນຫຼວງວຽງຈັນ 3 ຄົນ, ບໍ່ແກ້ວ 12 ຄົນ (ເມືອງຕົ້ນເຜິ້ງ), ຈຳປາສັກ 4 ຄົນ.

ສຳລັບ ຜູ້ຕິດເຊື້ອໃໝ່ 3 ຄົນ ຢູ່ນະຄອນຫຼວງວຽງຈັນ, ລາຍລະອຽດ ມີດັ່ງນີ້: 1 ຄົນ ແມ່ນພະນັກງານຢູ່ສູນຈຳກັດບໍລິເວນ. ຄົນທີ 2 ຄົນ ແມ່ນສັນຊາດ ຫວຽດນາມ ກວດພົບເຊື້ອກ່ອນເດີນທາງກັບປະເທດ, ເປັນເພດຊາຍ ອາຍຸ 30 ປີ, ຜູ້ກ່ຽວເດີນທາງມາຈາກ ສສ ຫວຽດນາມ ໃນໄລຍະວັນທີ 7-8 ກໍລະກົດ 2021 ມາຮອດແຂວງບໍ່ແກ້ວ ວັນທີ 9-10 ກໍລະກົດ ແລະ ໄດ້ເຮັດວຽກຢູ່ແຂວງບໍ່ແກ້ວ (ບໍ່ຮູ້ຢູ່ບ່ອນໃດ); ວັນທີ 4 ສິງຫາ 2021 ເວລາ 10 ໂມງເຊົ້າ ເດີນທາງມານະຄອນຫຼວງວຽງຈັນ ນຳກັນ 20 ຄົນ. ເມື່ອມາຮອດຄິວລົດສາຍເໜືອ ຜູ້ກ່ຽວ ໄດ້ເດີນທາງໄປກວດວິເຄາະ ຢູ່ ສວລ ກ່ອນເດີນທາງກັບປະເທດ ແລະ ຜົນກວດແມ່ນພົບເຊື້ອ.ຄົນທີ3 ອອກຈາກສູນຈຳກັດບໍລິເວນ ພາຍຫຼັງສິ້ນສຸດການຈຳກັດບໍລິເວນ 14 ວັນ.


ສ່ວນ ຜູ້ຕິດເຊື້ອໃໝ່ 4 ຄົນ ຢູ່ແຂວງຈຳປາສັກ, ໃນນັ້ນ 2 ຄົນ ເປັນພະນັກງານຢູ່ດ່ານວັງເຕົ່າ, 1 ຄົນເປັນພະນັກງານອະນາໄມຂ້າເຊື້ອ ແລະ 1 ຄົນແມ່ນເປັນຄົນໃນຄອບຄົວຂອງພະນັກງານອະນາໄມຂ້າເຊື້ອ.


ສ່ວນ ກໍລະນີນໍາເຂົ້າ ມີ 187 ຄົນ ຈາກ ນະຄອນຫຼວງ 50 ຄົນ, ວຽງຈັນ 1 ຄົນ, ບໍລິຄຳໄຊ 4 ຄົນ, ສະຫວັນນະເຂດ 74 ຄົນ, ສາລະວັນ 8 ຄົນ ແລະ ຈຳປາສັກ 50 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7.511 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3.696 ຄົນ.

ຕໍ່ກັບສະພາບການດັ່ງກ່າວ, ເພື່ອສະກັດກັ້້ນການລະບາດຂອງສາຍພັນເດວຕ້າ ຢູ່ໃນໂລກ ກໍ່ຄື ຢູ່ໃນປະເທດຂອງພວກເຮົາ, ຂໍຮຽກຮ້ອງມາຍັງ ພໍ່ແມ່, ປະຊາຊົນ ແລະ ທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ເປັນບູລິມະສິດ ຕ້ອງຮີບຮ້ອນໄປຮັບການສັກວັກຊີນ ເພື່ອສ້າງພູມຄຸ້ມກັນໃຫ້ແກ່ຕົນເອງ ກໍ່ຄື ພູມຄຸ້ມກັນໝູ່ ເພື່ອເຮັດໃຫ້ສັງຄົມລາວຂອງພວກເຮົາ ຫຼຸດພົ້ນອອກຈາກການລະບາດຂອງພະຍາດໂຄວິດ-19 ແລະ ກັບຄືນສູ່ສະພາວະປົກກະຕິໂດຍໄວ.

ພ້ອມທັງໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021 ຢ່າງເຄັ່ງຄັດ ໃນການສະກັດກັ້ນການລະບາດຂອງພະຍາດໂຄວິດ-19.