ຕິດຕາມກອງປະຊຸມສະໄໝວິສາມັນເທື່ອທີ 1ຂອງສະພາແຫ່ງຊາດ ພິຈາລະນາສອງວາລະສຳຄັນຂອງປະເທດເຮົາ

733

ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງ ຊາດ ຊຸດທີ IX ໄຂຂຶ້ນຢ່າງເປັນທາງການໃນຕອນເຊົ້າວັນທີ 5 ສິງຫາ ແລະ ຈະດໍາເນີນໄປຮອດວັນທີ 10 ສິງຫາ 2021 ທີ່ຫ້ອງປະຊຸມໃຫຍ່ສະພາແຫ່ງຊາດຫລັງໃໝ່, ນະຄອນຫລວງວຽງຈັນ.

ຕາມວາລະຂອງກອງປະຊຸມແມ່ນຈະມີການພິຈາລະນາຮັບຮອງເອົາວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ເປັນວາລະເລີ່ມຕົ້ນຂອງກອງປະຊຸມ ຫຼັງຈາກນັ້ນແມ່ນຕໍ່ດ້ວຍວາລະແຫ່ງຊາດກ່ຽວກັບການແກ້ໄຂບັນຫາຢາເສບຕິດ.


ນອກຈາກນີ້ແມ່ນຈະໄດ້ພິຈາລະນາຮັບຮອງເອົາການປັບປຸງຮ່າງກົດໝາຍຈຳນວນ 5 ສະບັບທີ່ພົວພັນກັບວາລະແຫ່ງຊາດເຊັ່ນ: ຮ່າງກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະຮ່າງກົດໝາຍວ່າດ້ວຍອາກອນຊົມໃຊ້.


ພ້ອມດຽວນີ້ກອງປະຊຸມຍັງຈະໄດ້ຮັບຟັງການລາຍງານກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ແລະມາດຕະການແກ້ໄຂຜົນກະທົບຈາກການລະບາດຂອງພະຍາດດັ່ງກ່າວຕື່ມອີກ.


ໃນລະຫວ່າງດຳເນີນກອງປະຊຸມພະນັກງານ, ທະຫານ, ຕຳຫລວດ ແລະ ປະຊາຊົນທົ່ວໄປ ສາມາດສົ່ງຄຳຄິດຄຳເຫັນ ແລະຄຳສະເໜີໄປຍັງກອງປະຊຸມໄດ້ຕາມໂດຍຜ່ານ ສາຍດ່ວນ: 156 ຮັບໃຊ້ກອງປະຊຸມສະໄໝວິສາມັນເທື່ອທີ 1 ຂອງສະພາແຫ່ງຊາດຊຸດທີ IX. ອີເມວ: nalao.156@gmail.com