ລັດຖະມົນຕີກະຊວງ ກະຊວງອຸດສາຫະກຳ ແລະ ການຄ້າ ເຄື່ອນໄຫວຢ້ຽມຢາມ ກົມມາດຕະຖານ ແລະ ວັດແທກ

1106

ໃນວັນທີ 4 ສິງຫາ 2021 ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ (ອຄ)ພ້ອມດ້ວຍຄະນະໄດ້ເຄື່ອນໄຫວຢ້ຽມຢາມ ກົມມາດຕະຖານ ແລະ ວັດແທກ ເຊິ່ງຕັ້ງຢູ່ບ້ານດ່ານຊ້າງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບໂດຍ ທ່ານ ວຽງທອງ ວົງທະວິໄລ ຫົວໜ້າກົມມາດຕະຖານ ແລະ ວັດແທກ (ກມວ) ພ້ອມດ້ວຍຮອງຫົວໜ້າກົມ, ຫົວໜ້າ-ຮອງຫົວໜ້າພະແນກ, ວີຊາການ ແລະ ພະນັກງານພາຍໃນ ກົມມາດຕະຖານ ແລະ ວັດແທກ.


ທ່ານ ວຽງທອງ ວົງທະວິໄລ ໄດ້ກ່າວຕ້ອນຮັບທ່ານລັດຖະມົນຕີ ແລະ ໄດ້ລາຍງານຫຍໍ້ກ່ຽວກັບການຈັດຕັ້ງປະຕິບັດວຽກງານພາຍໃນ ກມວ ວ່າ: ກມວ ເລີ່ມສ້າງຕັ້ງແຕ່ປີ1993-2007 ໂດຍເອີ້ນວ່າ ກົມຊັບສິນທາງປັນຍາ ມາດຕະຖານ ແລະ ວັດແທກ ຂຶ້ນກັບອົງການວິທະຍາສາດ ເຕັກໂນໂລຊີ ແລະ ສິ່ງແວດລ້ອມ ແຫ່ງຊາດ.

ຕໍ່ມາປີ 2008 – 2011 ສ້າງຕັ້ງເປັນສະຖາບັນວັດແທກ, ປີ 2011- 2021 ສ້າງຕັ້ງເປັນກົມມາດຕະຖານ ແລະ ວັດແທກ ຂຶ້ນກັບກະຊວງ ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ມາຮອດເດືອນມີນາ 2021 ກົມມາດຕະຖານ ແລະ ວັດແທກ ໄດ້ຂຶ້ນກັບ ກະຊວງ ອຸດສາຫະກຳ ແລະ ການຄ້າ ຕາມມະຕິຕົກລົງຂອງກົມການເມືອງສູນກາງພັກ ເຊິ່ງເບິ່ງດ້ານວຽກງານ ແລະ ການປະຕິບັດຫຼາຍດ້ານກໍ່ເຫັນວ່າ ມີຄວາມສອດຄ່ອງ ເພື່ອເຮັດໃຫ້ວຽກງານການປິ່ນອ້ອມມີຄວາມສະດວກ ແລະ ກະທັດຮັດຂຶ້ນ. ປັດຈຸບັນ ພາຍໃນກົມມີພະນັກງານທັງໝົດ 105 ທ່ານ, ຍິງ 41 ທ່ານ ໂດຍມີພະນັກງານປະຈຳດ່ານ 28 ທ່ານ ແລະ ຍິງ 5 ທ່ານ.

ໂອກາດດັ່ງກ່າວ ທ່ານ ຄຳແພງ ໄຊສົມແພງ ໄດ້ໂອ້ລົມວ່າ: ຂ້າພະເຈົ້າພ້ອມຄະນະຮູ້ສຶກດີໃຈເປັນຢ່າງຍິ່ງທີ່ໄດ້ມາພົບປະ ແລະ ຢ້ຽມຢາມ ກົມມາດຕະຖານ ແລະ ວັດແທກເປັນຄັ້ງທໍາອິດ ຢ່າງເປັນທາງການນັບແຕ່ໄດ້ຮັບໜ້າທີ່ ແລະ ຄືບັນດາທ່ານຮູ້ນໍາກັນແລ້ວວ່າ ກົມມາດຕະຖານ ແລະ ວັດແທກ ສັງກັດຢູ່ໃນໂຄງປະກອບ ກົງຈັກການຈັດຕັ້ງໜຶ່ງທີ່ຂຶ້ນກັບ ກະຊວງອຸດສາຫະກຳ ແລະ ການຄ້າ ມີພາລະບົດບາດໃນວຽກງານມາດຕະຖານ ຄຸນນະພາບ, ການກວດທຽບ ເຄື່ອງມື ອຸປະກອນວັດແທກ ແລະ ວຽກງານສິ່ງກີດຂວາງດ້ານເຕັກນິກຕໍ່ການຄ້າ; ເປັນວຽກງານຈຸດສຸມໜຶ່ງ ໃນການພັດທະນາເສດຖະກິດ-ສັງຄົມ ຂອງ ສປປ ລາວ ໂດຍສະເພາະເພື່ອຊຸກຍູ້ສົ່ງເສີມເຂົ້າໃນການຈັດຕັ້ງການເຄື່ອນໄຫວປະຕິບັດວຽກງານ ການບໍລິການ ຮັບໃຊ້ໃຫ້ແກ່ສັງຄົມຄື: ການກວດສອບ, ກວດກາ, ຕິດຕາມ ວຽກງານມາດຕະຖານ, ວັດແທກ, ຢັ້ງຢືນຄຸນນະພາບ ຜະລິດຕະພັນ ແລະ ການປະເມີນຄວາມສອດຄ່ອງ.


ຢ່າງໃດກໍຕາມ, ທີ່ຜ່ານມາ ກົມມາດຕະຖານ ແລະ ວັດແທກ ກໍໄດ້ເປັນອົງປະກອບຫນຶ່ງ ໃນການປະກອບສ່ວນ ຢ່າງຕັ້ງຫນ້າສ້າງຜົນງານ ໃນຫລາຍດ້ານທີ່ພົ້ນເດັ່ນເຊິ່ງມີສອງກົດໝາຍຄື: ກົດໝາຍວ່າດ້ວຍ ມາດຕະຖານ ແລະ ກົດໝາຍວ່າດ້ວຍການວັດແທກ ລວມທັງບັນດາຂໍ້ຕົກລົງ ແລະ ຂໍ້ກຳນົດທັງໝົດມີ 20 ສະບັບ ໃນການການຜັນຂະຫຍາຍຈັດຕັ້ງປະຕິບັດບັນດານິຕິກໍາລຸ່ມກົດຫມາຍເພື່ອເປັນເຄື່ອງມືອໍານວຍຄວາມສະດວກໃນການເຄື່ອນໄຫວຈັດຕັ້ງປະຕິບັດຄຸ້ມຄອງ ແລະ ບໍລິການວຽກງານມາດຕະຖານ ແລະ ວັດແທກ. ນອກຈາກນີ້, ຍັງມີບັນດາຂໍ້ຕົກລົງທີ່ກຳລັງສ້າງຂຶ້ນໃຫມ່ ອີກຈໍານວນ 05 ສະບັບ.


ໄດ້ຮັບຮອງເອົາບັນດາ ມາດຕະຖານຜະລິດຕະພັນ ໃນແຕ່ລະຂົງເຂດ ໄດ້ຫລາຍກວ່າ 459 ມາດຕະຖານແຫ່ງຊາດ ເຊິ່ງໃນນີ້ໄດ້ປະກາດໃຊ້ເປັນມາດຕະຖານບັງຄັບຈໍານວນ 119 ມາດຕະຖານ ທີ່ໄດ້ອະນຸມັດປະກາດໃຊ້ຢ່າງເປັນທາງການແລ້ວ ເພື່ອເປັນເງື່ອນໄຂໃນການກວດກາ, ຕິດຕາມຢັ້ງຢືນຄຸນນະພາບຜະລິດຕະພັນສິນຄ້າ, ທັງເປັນການປົກປ້ອງຜູ້ບໍລິໂພກ ແລະ ຜູ້ຊົມໃຊ້, ສົ່ງເສີມ ແລະ ອໍານວຍຄວາມສະດວກໃນການສົ່ງອອກ-ນໍາເຂົ້າຜະລິດຕະພັນ ແລະ ສິນຄ້າ ເພື່ອຕອບສະຫນອງຄວາມຮຽກຮ້ອງຕ້ອງການ ຂອງເສດຖະກິດ-ສັງຄົມ ທີ່ນັບມື້ນັບມີການຂະຫຍາຍຕົວ ແລະ ສາມາດສົ່ງເສີມຜະລິດຕະພັນພາຍໃນ ໃຫ້ມີການແຂ່ງຂັນທາງດ້ານ ຄຸນນະພາບ ສູ່ຕະຫລາດພາກພື້ນ ແລະ ສາກົນໄດ້.


ໃນຕອນທ້າຍທ່ານລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ຢ້ຽມຊົມບັນດາຫ້ອງທົດລອງພາຍໃນກົມຕື່ມອີກ.


ຂ່າວ: ສັນຕິ, ພາບ: ສອນໄຊ