ຄອບຄົວ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດ ມອບເງິນ 100 ລ້ານກີບ ໃຫ້ແຂວງຈໍາປາສັກ ເພື່ອຊຸກຍູ້ວຽກງານຕ້ານການລະບາດຂອງພະຍາດໂຄວິດ-19

2452

ຄອບຄົວ ທ່ານ ບຸນຍັງ ວໍລະຈິດ ອະດີດປະທານປະເທດແຫ່ງ ສປປ ລາວ ໄດ້ມອບເງິນ ຈຳນວນ 100 ລ້ານກີບ, ໃຫ້ແຂວງຈຳປາສັກໍ ເພື່ອປະກອບສ່ວນ ເຂົ້າໃນວຽກງານປ້ອງກັນ ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດ ພະຍາດ COVID-19 ໃນນັ້ນ, ມອບໃຫ້ອົງການປົກຄອງແຂວງ 50 ລ້ານກີບ ແລະ ໃຫ້ຕະນະສະເພາະກິດຂັ້ນແຂວງ 50 ລ້ານກີບ.

ພິທີມອບ-ຮັບໃນວັນທີ 4 ສິງຫາ 2021 ເຊິ່ງຕາງໜ້າມອບໂດຍ ທ່ານ ຄໍາມະນີ ອິນທິລາດ ອະດີດລັດຖະມົນຕີ ກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບໂດຍ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ມີຫົວໜ້າກອງເລຂາຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.


ໃນໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ຕາງໜ້າອົງການປົກຄອງ ແລະ ປະຊາຊົນຊາວແຂວງຈຳປາສັກ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນໄປຍັງ ທ່ານ ບຸນຍັງ ວໍລະຈິດ ອະດີດປະເທດປະເທດ ແຫ່ງ ສປປ ລາວ ພ້ອມຄອບຄົວ ແລະ ລູກຫລານ ທີ່ມີຄວາມເປັນຫ່ວງເປັນໄຍຕໍ່ປະຊາຊົນ ແລະໄດ້ໃຫ້ການສະໜັບສະໜູນ ອົງການປົກຄອງ ແຂວງຈຳປາສັກ ໃນວຽກງານປ້ອງກັນ, ຄວບຄຸມ ແລະ ຕ້ານການລະບາດຂອງພະຍາດໂຄວິດ-19.

ພ້ອມກັນນັ້ນ, ກໍ່ໄດ້ຊົມເຊີຍ ທ່ານ ຄໍາມະນີ ອິນທິລາດ ໃນການມາເຄື່ອນໄຫວວຽກງານຢູ່ແຂວງຈຳປາສັກ ໃນເທື່ອນີ້. ແລະ ຜ່ານມາ ແຂວງຈຳປາສັກ ແມ່ນໄດ້ເພີ່ມທະວີຄວາມເອົາໃຈໃສ່ ແລະ ວາງມາດຕະການສະກັດກັ້ນ, ປ້ອງກັນ ແລະ ຄວາມຄຸມການລະບາດຂອງພະຍາດໂຄວິດ-19 ໃນທົ່ວແຂວງ ແນໃສ່ເພື່ອຮັບ ປະກັນບໍ່ໃຫ້ແຜ່ລະບາດ ອອກສູ່ຊຸມຊົນໃນວົງກວ້າງແຕ່ຫົວທີ ແລະ ໄດ້ສຸມໃສ່ປັບປຸງຍົົກລະດັບໂຮງໝໍພາກສະໜາມ ແລະ ສູນຈຳກັດບໍລິເວນຂອງແຮງງານ ທີ່ເຂົ້າມາຈຳນວນຫລາຍ ເພື່ອໃຫ້ພຽງພໍກັບຄວາມຕ້ອງການ.
ຂ່າວ-ຮູບ: ທັດຊະນະ