ຮອງນາຍົກລັດຖະມົນຕີ ຊີ້ນຳວຽກຕ້ານໂຄວິດ-19 ແຂວງບໍລິຄຳໄຊ ໂດຍໃຫ້ປັບປຸງ ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວໃຫ້ພຽງພໍ ແລະ ຖືກຕ້ອງຕາມຫຼັກການແພດ

240

ທ່ານ ກິແກ້ວ ໄຂຄຳພິທູນ ຮອງນາຍົກລັດຖະມົົນຕີ, ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ພ້ອມດ້ວຍຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ຊຸກຍູ້ວຽກງານ ຕ້ານພະຍາດໂຄວິດ-19 ຢູ່ແຂວງບໍລິຄຳໄຊ, ມີທ່ານ ກອງແກ້ວ ໄຊສົງຄາມ ເຈົ້າແຂວງໆບໍລິຄຳໄຊ ພ້ອມດ້ວຍອົງການປົກຄອງແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງໃຫ້ການຕ້ອນຮັບ ໃນວັນທີ 3 ສິງຫາ 2021 ຜ່ານມາ.


ໂອກາດນີ້, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ຮັບຟັງການລາຍງານ ກ່ຽວກັບສະພາບການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂ ການແຜ່ລະບາດພະຍາດໂຄວິດ-19 ຢູ່ແຂວງບໍລິຄໍາໄຊ, ຜ່ານການຮັບຟັງການລາຍງານ, ທ່ານຮອງນາຍົກລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ແຂວງ ທີ່ໄດ້ເອົາໃຈໃສ່ປະຕິບັດວຽກງານປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດ ຂອງພະຍາດໂຄວິດ-19 ແລະ ວຽກງານການຮັບແຮງງານລາວທີ່ກັບຄືນມາແຕ່ປະເທດໃກ້ຄຽງ ໄດ້ເປັນຢ່າງດີ.

ໂອກາດດັ່ງກ່າວ ທ່ານໄດ້ມີຄຳເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ເອົາໃຈໃສ່ຕື່ມ ເປັນຕົ້ນ ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການລະບາດ ຂອງພະຍາດ ໂຄວິດ-19 ທີ່ລັດຖະບານ ກໍຄືຄະນະສະເພາະກິດວາງອອກ ໃນແຕ່ລະໄລຍະ ໃຫ້ສອດຄ່ອງກັບສະພາບຕົວຈິງ; ໃຫ້ປັບປຸງ, ຂະຫຍາຍສູນຈຳກັດບໍລິເວນ ແລະ ສູນປິ່ນປົວໃຫ້ພຽງພໍ ແລະ ຖືກຕ້ອງຕາມຫຼັກການແພດ, ປັບປຸງລະບຽບການຄຸ້ມຄອງສູນຈໍາກັດບໍລິເວນ ແລະ ສູນປິ່ນປົວ ເພື່ອຮັບປະກັນຄວາມເປັນລະບຽບຮຽບຮ້ອຍ; ເອົາໃຈໃສ່ເບິ່ງແຍງຊີວິດການເປັນຢູ່ຂອງແພດໝໍ ແລະ ເຈົ້າໜ້າທີ່ກ່ຽວຂ້ອງໃຫ້ດີ, ພ້ອມທັງ ສະໜອງເຄື່ອງມືອຸປະກອນປ້ອງກັນທາງການແພດໃຫ້ພຽງພໍ ເພື່ອຮັບປະກັນຄວາມປອດໄພຈາກການຕິດເຊື້ອ, ເລັ່ງການສັກວັກຊີນໃຫ້ກຸ່ມເປົ້າໝາຍ ເພື່ອຫຼຸດຜ່ອນຄວາມສ່ຽງຂອງການຕິດເຊື້ອ; ເພີ່ມທະວີການສຶກສາອົບຮົມແນວຄິດໃຫ້ແຮງງານລາວ ທີ່ກັບມາຈາກປະເທດໃກ້ຄຽງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ຄວາມເປັນຫ່ວງເປັນໄຍ ແລະ ນະໂຍບາຍຂອງລັດຖະບານ, ສຳຄັນ ແມ່ນການເຂົ້າ-ອອກປະເທດ ໃຫ້ຖືກຕ້ອງຕາມລະບຽບກົດໝາຍ.

ນອກນັ້ນ ກໍໃຫ້ອົງການປົກຄອງບ້ານ ແລະ ຄອບຄົວ ເປັນເຈົ້າການສຶກສາອົບຮົມແນວຄິດໃຫ້ລູກຫຼານຂອງຕົນ ໄດ້ຮັບຮູ້, ເຂົ້າໃຈ ແລະ ປະຕິບັດເອກະພາບກັນ; ໃຫ້ແຂວງຄາດຄະເນຈໍານວນແຮງງານ ທີ່ຈະກັບມາແຂວງຂອງຕົນໃນຕໍ່ໜ້າ ເພື່ອວາງມາດຕະການ, ກຽມແຜນຮອງຮັບ ແລະ ອຳນວຍຄວາມສະດວກ ໄດ້ຖືກຕ້ອງ, ແທດເໝາະ ແລະ ຊັດເຈນ, ພ້ອມທັງ ຂຶ້ນທະບຽນແຮງງານແຮງງານຄັກແນ່ ເພື່ອເປັນບ່ອນອີງໃນການຝຶກສີມືແຮງງານ ແລະ ການຈັດຫາແຮງງານ ໃນຕໍ່ໜ້າ; ໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບພາກ ສ່ວນກ່ຽວຂ້ອງຄົ້ນຄວ້າຝຶກສີມືແຮງງານ ແລະ ຊອກຫາຕະຫຼາດແຮງງານ; ສ້າງແຜນຄວາມຕ້ອງການດ້ານເຄື່ອງມືອຸປະ ກອນການແພດ ແລະ ງົບປະມານຮັບໃຊ້ທີ່ຈຳເປັນ ຢ່າງສົມເຫດສົມຜົນ.


ໃນໂອກາດດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ຍັງໄດ້ສືບຕໍ່ໄປຢ້ຽມຢາມ, ໂອ້ລົມ ແລະ ໃຫ້ກຳລັງໃຈ ແກ່ຜູ້ແຮງງານທີ່ຈຳກັດບໍລິເວນ ແລະ ຜູ້ທີ່ຕິດເຊື້ອໂຄວິດ-19 ທີ່ກໍາລັງປິ່ນປົວ ຢູ່ສູນຈຳກັດບໍລິເວນ ແລະ ສູນປິ່ນປົວ 3 ແຫ່ງຢູ່ທີ່ເມືອງປາກຊັນ ຄື: ສູນປິ່ນປົວຢູ່ຫຼັກ 6; ສູນປິ່ນປົວຢູ່ສູນຊາວໜຸ່ມ ແລະ ສູນຈຳກັດບໍລິເວນໜອງສາມຂາ, ພ້ອມທັງ ເຄື່ອນໄຫວຕິດຕາມເບິ່ງສະພາບ ການຮັບແຮງງານທີ່ກັບຄືນປະເທດ ຢູ່ດ່ານສາກົນ ປາກຊັນ-ບຶງການ.

ສຳລັບການຢ້ຽມຢາມສູນປິ່ນປົວຫຼັກ 6, ທ່ານຮອງນາຍົກລັດຖະມົນຕີ ໄດ້ເນັ້ນໜັກໃຫ້ຜູ້ຕິດເຊື້ອໂຄວິດ-19 ທີ່ກຳລັງປິ່ນປົວ ໃຫ້ການຮ່ວມມືກັບລັດຖະບານ, ປະຕິບັດຕາມຄຳແນະນຳ ແລະ ລະບຽບຂອງຂອງແພດໝໍຢ່າງເຂັ້ມງວດ ພ້ອມທັງເອົາໃຈໃສ່ເບິ່ງແຍງຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງຍາກດັ່ງກ່າວໄປພ້ອມກັນ, ພາຍຫຼັງປິ່ນ ປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊີນປ້ອງກັນ ແລະ ສືບຕໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ;

ເອົາໃຈໃສ່ຕິດຕໍ່ພົວພັນກັບຄອບຄົວ, ຍາດພີ່ນ້ອງ ແລະ ໝູ່ເພື່ອນ ທີ່ໄປອອກແຮງງານ ແລະ ຍັງບໍ່ທັນກັບຄືນມາປະເທດ ໃຫ້ເຄົາລົບລະບຽບກົດໝາຍຂອງປະເທດນັ້ນໆ, ຫາກມີຄວາມປະສົງຢາກກັບຄືນມາ ກໍ່ແນະນຳໃຫ້ມາຢ່າງຖືກຕ້ອງຕາມກົດໝາຍ ຫຼື ມາແລ້ວ ໃນຕໍ່ໜ້າຫາກຈະກັບໄປ ກໍ່ແມ່ນໃຫ້ດຳເນີນຖືກຕາມຂັ້ນຕອນ ແລະ ລະບຽບກົດໝາຍ ການເຂົ້າ-ອອກປະເທດ ຢ່າງເຂັ້ມງວດ.