ແຂວງຫຼວງນໍ້າທາ ຄຶກຄື້ນ ຫຼັງພໍ່ແມ່ປະຊາຊົນ ຕື່ນຕົວພາກັນໄປ ສັກວັກແຊງປ້ອງກັນໂຄວິດ-19

500

ການສັກວັກແຊງປ້ອງກັນພະຍາດໂຄວິດ-19 ຢູ່ແຂວງຫຼວງນໍ້າທາ ຄຶກຄື້ນຫຼາຍຈາກ ປະຊາຊົນຕື່ນຕົວພາກັນໄປສັກວັກແຊງປ້ອງກັນພະຍາດໂຄວິດ-19 ຫຼາຍຂຶ້ນ, ຂະນະທີ່ທາງຄະນະກິດຂັ້ນເມືອງ ກໍ່ຍັງສືບຕໍ່ເອົາໃຈໃສ່ລົງໂຄສະນາ ເຜີຍແຜ່ຂໍ້ມູນ, ລະດົມໃຫ້ພໍ່ແມ່ປະຊາຊົນທີ່ຍັງບໍ່ທັນໄດ້ສັກວັກແຊງໃຫ້ມາສັກວັກແຊງໃຫ້ບັນລຸຕາມຄາດໝາຍທີ່ກຳນົດໄວ້.

ທ່ານ ດຣ. ພູວຽງ ດວງດາລາ ຮອງອຳນວຍການໂຮງໝໍແຂວງຫຼວງນໍ້າທາ ໄດ້ໃຫ້ສຳພາດວ່າ: ໂຮງໝໍແຂວງຫຼວງນໍ້າທາ ໄດ້ເລີ່ມສັກວັກແຊງໃນຮອບທີ 1 ສັກໄດ້ 1.764 ຄົນ, ຮອບ 2 ໄດ້ 3.647 ຄົນ ແລະ ຮອບ 3 ສັກໄດ້ 6.595 ຄົນ, ເຫັນວ່າການສັກວັກແຊງແລກໆປະຊາຊົນກໍ່ມີຄວາມຢ້ານກົວ, ຢ້ານມີຜົນຂ້າງຄຽງອື່ນໆ ເມື່ອເຫັນວ່າຫຼາຍພາກສ່ວນມີການລົງນະລົນກ່ຽວກັບຄວາມສຳຄັນຂອງການສັກວັກແຊງ, ພ້ອມຂໍ້ຈຳກັດເງື່ອນໄຂການເຂົ້າເຖິງບໍລິການຕ່າງໆເປັນຕົ້ນແມ່ນການຄົມມະນາຄົມຂົນສົ່ງ ປະຊາຊົນກໍ່ຕື່ນຕົວ ແລະ ເຂົ້າມາສັກວັກແຊງຢູ່ໂຮງໝໍເຮົາເປັນຈຳນວນຫຼາຍ ລວມປະມານ 12 ພັນກວ່າຄົນ, ກຸ່ມເປົ້າໝາຍທີ່ພວກເຮົາສັກແມ່ນແຕ່ 18 ປີຂຶ້ນໄປຫາ 60 ປີ ທີ່ມີສຸຂະພາບແຂງແຮງ ແລະ ແຕ່ລະທີມພວກເຮົາກໍ່ຈະແບ່ງອອກເປັນໜ່ວຍຄື: ໜ່ວຍຄັດກອງ, ຕໍ່ມາແມ່ນແພດສອບຖາມປະຫວັດ ຈາກນັ້ນຈຶ່ງຈະສົ່ງໄປຫາໜ່ວຍງານສັກຢາ, ສິ່ງສຳຄັນແມ່ນພວກເຮົາເນັ້ນໃຫ້ຜູ້ມາສັກວັກແຊງຮັກສາໄລຍະຫ່າງ, ໃສ່ຜ້າປິດປາກດັງ.


ທ່ານ ດຣ. ຄຳສອນ ຈັນທະດາລາ ຫົວໜ້າຫ້ອງການສາທາລະນະສຸກເມືອງນໍ້າທາ,ທັງເປັນຮອງຄະນະສະເພາະກິດຂັ້ນເມືອງ ໄດ້ກ່າວວ່າ: ການສັກວັກແຊງໃຫ້ກັບພໍ່ແມ່ປະຊາຊົນພາຍໃນແຂວງຫຼວງນໍ້າທາແມ່ນພວກເຮົາສັກເປັນຮອບ 3 ຂອງເຂັມທີ 2 ຖືວ່າເຮົາກໍ່ໄດ້ມີການໃຫ້ທາງພະແນກສາທາລະນະສຸກ ເຮັດໜັງສືແຈ້ງການໄປຫາທຸກພາກສ່ວນ ລວມທັງພໍ່ແມ່ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກກໍ່ເຂົ້າມາສັກໄດ້, ຄຽງຄູ່ກັບການເຂັ້ມງວດປະຕິບັດມາດຕະການປ້ອງກັນທີ່ທາງຄະນະສະເພາະກິດວາງອອກ, ດັ່ງທີ່ເຮົາຮູ້ແຂວງຫຼວງນໍ້າທາ ມີການລະບາດໃນຊຸມຊົນທີ່ມາຈາກຕ່າງແຂວງ ສະເພາະເກີດຂຶ້ນຢູ່ຫຼວງນໍ້າທາ ຍັງບໍ່ທັນມີເທື່ອ ດັ່ງນັ້ນຈຶ່ງຂໍຮ້ອງໃຫ້ພໍ່ແມ່ປະຊາຊົນຈົ່ງເອົາໃຈໃສ່ປ້ອງກັນພະຍາດໂຄວິດ-19 ຊ່ວຍກັນ, ພ້ອມທັງຊ່ວຍກັນເປັນກະບອກສຽງໃຫ້ກັບຜູ້ທີ່ຍັງບໍ່ຮູ້ ຫຼື ຜູ້ທີ່ຈະມາບໍລິການສັກຢາໃນແຕ່ລະຈຸດໄປໃຫ້ກວ້າງ, ເຊິ່ງຜ່ານມາພວກເຮົາກໍ່ໃຊ້ລົດລົງພື້ນທີ່ ເພື່ອໂຄສະນາຢູ່ແຕ່ລະບ້ານ ເຊິ່ງຫຼວງນໍ້າທາມີ 78 ບ້ານ ທົ່ວເມືອງນໍ້າທາ ເຮົາກໍ່ໄດ້ເຮັດຄິບສຽງສົ່ງໃຫ້ແຕ່ລະບ້ານເປີດຜ່ານໂທລະໂຄງບ້ານ ກໍ່ເຮັດໃຫ້ພໍ່ແມ່ປະຊາຊົນຮັບຮູ້ ແລະ ເຂົ້າໃຈຫຼາຍຂຶ້ນ ຖ້າທຽບໃສ່ໄລຍະທຳອິດທີ່ເຮົາເປີດບໍລິການໃຫ້ສັກແຕ່ປະຊາຊົນຈຳນວນໜຶ່ງກໍ່ບໍ່ກ້າມາສັກເພາະຢ້ານ ເນື່ອງຈາກໄດ້ຮັບຂໍ້ມູນຜິດໆມາຈາກສື່ທີ່ບໍ່ເປັນທາງການ, ແຕ່ປະຈຸບັນພໍ່ແມ່ປະຊາຊົນມີການຕື່ນຕົວມາສັກວັກແຊງເອົງຫຼາຍຂຶ້ນແລ້ວ.


ທ່ານ ດຣ. ນາງ ອິງລະສາ ສຸລິຍາ ໝໍສອບຖາມປະຫວັດຜູ້ທີ່ມາຮັບວັກແຊງ ໃຫ້ຮູ້ວ່າ: ການສັກວັກແຊງປ້ອງກັນໂຄວິດ-19 ຢູ່ພາຍໃນແຂວງພວກເຮົາ ທຳອິດແມ່ນຈະສັກໃຫ້ພະນັກງານ ແລະ ກຸ່ມສ່ຽງພາຍໃນແຂວງ ແລະ ທຸກຄົນກໍ່ໃຫ້ການຮ່ວມມື, ພາຍຫຼັງສັກແລ້ວກໍ່ບໍ່ມີອາການຂ້າງຄຽງໃດເກີດຂຶ້ນ, ຕໍ່ມາກໍ່ໄດ້ສັກໃຫ້ປະຊາຊົນ ໂດຍຂັ້ນຕອນແມ່ນມີການສັກຖາມປະຫວັດ, ແລ້ວກວດແທກຕັ້ງຊົງ, ສັກຖາມອາການແພ້ຢາມາກ່ອນບໍ່ ຫາກແພ້ຫຼາຍພວກເຮົາກໍ່ບໍ່ສັກໃຫ້ ຫາກທ່ານໃດແພ້ໜ້ອຍເຮົາກໍ່ພິຈາລະນາສັກໃຫ້ ແຕ່ຕ້ອງໄດ້ມີການຕິດຕາມອາການ 15-30 ນາທີ ຫາກກັບເມືອເຮືອມີອາການຫຍັງເກີດຂຶ້ນກໍ່ບອກໃຫ້ເພິ່ນກັບມາໂຮງໝໍ, ແຕ່ຜ່ານມາສັງເກດເຫັນວ່າປະຊາຊົນສ່ວນຫຼາຍກັງວົນວ່າສັກໄປແລ້ວຈະເກີດອາການສົນຫຍັງບໍ່ ແລະ ຜ່ານມາກໍ່ມີຈຳນວນໜຶ່ງທີ່ມີອາການສົນເລັກໜ້ອຍຄືເກີດຕຸ່ມພື່ນເຮົາກໍ່ວາງຢາໃຫ້.


ພໍ່ ຄຸຍ ກວ້າງຮໍ້ແສງຈັນ ບ້ານນາ ເມືອງນໍ້າທາ ອາຍຸ 50 ປີ ໃຫ້ສຳພາດວ່າ: ມື້ນີ້ໄດ້ມາສັກວັກແຊງເປັນເຂັມທີ 2 ເຊິ່ງຜ່ານມາທີ່ສັກເຂັມທີ 1 ກໍ່ບໍ່ມີບັນຫາຫຍັງເກີດຂຶ້ນ ແລະ ເຂັມ 2 ນີ້ກໍ່ບໍ່ມີອາການຫຍັງ, ເມື່ອສັກຄົບແບບນີ້ເຮົາກໍ່ຮູ້ສຶກດີໃຈທີ່ໄດ້ສັກຢາ ເພາະຜ່ານມາເຫັນພະຍາດລະບາດເຮົາກໍ່ຮູ້ສຶກຢ້ານ, ກ່ອນຈະຮູ້ວ່າເພິ່ນສັກໃຫ້ເຮົາກໍ່ໄດ້ຮັບຂໍ້ມູນຂ່າວສານຈາກໂທລະສັບ ແລະ ໂທລະໂຄ່ງທາງບ້ານທີ່ເພິ່ນປະກາດ ເມື່ອຮູ້ດັ່ງນັ້ນກໍ່ຕື່ນຕົວພາກັນມາສັກທັງຄອບຄົວ ໂດຍບໍ່ຄິດຢ້ານຫຍັງ, ແຕ່ເມື່ອສັກແລ້ວເຮົາກໍ່ຍັງຕ້ອງສືບຕໍ່ປ້ອງກັນໂຕເອງໂດຍໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືດ້ວຍເຈວຂ້າເຊື້ອຕາມຂໍ້ແນະນຳຂອງແພດໝໍ.