ສະມາຄົມສົ່ງເສີມຄວາມຮູ້ເພື່ອພັດທະນາຊົນນະບົດແບບມີສ່ວນຮ່ວມ ມອບອຸປະກອນ ປ້ອງກັນໂຄວິດ-19 ມູນຄ່າ 11 ກວ່າລ້ານກີບ ໃຫ້ແຂວງບໍ່ແກ້ວ

331

ໃນວັນທີ 4 ສິງຫາ 2021 ສະມາຄົມສົ່ງເສີມຄວາມຮູ້ເພື່ອພັດທະນາຊົນນະບົດແບບມີສ່ວນຮ່ວມ ໄດ້ມອບອຸປະກອນປ້ອງກັນການແຜ່ລະບາດຂອງພະຍາດ ໂຄວິດ-19  ແລະ ອາຫານແຫ້ງໃຫ້ແກ່ຄະນະສະເພາະກິດ ຂັ້ນແຂວງ ລວມມູນຄ່າ 11.532.000 ກີບ.

ໂດຍການມອບ-ຮັບ ຂອງທ່ານ ຄຳຜະຫຍາຍ ພົມປັນຍາ ຮອງເຈົ້າແຂວງໆບໍ່ແກ້ວ ກັບ ທ່ານ ນາງ ພອນໄຊ ມະນີວົງໄຊ ປະທານສະມາຄົມສົ່ງເສີມຄວາມຮູ້ເພື່ອພັດທະນາຊົນນະບົດແບບມີສ່ວນຮ່ວມ, ພ້ອມທ່ານ ສຸທິດ ມິດສຳພັນ ປະທານກຳມະບານແຂວງບໍ່ແກ້ວ ແລະ ພາກສ່ວນກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.