ຟາຍເຊີ ແລະ ໂມເດີນາ ປັບຂຶ້ນລາຄາວັກແຊັງປ້ອງກັນໂຄວິດ ຫຼັງຄວາມຕ້ອງການຂອງ ອີຢູ ເພີ່ມຂຶ້ນ

384

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຟາຍເຊີ ແລະ ໂມເດີນາ 2 ບໍລິສັດຜູ້ພັດທະນາ ແລະ ຜະລິດວັກແຊັງ ໄດ້ປັບຂຶ້ນລາຄາວັກແຊັງທີ່ຈະຂາຍໃຫ້ສະຫະພາບເອີຣົບ ໂດຍລາຄາໃໝ່ນີ້ຄາດວ່າຈະຢູ່ທີ່ 19,50 ເອີໂຣ ຕໍ່ 1 ໂດສ ຫຼື ປະມານ 23,15 ໂດລາສະຫະລັດ ເມື່ອທຽບກັບ 18,39 ໂດລາສະຫະລັດທີ່ຂາຍກ່ອນໜ້ານີ້.

ສ່ວນໂມເດີນາ ຄາດວ່າລາຄາໃໝ່ນີ້ຈະຢູ່ທີ່ 25,50 ໂດລາສະຫະລັດຕໍ່ 1 ໂດສ ຈາກສັນຍາຊື້ – ຂາຍຮອບທຳອິດຢູ່ທີ່ 22,60 ໂດລາສະຫະລັດ ເຖິງແມ່ນວ່າລາຄາຈະຖືກກວ່າຕາມທີ່ຕົກລົງກັນໄວ້ໃນເບື້ອງຕົ້ນ ເຊິ່ງຢູ່ທີ່ 28,50 ໂດລາຕໍ່ 1 ໂດສ ແຕ່ການສັ່ງຊື້ມີຈຳນວນເພີ່ມຂຶ້ນ.

ລາຍງານລະບຸວ່າ: ການປັບຂຶ້ນລາຄາວັກແຊັງຂອງສອງບໍລິສັດດັ່ງກ່າວ ສະທ້ອນໃຫ້ເຫັນວ່າ ຄວາມຕ້ອງການວັກແຊັງທີ່ມີປະສິດທິພາບຍັງມີສູງ, ໃນຂະນະທີ່ລັດຖະບານຂອງຫຼາຍປະເທດຈຳເປັນຕ້ອງຍອມຈ່າຍໃນລາຄາທີ່ແພງຂຶ້ນ ເພື່ອໃຫ້ໄດ້ວັກແຊັງຕາມຄວາມຕ້ອງການ.

ແນວໃດກໍຕາມ, ທັງສອງບໍລິສັດຜູ້ພັດທະນາວັກແຊັງ 2 ຊະນິດດັ່ງກ່າວນັ້ນ ຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃດໆຕໍ່ຄະນະກຳມາທິການເອີຣົບ ( EC ) ໂດຍອ້າງວ່າເປັນຄວາມລັບຂອງທາງລັດຖະການ.

ທັງນີ້, ສັນຍາຊື້ – ຂາຍສະບັບຫຼ້າສຸດລະບຸວ່າ: ທັງສອງບໍລິສັດຈະຕ້ອງສົ່ງມອບວັກແຊັງ ຈຳນວນ 2.100 ລ້ານໂດສ ໃຫ້ແກ່ ອີຢູ ຕະຫຼອດໄລຍະເວລາ 2 ປີຂ້າງໜ້າ. ທັງນີ້, ໃນໄລຍະນີ້ ສາຍພັນເດວຕ້າໄດ້ລະບາດຢ່າງໜັກໜ່ວງຫຼາຍປະເທດໃນໂລກ ລວມທັງອີຢູ.