ພິກລ໊ອກ! ການແຂ່ງຂັນກີມວຍສາກົນຮຸ່ນ 52 ກິໂລກຣາມຊາຍ ນັກມວຍໂຄລົມບີ ເສຍເຖິງວ່າຈະສອຍ ນັກມວຍເຈົ້າພາບ

6970

ຣິວາສ ມາຕິເນຊ ນັກຊົກຊາວໂຄລົມບີ ບໍ່ພໍໃຈຕໍ່ກໍາມະການທີ່ຈັບໃຫ້ຕົວເອງເປັນຝ່າຍເສຍໃຫ້ກັບ ຣຽວເມະ ທານາກະ ນັກມວຍຊາວຍີ່ປຸ່ນ 1-4 ສຽງ ໃນການແຂ່ງຂັນກີມວຍສາກົນຮຸ່ນ 52 ກິໂລກຣາມຊາຍ ຮອບ 8 ທີມສຸດທ້າຍ ທັງທີ່ສອຍນັກມວຍເຈົ້າພາບໄປຫຼາຍໝັດ ຈົນຫຼັງຈົບແຂ່ງຂັນຕ້ອງໃຊ້ລົດເຂັນຊ່ວຍຍູ້ອອກຈາກສະໜາມ.

ໄຟທ໌ດັ່ງກ່າວກໍາມະການຕັດສິນໃຫ້ ຍົກທໍາອິດ ມາຕິເນຊ ເປັນຝ່າຍເກັບຄະແນນໄດ້ເໜືອກວ່າ 4-1 ສຽງ ແຕ່ຍົກ 2 ເປັນຂອງນັກຊົກເຈົ້າພາບ 3-2 ສຽງ ແລະ ຍົກສຸດທ້າຍ ກໍາມະການຕັດສິນໃຫ້ ທານິກາ ເອົາຊະນະໄປແບບຂາດລອຍ 5-0 ສຽງ.

ແຕ່ຫຼັງຈົບການແຂ່ງຂັນ ກໍາມະການຊູມືໃຫ້ ນັກຊົກເຈົ້າພາບ ເປັນຝ່າຍຊະນະ ເຖິງວ່ານັກມວຍເຈົ້າພາບຈະເປັນຝ່າຍເຈັບໜັກ ຫຼັງລົງເວທີຕ້ອງໃຊ້ລົດເຂັນມາຊ່ວຍຍູ້ອອກຈາກສະໜາມໄປ

ຂະນະທີ່ ມາຕິເນຊ ກ່າວວ່າ: ຂ້ອຍຜິດຫວັງ ພ້ອມກັບໝັ້ນໃຈວ່າຕົວເອງເຮັດໄດ້ດີກວ່າທັງ 3 ຍົກ ແຕ່ເປັນຫຍັງຜູ້ຕັດສິນບໍ່ເຫັນໃນສິ່ງທີ່ຂ້ອຍເຮັດລົງໄປ ແລະ ຂ້ອຍເສຍໃຈ ເພາະກຽມຕົວມາຫຼາຍປີ.