ວາລະສານ FORTUNE ເຜີຍລາຍຊື່ 500 ບໍລິສັດໃຫຍ່ທີ່ສຸດໃນໂລກປີ2021 ໃນນີ້10ອັນດັບໃຫຍ່ສຸດມາຈາກ4 ປະເທດ

2309

ວາລະສານ FORTUNE ໄດ້ເປີດເຜີຍລາຍຊື່ FORTUNE Global 500 ຫຼື 500 ບໍລິສັດທີ່ໃຫຍ່ທີ່ສຸດໃນໂລກ ໂດຍ ບໍລິສັດຈາກ ຈີນ ຕິດອັນດັບ 143 ບໍລິສັດ, ຈາກສະຫະລັດອາເມຣິກາ 122 ແຫ່ງ ແລະ ຍີ່ປຸ່ນ 53 ແຫ່ງ ໂດຍບໍລິສັດ Walmart ຍັງຢຶດອັນດັບ 1 ຂອງໂລກເປັນປີທີ 8 ຕິດຕໍ່ກັນ.


ລາຍງານລະບຸວ່າ: ບໍລິສັດຈາກ ສປ ຈີນ ລວມທັງຮົງກົງ ມີບໍລິສັດໃຫຍ່ຕິດອັນດັບຫຼາຍທີ່ສຸດມີເຖິງ 135 ບໍລິສັດ ເພີ່ມຂຶ້ນ 11 ບໍລິສັດເມື່ອທຽບໃສ່ປີຜ່ານມາ ແລະ ເມື່ອລວມໄຕ້ຫວັນໃສ່ແລ້ວ ເຮັດໃຫ້ບໍລິສັດຈາກເກຣທເຕີຣ໌ ຊາຍນາລວມເປັນ 143 ບໍລິສັດ.
ໃນຂະນະທີ່ສະຫະລັດອາເມຣິກາມີລາຍຊື່ຕິດ 122 ບໍລິສັດ ເພີ່ມຂຶ້ນພຽງ 1 ບໍລິສັດຈາກປີຜ່ານມາ, ຍີ່ປຸ່ນຍັງມີບໍລິສັດຕິດອັນດັບ 53 ແຫ່ງ ຍັງຄົງທີ່ (ບໍ່ເພີ່ມຂຶ້ນ), ທັງນີ້ 500 ບໍລິສັດທີ່ໃຫຍ່ທີ່ສຸດໃນໂລກປີ 2021 ມາຈາກ 220 ເມືອງ, ຈາກ 31 ປະເທດ ທົ່ວໂລກ ແລະ FORTUNE Global 500 ປີນີ້ ມີຜູ້ຍິງເປັນຜູ້ບໍລິຫານ (CEO) ລວມມີ 23 ຄົນ ເພີ່ມຂຶ້ນ 9 ຄົນ ຈາກປີຜ່ານມາ.


ທັງນີ້ ບໍລິສັດ FORTUNE Global 500 ມີລາຍໄດ້ລວມກັນເທົ່າກັບ 1/3 ຂອງຈີດີພີໂລກ ໂດຍມີລາຍໄດ້ 31,7 ລ້ານລ້ານໂດລາສະຫະລັດ ຫຼື 31,7 ພັນຕື້ໂດລາສະຫະລັດ ຫຼຸດລົງ 5% ແລະ ມີກຳໄລ 1,6 ພັນຕື້ໂດລາສະຫະລັດ ຫຼຸດລົງ 20% ເມື່ອທຽບໃສ່ປີ 2019 ແລະ ສາມາດສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນ 69,7 ລ້ານຄົນທົ່ວໂລກ.


ທັງນີ້ ບໍລິສັດແອັບເປີ້ລ ເຊິ່ງເປັນບໍລິສັດໃຫຍ່ອັນດັບ 6 ຂອງໂລກ ແຕ່ມີກຳໄລສູງເຖິງ 57 ຕື້ໂດລາສະຫະລັດ ແລະ ເປັນບໍລິສັດສ້າງກຳໄລສູງທີ່ສຸດຂອງ FORTUNE Global 500 ຫຼື ບໍລິສັດໃຫຍ່ທີ່ສຸດ 500 ອັນດັບທຳອິດຂອງໂລກ, ລົ້ມແຊັມເກົ່າ 2 ສະໄໝຢ່າງ Saudi Aramco ທີ່ຫຼຸດລົງໄປຢູ່ອັນດັບທີ 14 ຂອງໂລກ.


ທ່ານ ສະກ໊ອດ ເດຄາໂລ ບັນນາທິການຈັດອັນດັບລາຍຊື່ FORTUNE Global 500 ປະຈຳປີ 2021 ກ່າວວ່າ: ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເຮັດໃຫ້ເກີດການປ່ຽນແປງຄັ້ງໃຫຍ່ ແລະ ຈະສົ່ງຜົນໄລຍະຍາວຕໍ່ພາກທຸລະກິດທົ່ວໂລກ ແຕ່ຫາກຍົກບັນຫາດັ່ງກ່າວມາເປັນຕົວເລັ່ງປະຕິກິລິຍາ FORTUNE Global 500 ຈະສະແດງໃຫ້ໂລກເຫັນວິທີການປັບຕົວ, ວິວັດທະນາການ ແລະ ການສ້າງຕົວຕົນຂຶ້ນມາໃໝ່, FORTUNE Global 500 ເປັນພາບຂອງໂລກທີ່ພວກເຮົາປະໄວ້ຂ້າງຫຼັງ ແລະ ເປັນແນວທາງສຳລັບສະພາບແວດລ້ອມໃໝ່ທີ່ກຳລັງກໍ່ຕົວ.


ສຳລັບບໍລິສັດຂະໜາດໃຫຍ່ 10 ອັນດັບທຳອິດຂອງ FORTUNE Global 500 ປະກອບມີ: Walmart (ສະຫະລັດ), State Grid (ຈີນ), Amazon.com (ສະຫະລັດ), China National Petroleum (ຈີນ), Sinopec (ຈີນ), Apple (ສະຫະລັດ), CVS Health (ສະຫະລັດ), UnitedHealth Group (ສະຫະລັດ), Toyota Motor (ຍີ່ປຸ່ນ) ແລະ Volkswagen (ເຢຍລະມັນ).