ໄດ້ແລ້ວຄູ່ຊີງຫຼຽນຄໍາບານເຕະຊາຍ ໂອແລມປິກ 2020 ແຊັມເກົ່າ ພົບ ແອັດສະປາຍ

476

ການແຂ່ງຂັນບານເຕະຊາຍໃນງານມະຫາກໍາກີລາ ໂອແລມປິກ 2020 ໄດ້ຄູ່ຊີງຊະນະເລີດ ຫຼື ຊີງຫຼຽນຄໍາເປັນທີ່ຮຽບຮ້ອຍ ເຊິ່ງຈະແຂ່ງຂັນກັນໃນວັນທີ 7 ສິງຫາ 2021 ເວລາ 18:30 ຕາມເວລາໃນບ້ານເຮົາ ເປັນການພົບກັນລະຫວ່າງ ທີມຊາດບຣາຊິລ ແຊັມເກົ່າ ພົບກັບ ແອັດສະປາຍ.

ສໍາລັບຮອບຮອງຊະນະເລີດແຂ່ງຂັນເມື່ອວັນທີ 3 ສິງຫາ 2021 ບຣາຊິນ ລົງແຂ່ງຂັນເປັນຄູ່ທໍາຕ້ອງໃຊ້ເວລາເຖິງການດວນຈຸດໂທດຈິ່ງຈະສາມາດເອົາຊະນະ ແມັກຊິກ 4-1 ຫຼັງສະເໝີກັບ 0-0 ຜ່ານເຂົ້າຮອບຊີງຫວຸດຫວິດ.

ສ່ວນຄູ່ທີ 2 ຮອບຮອງຊະນະເລີດ ແອັດສະປາຍ ດັບຝັນ ຍີ່ປຸ່ນ ເຈົ້າພາບ 1-0 ໃນໄລຍະການຕໍ່ເວລາພິເສດ ຈາກການຍິງຊອງ ມາໂກ ອະເຊນຊິໂອ ຜ່ານເຂົ້າຮອບຊີງຫວຸດຫວິດ.

ຂະນະທີ່ ຄູ່ຊີງອັນດັບ 3 ຫຼື ຫຼຽນທອງ ຈະມີຂຶ້ນໃນວັນທີ 6 ສິງຫາ 2021 ເວລາ 18:00 ໂມງຕາມເວລາໃນບ້ານເຮົາ ທີມຊາດແມັກຊິກ ພົບກັບ ທີມຊາດຍີ່ປຸ່ນ.
ຮູບຈາກ: AP