ຫຼວງນໍ້າທາ ເຂັ້ມງວດປ້ອງກັນໂຄວິດ-19 ຄຽງຄູ່ເລັ່ງສັກວັກແຊັງໃຫ້ບັນລຸເປົ້າໝາຍ

307

ຫຼວງນໍ້າທາ ເປັນໜຶ່ງໃນແຂວງທີ່ພົບການເຊື້ອພະຍາດໂຄວິດ-19 ໃນຊຸມຊົນ ໂດຍມາຮອດປະຈຸບັນແຂວງຫຼວງນໍ້າທາ ແມ່ນມີຜູ້ທີ່ຕິດເຊື້ອສະສົມທັງໝົດ 30 ຄົນ ໃນນັ້ນມີຄົນຈີນ 24 ຄົນ, ຄົນລາວ ມີ 6 ຄົນ. ສ່ວນການສັກວັກແຊັງເຂັມທີ 1 ໄດ້ແລ້ວ34.186 ຄົນ ເທົ່າກັບ 16,89% ສ່ວນເຂັມ 2 ຈຳນວນ 23.516 ຄົນ ເທົ່າກັບ 11,6% ເຊິ່ງເປົ້າໝາຍສັກຢາທົ່ວແຂວງ 202.399 ຄົນ.


ທ່ານ ດຣ. ແກ້ວ ອິນທະວົງ ຫົວໜ້າພະແນກສາທາລະນະສຸກ ແຂວງຫຼວງນໍ້າທາ ກ່າວວ່າ: ສະພາບການລະບາດແລະການຕິດເຊື້ອໂຄວິດ -19 ພາຍໃນແຂວງນັບແຕ່ເດືອນເມສາ 2011 ທີ່ມີການລະບາດຢູ່ໃນຊຸມຊົນພາຍໃນ ສປປ ລາວ ເຊິ່ງເປັນການລະບາດຮອບທີ 2 ທີ່ມີຄົນຕິດເຊື້ອພະຍາດເປັນຈຳນວນຫຼວງຫຼາຍ, ສະພາບການການຕິດເຊື້ອພາຍໃນແຂວງຫຼວງນ້ຳທາ, ມີທ່າອ່ຽງເພີ່ມຂຶ້ນ, ສ່ວນກໍລະນີທີ່ພົບແມ່ນນໍາເຂົ້າມາຈາກຕ່າງແຂວງ ແລະ ເປັນການລັກລອບເຂົ້າເມືອງແບບບໍ່ຖືກຕ້ອງ ໂດຍໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ: 19.866 ຄົນ ມີຜູ້ທີ່ຕິດເຊື້ອທັງໝົດ 30 ຄົນ ໃນນັ້ນມີຄົນຈີນ 24 ຄົນ(ຍິງ 2 ຄົນ), ຄົນລາວມີ 6 ຄົນ(ຍິງ 4 ຄົນ) ໃນນັ້ນ ອອກໂຮງໝໍແລ້ວ 22 ຄົນ, ຍັງນອນປິ່ວປົວ 8 ຄົນ.


ທ່ານກ່າວຕື່ມວ່າ: ສຳລັບມາດຕະການດ້ານບໍລິຫານ ແລະ ສັງຄົມ ສະພາບການການຕິດເຊື້ອພາຍໃນແຂວງຫຼວງນ້ຳທາ, ມີທ່າອ່ຽງພົບຜູ້ຕິດເຊື້ອໃນຊຸມຊົນ ( ມາແຕ່ຕ່າງແຂວງ ) ຢູ່ໃນແຕ່ລະວັນ; ເຊິ່ງທາງຄະນະສະເພາະກິດຂັ້ນແຂວງ ກໍຄືແຂວງ ກໍໄດ້ອອກຄຳສັ່ງ, ແຈ້ງການ ໃນການວາງມາດຕະການປ້ອງກັນ, ຜ່ອນຜັນໃນແຕ່ລະໄລຍະ ເຊິ່ງລວມທັງໝົດມີ 10 ສະບັບ; ໃນນັ້ນ ຕົ້ນຕໍແມ່ນຄໍາສັ່ງຂອງທ່ານເຈົ້າແຂວງ ສະບັບເລກທີ 01 ແລະ 02/ຈຂ; ເຊິ່ງໃນການອອກຄຳສັ່ງ ແລະ ມາດຕະການປ້ອງກັນດັ່ງກ່າວ ກໍເຫັນໄດ້ວ່າ ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນລາວ ແລະ ຊາວຕ່າງປະເທດທີ່ຢູ່ພາຍໃນແຂວງຫຼວງນ້ຳທາ; ສະຖານທີ່ການປິ່ນປົວຫຼັກແມ່ນຢູ່ໂຮງໝໍແຂວງ, ໂຮງໝໍເສນາຮັກທະຫານແຂວງ ແລະ ໂຮງໝໍ ປກສ ເພື່ອຮັບຮອງກໍລະນີຜູ້ຕິດເຊື້ອເພີ່ມ ຊື່ງໂດຍພື້ນຖານແມ່ນມີຄວາມພ້ອມທາງດ້ານອຸປະກອນການແພດ ແລະ ຢາປິ່ນປົວ; ແຜນປິ່ນປົວ ແຕ່ແຜນ 1-6 ເພື່ອຮັບຮອງການປິ່ນປົວ (ແຜນ1 ຕຶກພະຍາດຊາ ມີ 4 ຫ້ອງ 8 ຕຽງ, ແຜນ 2 ຕຶກຊືມເຊື້ອມີ 5 ຫ້ອງ ມີ 13 ຕຽງ, ແຜນ 3 ຕຶກພາຍໃນ ມີ 5 ຫ້ອງ 15 ຕຽງ, ແຜນ 4 ຕຶກເດັກນ້ອຍ ມີ 1 ຫ້ອງ 8 ຕຽງ, ເເຜນ 5 ໂຮງໝໍທະຫານແຂວງ ມີ 5ຫ້ອງ 10 ຕຽງ ແລະ ແຜນ 6 ໂຮງຮຽນມັດທະຍົມເທດສະບານແຂວງ ມີ 38 ຫ້ອງ 200 ຕຽງ ) ລວມທັງ 6 ແຜນມີທັງໝົດ 57 ຫ້ອງ ມີຈຳນວນຕຽງທັງໝົດ 274 ຕຽງ.


ພ້ອມນີ້ການອະນາໄມຂ້າເຊື້ອ ແມ່ນເອົາໃຈໃສ່ວຽກງານອະນາໄມແລະ ຂ້າເຊື້ອຢູ່ສະຖານທີ່ສາທາລະນະສຸກ ແລະ ສະຖານທີ່ອື່ນໆ ທີ່ປິ່ນປົວຄົນເຈັບຕິດເຊື້ອ; ການກຳຈັດສິ່ງເສດເຫຼືກໍ ໄດ້ເອົາໃຈໃສ່ໃນການກໍາຈັດຂີ້ເຫຍື້ອຕິດເຊື້ອ ແລະ ບຳບັດນ້ຳເປື້ອນ ຢູ່ໃນສະຖານທີ່ປິ່ນປົວຄົນເຈັບຕິດເຊື້ອພະຍາດ ແລະ ສູນຈໍາກັດບໍລິເວນ ຕາມຄູ່ມືແນະນໍາການຈັດຕັ້ງປະຕິບັດ ແລະມາດຕະຖານການອະນາໄມ ແລະ ຂ້າເຊື້ອ.


ທ່ານໃຫ້ຮູ້ຕື່ມວ່າ: ແຂວງຫຼວງນ້ຳທາໄດ້ຮັບວັກແຊັງ ຊີໂນຟາມ64. 000 ໂດສ; ແອັສຕຣາເຊເນກາ 4.000 ໂດສ; ຈອນສັນແອນຈອນສັນ 24.300 ໂດສ ເຊິ່ງມາຮອດປັດຈຸບັນທົ່ວແຂວງສາມາດສັກວັກແຊັງເຂັມທີ 1 ໄດ້ 34.186 ຄົນ ເທົ່າກັບ 16,89%, ສ່ວນເຂັມ 2 ໄດ້ຈຳນວນ 23.516 ຄົນ ເທົ່າກັບ 11,6% ຂອງເປົ້າໝາຍສັກຢາທົ່ວແຂວງ 202.399 ຄົນ (ພົນລະເມືອງຄາດຄະເນຂອງຕົວເລກສັກຢາ) ໃຫ້ໄດ້ 50% ຂອງພົນລະເມືອງ.