ສປປລາວ ກວດພົບຜູ້ຕິດເຊື້ອໂຄວິດໃໝ່ 290 ຄົນ ໃນນັ້ນຕິດໃນຊຸມຊົນ 7 ຄົນ ມີ ນະຄອນຫຼວງວຽງຈັນ 1, ໄຊຍະບູລີ 3 , ສະຫວັນນະເຂດ 2 ແລະ ຈຳປາສັກ 1 ຄົນ

2084

ອົງການອະນາໄມໂລກລາຍງານວ່າ ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງມີລັກສະນະທີ່ເພີ່ມທະວີໃນການແຜ່ເຊື້ອ ໂດຍສະເພາະໃນໄລຍະ 6 ອາທິດທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນກວ່າ 2 ເທົ່າ, ໃນຂະນະທີ່ ສປປ ລາວ ວັນທີ 4 ສິງຫາ ພົບຜູ້ຕິດເຊື້ອໃໝ່ 290 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມເພີ່ມເປັນ 7.305 ຄົນ.


ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວ ປະຈຳວັນທີ 4 ສິງຫາ 2021 ວ່າ: ວັນທີ 3 ສິງຫາ ໄດ້ກວດວິເຄາະທັງໝົດ 2.696 ຄົນ ກວດພົບຜູ້ຕິດເຊື້ອໃໝ່ 290 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 7 ຄົນຄື: ນະຄອນຫຼວງວຽງຈັນ 1 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອທີ່ເປັນພະນັກງານຢູ່ສູນຈຳກັດບໍລິເວນ), ແຂວງໄຊຍະບູລີ 3 ຄົນ, ສະຫວັນນະເຂດ 2 ຄົນ, ຈຳປາສັກ 1 ຄົນ.

ສຳລັບ ກໍລະນີນໍາເຂົ້າ ມີ 283 ຄົນ ຈາກ ນະຄອນຫຼວງວຽງ 37 ຄົນ, ຄຳມ່ວນ 6 ຄົນ, ສະຫວັນນະເຂດ 92 ຄົນ, ສາລະວັນ 17 ຄົນ ແລະ ຈຳປາສັກ 131 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ ແລະ ມາຮອດມື້ນີ້ ສປປ ລາວ ມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7.305 ຄົນ, ເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ 3.620 ຄົນ.


ສ່ວນການເຝົ້າລະວັງຢູ່ຕາມຈຸດຜ່ານແດນ ໃນຂອບເຂດທົ່ວປະເທດວັນທີ 3 ສິງຫາ 2021 ມີຜູ້ເດີນທາງເຂົ້າມາຜ່ານດ່ານຕ່າງໆ ໃນ ສປປ ລາວ ທັງໝົດ 3.804 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງກວດ ແລະ ນຳສົ່ງເຂົ້າສູນຈຳກັດບໍລິເວນ 14 ວັນ, ປັດຈຸບັນ ທົ່ວປະເທດ ມີສູນຈຳກັດບໍລິເວນ ທີ່ຍັງເປີດຢູ່ 69 ສູນ ແລະ 44 ໂຮງແຮມ ມີຜູ້ຈຳກັດບໍລິເວນ 10.639 ຄົນ.


ສະພາບການຕິດເຊື້ອໃນທົ່ວໂລກ, ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໃຫ້ຮູ້ວ່າ: ປັດຈຸບັນ ທົ່ວໂລກມີລາຍງານຜູ້ຕິດເຊື້ອສະສົມ 200 ລ້ານກວ່າຄົນ (582.592 ໃໝ່), ເສຍຊິວິດທັງໝົດ 4,2 ລ້ານກວ່າຄົນ (9.278 ໃໝ່), ປີ່ນປົວຫາຍດີ 180 ລ້ານກວ່າຄົນ (442.163 ໃໝ່). ສຳລັບ 3 ອັນດັບ ປະເທດທີ່ມີຜູ້ຕິດເຊື້ອ ແລະ ເສຍຊິວິດຫຼາຍກວ່າໝູ່ໃນໂລກ ກໍຍັງແມ່ນ ສະຫະລັດອາເມລິກາ (ຕິດເຊື້ອໃໝ່ສູງກວ່າໝູ່ 89.088 ຄົນ) ຮອງລົງມາແມ່ນອິນເດຍ ແລະ ບຣາຊິນ. ສ່ວນບັນດາປະເທດທີ່ມີຊາຍແດນຕິດກັບ ສປປ ລາວ ແມ່ນປະເທດໄທ ມີລາຍງານຜູ້ຕິດເຊື້ອໃໝ່ ສູງກວ່າໝູ່ ຄື 18.901 ຄົນ, ຮອງລົງມາແມ່ນ ມຽນມາ ຕິດເຊື້ອໃໝ່ 4.713 ກໍລະນີ ແລະ ມີລາຍງານຜູ້ເສຍຊີວິດໃໝ່ສູງກວ່າໝູ່ ເຖິງ 312 ຄົນ.


ອົງການອະນາໄມໂລກ ໄດ້ມີການຖະແຫຼງວ່າ: ການລະບາດຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງມີລັກສະນະທີ່ເພີ່ມທະວີໃນການແຜ່ເຊື້ອຢ່າງບໍ່ຢຸດຢັ້ງ ໂດຍສະເພາະໃນໄລຍະ 6 ອາທິດທີ່ຜ່ານມາ ຈຳນວນຜູ້ຕິດເຊື້ອໃໝ່ ເພີ່ມຂຶ້ນກວ່າ 2 ເທົ່າ, ຫຼາຍປະເທດ ແມ່ນຍັງປະສົບກັບການລະບາດຮອບໃໝ່ ເຊິ່ງເກີດຈາກສາຍພັນເດວຕ້າ ເຊັ່ນ: ສະຫະລັດອາເມລິກາ ແລະ ບັນດາປະເທດໃນທະວີບຢູໂຣບ ລວມທັງ ບັນດາປະເທດໃນອາຊຽນ; ສຳລັບ ສປ ຈີນ ເຖິງວ່າຕົວເລກຜູ້ຕິດເຊື້ອໃໝ່ລາຍວັນ ຍັງບໍ່ສູງກໍຕາມ ກໍ່ມີການລາຍງານ ພົບກໍລະນີຕິດເຊື້ອໃໝ່ສາຍພັນເດວຕ້າ ຈາກພະນັກງານອະນາໄມຢູ່ສະໜາມບິນໜານຈິງ ເຊິ່ງເປັນສາເຫດ ໃຫ້ມີການແຜ່ເຊື້ອໄປຍັງ 5 ແຂວງ ລວມທັງ ນະຄອນປັກກິ່ງ ເຊິ່ງທາງລັດຖະບານຈີນ ແມ່ນໄດ້ມີການປະຕິບັດມາດຕະການຢ່າງເຂັ້ມຂຸ້ນ ແລະ ຊອກຄົົ້ນຫາກໍລະນີແບບທ່າບຸກ ເພື່ອຢຸດຕິການລະບາດຄັ້ງນີ້ໂດຍໄວ.


ຕໍ່ກັບສະພາບການດັ່ງກ່າວ, ເພື່ອສະກັດກນການລະບາດຂອງສາຍພັນເດວຕ້າ ຢູ່ໃນໂລກ ກໍຄື ຢູ່ໃນປະເທດຂອງພວກເຮົານີ້, ຂໍຮຽກຮ້ອງໃຫ້ມາຍັງ ພໍ່ແມ່, ປະຊາຊົນ, ທະຫານ, ຕຳຫຼວດ ແລະ ທຸກພາກສ່ວນໃນສັງຄົມ ໂດຍສະເພາະ ຜູ້ທີ່ນອນຢູ່ໃນກຸ່ມເປົ້າໝາຍທີ່ເປັນບູລິມະສິດ ຕ້ອງຮີບຮ້ອນໄປຮັບກາສັກວັກແຊັງ ເພື່ອສ້າງຄວາມພູມຄຸ້ມກັນໃຫ້ແກ່ຕົນເອງ ກໍ່ຄື ພູມຄຸ້ມກັນໝູ່ ເພື່ອເຮັດໃຫ້ສັງຄົມລາວຂອງພວກເຮົາ ຫຼຸດພົ້ນອອກຈາກການລະບາດຂອງພະຍາດໂຄວິດ-19 ໂດຍໄວ ແລະ ກັບຄືນສະພາວະການດຳລົງຊີວິດປົກກະຕິແບບໃໝ່.

ສຳລັບທ່ານທີ່ໄດ້ຮັບວັກແຊັງ ເຂັມ 1 ຫຼື ຄົບແລ້ວ ການປະຕິບັດມາດຕະການປ້ອງກັນຕົນເອງ ກໍ່ມີຄວາມຈຳເປັນຕ້ອງໄດ້ສືບຕໍ່ເຊັ່ນ: ການໃສ່ຜ້າປິດປາກ-ດັງ, ໝັ່ນລ້າງມືເລື້ອຍໆດ້ວຍນ້ຳສະອາດໃສ່ສະບູ ຫຼື ເຈວລ້າງມືຂ້າເຊື້ອ, ການຮັກສາໄລຍະຫ່າງ. ພ້ອມທັງຮຽກຮ້ອງ ໃຫ້ທຸກພາກສ່ວນໃນສັງຄົມ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ສະບັບເລກທີ 956/ຫສນຍ, ລົງວັນທີ 3 ສິງຫາ 2021 ຢ່າງເຄັ່ງຄັດ ເພື່ອສະກັດກັ້ນການລະບາດໃນປະເທດຂອງພວກເຮົາ ແລະ ໃຫ້ຢຸດຕິລົງໂດຍໄວ.

ຂ່າວ: ສັນຕິ, ພາບ: ສຸກສະຫວັນ