ລັດຖະມົນຕີກະຊວງ ອຄ ຢ້ຽມຢາມທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ

1078

ໃນວັນທີ 3 ສິງຫາ 2021 ທ່ານ ຄໍາແພງ ໄຊສົມແພງ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ພ້ອມດ້ວຍຄະນະ ໄດ້ລົງຢ້ຽມຢາມທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ນະຄອນຫຼວງວຽງຈັນ ຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໃຫ້ການຕ້ອນຮັບໂດຍ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ມີ ທ່ານ ອາລຸນແກ້ວ ກິດຕິຄຸນ ປະທານກໍາມະການຍຸດທະສາດ ແລະ ການວາງແຜນ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ທ່ານ ສີລາ ວຽງແກ້ວ ຮອງປະທານກຳມະການບໍລິຫານການຄ້າ ແລະ ລະບຽບການ ບໍລິສັດ ພີທີແອວໂຮນດິ້ງ ຈໍາກັດ, ພ້ອມດ້ວຍຄະນະບໍລິຫານ ແລະ ພະນັກງານ ເຂົ້າຮ່ວມ.

ການລົງມາຢ້ຽມຢາມໃນຄັ້ງນີ້, ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ( ອຄ ) ພ້ອມດ້ວຍບັນດາທ່ານຫົວໜ້າກົມ – ຮອງຫົວໜ້າກົມ, ຫົວໜ້າຫ້ອງການກ່ຽວຂ້ອງ ກໍໄດ້ຮັບຟັງການລາຍງານສະພາບຄວາມເປັນມາ ແລະ ການລົງທຶນພັດທະນາໂຄງການຂອງບໍລິສັດ ເຊິ່ງໂຄງການດັ່ງກ່າວເປັນໂຄງການໃຫຍ່ມີມູນຄ່າການລົງທຶນສູງ ທີ່ນັກທຸລະກິດພາຍໃນໄດ້ມີຄວາມຕັດສິນໃຈສູງໃນການພັດທະນາໂຄງການນີ້ຂຶ້ນມາ ເນື່ອງຈາກປະເທດລາວເປັນປະເທດທີ່ບໍ່ມີຊາຍແດນຕິດກັບທະເລ ແລະ ໂຄງການນີ້ຈະເປັນໂຄງການໜຶ່ງໃນການພັດທະນາເສດຖະກິດຂອງລາວ ໂດຍທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ເປັນຈຸດບໍລິການການຂົນສົ່ງເຊື່ອມຕໍ່ລະຫວ່າງປະເທດໃນພາກພື້ນ ແລະ ຈະເປັນໂຄງການຕົວແບບໃນອະນາຄົດ. ປັດຈຸບັນບໍລິສັດກຳລັງເລັ່ງກໍ່ສ້າງພື້ນຖານໂຄງລ່າງ ເພື່ອຮອງຮັບການພັດທະນາໂຄງການຕໍ່ໄປ ເປັນຕົ້ນ: ກໍ່ສ້າງເສັ້ນທາງ, ລະບົບລະບາຍນໍ້າ, ເດີ່ນຈອດລົດ, ປະຕູໂຂງ, ອາຄານສໍານັກງານ, ລະບົບສາງ ແລະ ອື່ນໆ ທີ່ເປັນສິ່ງອຳນວຍ ຄວາມສະດວກດ້ານຕ່າງໆໃນການດຳເນີນໂຄງການ ໃຊ້ເວລາພຽງ 8 ເດືອນ ສຳເລັດແລ້ວ 80% ແລະ ຈະສຳເລັດພ້ອມເປີດນຳໃຊ້ຢ່າງເປັນທາງການ ພາຍໃນເດືອນພະຈິກ 2021 ນີ້.

ທ່ານ ຄໍາແພງ ໄຊສົມແພງ ພ້ອມຄະນະ ຍັງໄດ້ຮັບຟັງການລາຍງານຄວາມເປັນມາ ແລະ ຜົນປະໂຫຍດທີ່ ສປປ ລາວ ຈະໄດ້ຮັບຈາກໂຄງການນີ້; ພ້ອມນັ້ນໄດ້ມີການແລກປ່ຽນບາງຄຳຄິດເຫັນເພື່ອໃຫ້ມີຄວາມເຂົ້າໃຈກ່ຽວກັບຂໍ້ມູນຂອງໂຄງການຫຼາຍຂຶ້ນ ເພື່ອຈະໄດ້ນຳໄປໂຄສະນາເຜີຍແຜ່ຕື່ມ.

ທ່ານລັດຖະມົນຕີ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍມາຍັງ ບໍລິສັດ ວຽງຈັນໂລຊິດສະຕິກພາກ ຈຳກັດ ທີ່ສ້າງໂອກາດໃຫ້ການນຳກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ລົງມາຢ້ຽມຢາມໂຄງການຕົວຈິງ ເຊິ່ງຜ່ານການມາເບິ່ງຕົວຈິງແລ້ວໂຄງການນີ້ຈະເປັນຈຸດໜຶ່ງທີ່ຈະດຶງດູດການລົງທຶນຈາກຕ່າງປະເທດເຂົ້າມາປະເທດລາວເຮົາ ຍ້ອນວ່າເຂດນີ້ເປັນເຂດຕົວແບບໃນການພັດທະນາແບບຍືນຍົງເປັນມິດກັບສິ່ງແວດລ້ອມ ເປັນເຂດພັດທະນາທີ່ມີຄວາມທັນສະໄໝ. ນອກນີ້, ຍັງຈະເປັນບ່ອນສ້າງວຽກເຮັດງານທຳໃຫ້ແຮງງານລາວເຮົາຕື່ມອີກ.

ທ່ານລັດຖະມົນຕີ ຍັງໄດ້ສະແດງຄວາມຊົມເຊີຍຕໍ່ທ່ານປະທານບໍລິສັດທີ່ໄດ້ນຳເອົາພະນັກງານອາວຸໂສທີ່ມີຄວາມຮູ້, ຄວາມສາມາດ ແລະ ມີປະສົບການສູງທີ່ເຮັດວຽກນຳພາກລັດມາຊ່ວຍເປັນທີ່ປຶກສາປະກອບເຂົ້າຢູ່ໃນຄະນະບໍລິຫານງານບໍລິສັດ ເນື່ອງຈາກໂຄງການດັ່ງກ່າວເປັນໂຄງການໃຫຍ່ ແລະ ທັນສະໄໝທີ່ສຸດຢູ່ໃນປະເທດ, ມີການພັດທະນາແບບກວມລວມມີສີສັນ ແລະ ລະອຽດ ທີ່ໄດ້ລົງທຶນມູນຄ່າມະຫາສານ ມີທີ່ຕັ້ງຢູ່ນະຄອນຫຼວງວຽງຈັນ ເຊິ່ງໂຄງການຈະສ້າງພື້ນຖານໂຄງລ່າງອໍານວຍຄວາມສະດວກໃນການຂົນສົ່ງການແກ້ໄຂບັນຫາກົນໄກ ລວມທັງຂອດການບໍລິການທາງດ້ານສັງຄົມ ການແກ້ໄຂກົນໄກຂອດການປະຕິບັດຂອງເຈົ້າໜ້າທີ່ບໍ່ໃຫ້ມີຫຼາຍຂອດຫຼາຍຂັ້ນຕອນ.

ໂຄງການພັດທະນາທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ໄດ້ມີພິທີວາງສີລາລືກການກໍ່ສ້າງໂຄງການ ໃນວັນທີ 3 ກໍລະກົດ 2020 ຕັ້ງຢູ່ເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ທັງໝົດປະມານ 382 ເຮັກຕາ ( ເບື້ອງຕົ້ນ ), ມູນຄ່າການລົງທຶນຂອງໂຄງການທັງໝົດ ປະມານ 727 ລ້ານໂດລາສະຫະລັດ ເປັນການພັດທະນາ ລະຫວ່າງ ລັດຖະບານສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ຕາງໜ້າໂດຍກະຊວງແຜນການ ແລະ ການລົງທຶນ ແລະ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ, ພາຍໃຕ້ຮູບແບບ BOT ( Built Operate and Transfer ) ໂດຍມີອາຍຸສໍາປະທານ 50 ປີ.