ເຕືອນ 3 ລາສີ ໃນເດືອນສິງຫານີ້ ການງານບໍ່ລາບລື່ນ ພ້ອມໃຫ້ລະວັງການເງິນມີບັນຫາ

863

ສະບາຍດີທ່ານຜູ້ອ່ານທີ່ຮັກແພງ ກ້າວເຂົ້າສູ່ອາທິດທໍາອິດຂອງເດືອນສິງຫາແລ້ວ ເຊັ່ນເຄີຍກັບທີ່ຜ່ານມາຜູ້ຂຽນບໍ່ພາດທີ່ຈະມາອັບເດດເລື່ອງໂຊກລາບ, ເລື່ອງດວງຂອງແຕ່ລະລາສີໃຫ້ຮູ້ນໍາກັນ ເພາະເດືອນປ່ຽນ ເວລາປ່ຽນ ດວງຊາຕາກໍປ່ຽນເຊັ່ນກັນ. ມື້ນີ້ຜູ້ຂຽນມີຄໍາເຕືອນມາເຖິງ 3 ລາສີເກີດ ເປັນຫ່ວງເລື່ອງວຽກງານ ແລະ ການເງິນ ອາດບໍ່ຄ່ອງຕົວເດືອນນີ້.

May be an image of 1 person and text that says 'Virgo'

ເລີ່ມຕົ້ນດ້ວຍລາສີກໍລະກົດ ( ຜູ້ທີ່ເກີດລະຫວ່າງວັນທີ 15 ກໍລະກົດ ຫາ 16 ສິງຫາ ) ໃນເດືອນນີ້ທ່ານຕ້ອງແກ້ບັນຫາເລື່ອງວຽກຫຼາຍຢ່າງໃນເວລາດຽວກັນ ຕ້ອງລະວັງການຖືກຕິດຕາມເບິ່ງເລື່ອງຂອງຜົນງານ ຫຼື ການແກ້ບັນຫາຂອງເຮົາໄດ້ດີ ຫຼື ບໍ່.

ນອກຈາກນີ້, ອາດຕ້ອງລະວັງບັນຫາກ່ຽວກັບເອກະສານ ຫຼື ຂໍ້ກົດໝາຍ ຫາກຈະເຮັດຕ້ອງເບິ່ງໃຫ້ດີ. ສ່ວນເລື່ອງເງິນ ທ່ານຍັງບໍລິຫານຈັດການໄດ້ດີ ແຕ່ຕ້ອງລະວັງເລື່ອງຂອງລາຍໄດ້ທີ່ອາດເຂົ້າມາຊ້າອາດ. ນອກຈາກນີ້, ທ່ານຈະມີຊ່ອງທາງການຫາລາຍໄດ້ເຂົ້າມາໃໝ່ ແຕ່ຂ້ອນຂ້າງເມື່ອຍ ແລະ ຕ້ອງໃຊ້ສະຕິເປັນຢ່າງດີ.

May be an image of text that says 'Libra'

ລາສີກັນ ( ຜູ້ທີ່ເກີດລະຫວ່າງວັນທີ 17 ກັນຍາ ຫາ 16 ຕຸລາ ) ໃນເດືອນນີ້ທ່ານຕ້ອງຄິດ ຫຼື ເຮັດຫຍັງຢູ່ກັບຕົນເອງຄົນດຽວຫຼາຍຂຶ້ນ ຈະບໍ່ມີໃຜສາມາດມາຊ່ວຍຮັບວຽກໄປຈາກທ່ານໄດ້. ນອກຈາກນີ້ອາດຕ້ອງລະວັງບັນຫາການໝົດໄຟ ຫຼື ເບື່ອວຽກ ເຮັດໃຫ້ບໍ່ຄ່ອຍມີຄວາມສຸກກັບການເຮັດວຽກໃນຊ່ວງນີ້. ສ່ວນເລື່ອງເງິນ ມີລາຍຈ່າຍໄຫຼອອກຢູ່ຕະຫຼອດ ແຕ່ທ່ານກໍຍັງຫາກັບມາໄດ້ຢູ່ ແຕ່ໃນເດືອນນີ້ຕ້ອງລະວັງເລື່ອງຂອງການກູ້ຢືມ.

May be an image of ‎crustacean and ‎text that says '‎م Cancer‎'‎‎

ລາສີຕຸນ ( ຜູ້ທີ່ເກີດລະຫວ່າງວັນທີ 17 ຕຸລາ ຫາ 15 ພະຈິກ ) ທ່ານຈະເຮັດວຽກບໍ່ຄ່ອຍທັນຈົນມີຄົນມານໍາວຽກຢູ່ຕະຫຼອດ ຫຼື ໃນເດືອນນີ້ຕ້ອງລະວັງເລື່ອງຂອງການປ່ຽນວຽກ ຫຼື ປ່ຽນສະຖານທີ່ເຮັກວຽກ ແລະ ຕ້ອງລະວັງບັນຫາກ່ຽວກັບຂໍ້ກົດໝາຍ ຢາກໃຫ້ສຶກສາກ່ຽວກັບກົດໝາຍແຮງງານເອົາໄວ້ ອາດຊ່ວຍທ່ານໄດ້ບໍ່ຫຼາຍກໍໜ້ອຍ. ສ່ວນເລື່ອງເງິນ ເດືອນນີ້ຕ້ອງລະວັງເລື່ອງເງິນຂາດມື ລວມໄປເຖິງລາຍຈ່າຍຫຼາຍເກີນໄປ ແຕ່ທ່ານມີເກນຈະໄດ້ໂຊກຈາກຜູ້ຊາຍອາຍຸສູງ ຫຼື ເຂົາຈະເຂົ້າມາອຸປະຖໍາຈົນເຮັດໃຫ້ທ່ານຜ່ານໄລຍະຍາກລໍາບາກໄປໄດ້.

ທີ່ມາ: https://www.sanook.com/horoscope/myhoro/monthly/