ຫົນທາງສູ່ເປົ້າໝາຍຄືອົດທົນພະຍາຍາມ ແລະ ຕັ້ງໃຈ ຈີ່ຈີ່ ພອຍໄພລິນ MTL22

493

I’m not talented I’m obessed ( ເຖິງເຮົາຈະບໍ່ເກັ່ງທຸກຢ່າງ ແຕ່ເຮົາກໍຍັງມົກມຸ້ນກັບສິ່ງນັ້ນຢູ່ເລື້ອຍໆ ) ຈີຈີ່ ໄດ້ຍົກເອົາຄຳເວົ້ານີ້ມາເວົ້າ ກໍເພື່ອທີ່ຈະສະແດງໃຫ້ເຫັນວ່າ ທຸກຄົນມີຄວາມເກັ່ງກ້າສາມາດທີ່ແຕກຕ່າງກັນ ແຕ່ສິ່ງທີ່ຈະເຮັດໃຫ້ເຮົາປະສົບຜົນສຳເລັດນັ້ນ ກໍຄືຄວາມອົດທົນພະຍາຍາມ ຄວາມເອົາໃຈໃສ່ຕັ້ງໃຈກັບສິ່ງນັ້ນໆ ຄືກັບຕົວນ້ອງເອງໃນຕອນນີ້.

May be a closeup of 1 person

ມາຮູ້ຈັກໃຫ້ຫຼາຍຂຶ້ນ ພອຍໄພລິນ ໄຊຍະວົງສາ ຈີ່ຈີ່ MTL22 ຜູ້ຜ່ານເຂົ້າຮອບ 25 ຄົນ ໃນເວທີ Miss Teen Laos 2021 ປັດຈຸບັນອາຍຸ 17 ປີ, ລວງສູງ 168 ຊັງຕີແມັດ ຈາກນະຄອນຫຼວງວຽງຈັນ ກຳລັງຮຽນຊັ້ນ ມ 6 ທີ່ໂຮງຮຽນວຽງສະຫວັນ.

ຈີ່ຈີ່ ບໍ່ເຄີຍຜ່ານການປະກວດເວທີໃດມາກ່ອນ ເວທີນີ້ເປັນເວທີທໍາອິດເລີຍ ນ້ອງຢາກມາປະກວດເວທີນີ້ຍ້ອນວ່າຢາກຮຽນຮູ້ສິ່ງໃໝ່ໆພັດທະນາຕົນເອງຢູ່ເລື້ອຍໆ ເພາະການພັດທະນາຖືເປັນປັດໄຈສຳຄັນໃນການເຮັດວຽກງານ ແລະ ເກັບກ່ຽວເອົາປະສົບການ, ອີກຢ່າງໜຶ່ງກໍຄື ຈີຈີ່ເອງມີຄວາມສົນໃຈໃນດ້ານນີ້ຫຼາຍ ແລະ ການມາສະໝັກໃນເວທີ ມິສທີນລາວນີ້ ກໍຖືໄດ້ວ່າເປັນບາດກ້າວທໍາອິດ ເປັນການເລີ່ມຕົ້ນທີ່ດີ ເພື່ອພາຕົວເອງກ້າວສູ່ຄວາມຝັນທີ່ຕັ້ງໄວ້.

May be a closeup of 1 person

ຄິດວ່າຈຸດເດັ່ນຂອງນ້ອງ ກໍຄືຕົວຂອງນ້ອງເອງ ນ້ອງຮູ້ສຶກພູມໃຈໃນຕົວເອງທີ່ມີຄວາມອົດທົນພະຍາຍາມ ແລະ ມີ ຄວາມຫ້າວຫັນຕັ້ງໃຈຝຶກຊ້ອມ ແລະ ບໍ່ເຄີຍທໍ້ຖອຍ ສິ່ງເຫຼົ່ານີ້ແລະທີ່ນ້ອງຄາດວ່າຈະສາມາດມັດໃຈກຳມະການໄດ້ ມີທັງສອງດ້ານບໍ່ວ່າຈະເປັນຮູບຮ່າງພາຍນອກຂອງນ້ອງ ແລະ ຈິດໃຈພາຍໃນຂອງນ້ອງກໍສຳຄັນ.

May be a closeup of 1 person

ກ່ອນເຂົ້າປະກວດນ້ອງໄດ້ມີການກຽມຄວາມພ້ອມຫຼາຍຢ່າງເລີຍ ບໍ່ວ່າຈະເປັນທາງດ້ານການເດີນແບບ, ດ້ານທັດສະນະຄະຕິ, ການປັບບຸກຄະລິກຂະພາບ, ການຕອບຄໍາຖາມຕ່າງໆ ເຊິ່ງ ຈີ່ຈີ່ ກໍມີ ຄວາມພະຍາຍາມຫຼາຍ ແລະ ຕັ້ງໃຈກັບມັນເຕັມທີ່ໃຫ້ສຸດ ຄວາມສາມາດທີ່ມີ ແລະ ຈະບໍ່ເຮັດໃຫ້ຜິດຫວັງແນ່ນອນ.

May be a closeup of 1 person

ຖ້າຫາກວ່ານ້ອງໄດ້ຕຳແໜ່ງ ນ້ອງຫວັງວ່າຈະເປັນທີ່ຍອມຮັບໃນສັງຄົມ ແລະ ເປັນແບບຢ່າງທີ່ດີ ຈະເຮັດໜ້າທີ່ໃຫ້ດີທີ່ສຸດໃນການເປັນຕົວແທນເປັນໜ້າເປັນຕາໃຫ້ປະເທດລາວເຮົາສູ່ເວທີສາກົນ ພ້ອມເຜີຍແຜ່ໃຫ້ເຫັນຄວາມສວຍສົດງົດງາມຂອງປະເທດລາວ ແລະ ວັດທະນະທຳທີ່ເປັນເອກະລັກທີ່ໂດດເດັ່ນ ພ້ອມທັງປະກອບສ່ວນເຂົ້າໃນການຊ່ວຍເຫຼືອສັງຄົມໃນທຸກໆດ້ານ ທີ່ຫຼັກໆກໍຄື: ດ້ານການສຶກສາໃນເຂດຊົນນະບົດຕ່າງໆ ເພາະນ້ອງມີຄວາມເຊື່ອໝັ້ນວ່າການສຶກສາເປັນປັດໄຈທີ່ສຳຄັນໃນການດຳລົງຊີວິດ ແລະ ປະກອບສ່ວນເຂົ້າໃນວຽກງານ.

May be a closeup of 1 person

ກິດຈະກຳຍາມວ່າງທີ່ນ້ອງມັກເຮັດ ກໍຄືການອອກໄປແລ່ນ, ຂີ່ລົດຖີບໃນຕອນເຊົ້າ ແລະ ສິ່ງໜຶ່ງທີ່ຂາດບໍ່ໄດ້ກໍແມ່ນການອ່ານປຶ້ມ ແລະ ຮູບແບບຂອງການແຕ່ງຕົວຂອງນ້ອງຈະມັກແຕ່ງແບບສະບາຍໆເຂົ້າກັບບັນຍາກາດທີ່ເຮົາຈະໄປ ແລະ ຈະປ່ຽນໄປຕາມສະຖານທີ່ທີ່ເຮົາຈະໄປ. ສຸດທ້າຍນີ້ຂໍຝາກທຸກຄົນຊ່ວຍເຊຍ ແລະ ເປັນກໍາລັງໃຈໃຫ້ ຈີ່ຈີ່ຄົນນີ້ໄປເຖິງຝັນທີ່ຕັ້ງໄວ້ແດ່ເດີ MTL22 ສາມາດຕິດຕາມການເຄື່ອນໄຫວຕ່າງໆໄດ້ ຜ່ານທາງເຟສບຸ໊ກ Jije Xayyavongsa.

ຮູບ: Jije Xayyavongsa