ຫວຽດນາມ ຂຶ້ນເປັນອັນດັບ 2 ຂອງໂລກ ສົ່ງອອກເສື້ອຜ້າ

555

ສຳນັກຂ່າວສານຫວຽດນາມ ລາຍງານວ່າ ອົງການການຄ້າໂລກ ( WTO ) ເປີດເຜີຍວ່າ: ຫວຽດນາມ ໄດ້ລື່ນບັງກລາເທດ ກາຍເປັນຜູ້ສົ່ງອອກເສື້ອຜ້າ ອາພອນ ຂະໜາດໃຫຍ່ອັນດັບ 2 ຂອງໂລກ ຮອງຈາກ ສປ ຈີນ ໂດຍສະເພາະການສົ່ງອອກເສື້ອຜ້າ ໄປຍັງເຢຍລະມັນ ບັນລຸ 29 ຕື້ໂດລາສະຫະລັດ ເພີ່ມຂຶ້ນ 6,4%.

ໃນໄລຍະ 10 ປີຜ່ານມາ, ສ່ວນແບ່ງຂອງຫວຽດນາມ ໃນຕະຫຼາດການສົ່ງອອກເສື້ອຜ້າໃນໂລກ ໄດ້ເພີ່ມຂຶ້ນຢ່າງແຂງແຮງ. ໃນຂະນະດຽວກັນ, ການສົ່ງອອກເສື້ອຜ້າຂອງ ບັງກລາເທດ ໄດ້ຫຼຸດລົງ 6,8% ເຫຼືອ 6,3% ເມື່ອປີ 2020. ນອກນັ້ນປີ 2019 ຫວຽດນາມ ແລະ ສະຫະພາບເອີຣົບ ( EU ) ໄດ້ລົງນາມສັນຍາການຄ້າເສລີ ( EVFTA ) ສິ່ງດັ່ງກ່າວ ໄດ້ຊ່ວຍຊຸກຍູ້ການສົ່ງອອກສິນຄ້າຂອງຫວຽດນາມ ໄປຍັງຕະຫຼາດເອີຣົບເພີ່ມຂຶ້ນ.