ເບິ່ງຄຳອະທິບາຍກ່ຽວກັບວັກຊິນ ຈອນສັນແອນຈອນສັນ

1473

ມື້ວານນີ້ຫຼາຍຄົນທີ່ຢູ່ໃນໂລກສັງຄົມອອນລາຍຄົງມາຄຳຖາມຫຼວງຫຼາຍ ກ່ຽວກັບວັກຊິນຈອນສັນແອນຈອນສັນ ພາຍຫຼັງຟັງຖະແຫຼງຂ່າວຈາກຈຳປາສັກ ແລະໄດ້ມີສື່ສັງຄົມອອນລາຍຫຼາຍເພຈນຳໄປຂຽນຕໍ່ວ່າ ແຂວງຈຳປາສັກ ຈະໄດ້ໂຈະການໃຫ້ວັກຊີນ J&J ຊົ່ວຄາວ ເນື່ອງຈາກມີຜົນຂ້າງຄຽງຈຳນວນໜຶ່ງນັ້ນ.


ຕໍ່ກັບຂ່າວດັ່ງກ່າວ ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໄດ້ກ່າວໃນພິທີຖະແຫຼງຂ່າວປະຈຳວັນທີ 3 ສິງຫານີ້ທີ່ກະຊວງສາທາລະນະສຸກໄດ້ອະທິບາຍວ່າ: ສຳລັບການໃຫ້ບໍລິການສັກວັກຊີນ J&J ຢູ່ແຂວງຈຳປາສັກນັ້ນ ຍັງສືບຕໍ່ໃຫ້ບໍລິການຄືເກົ່າ ໂດຍສະເພາະຈະເນັ້ນໃສ່ກຸ່ມເປົ້າໝາຍ ຜູ້ທີ່ມີອາຍຸສູງກວ່າ 60 ປີ ຂຶ້ນໄປ, ຜູ້ທີ່ມີພະຍາດປະຈຳໂຕ, ຜູ້ທີ່ສິ້ນສຸດການຈຳກັດບໍລິເວນຢູ່ສູນຈຳກັດບໍລິເວນ, ພະນັກງານດ່ານໜ້າທີ່ມີຄວາມສ່ຽງ ແລະ ຕົກຄ້າງ.


ຄຽງຄູ່ກັບການສັກວັກຊີນ ພວກເຮົາທຸກຄົນ ຕ້ອງໄດ້ຍົກສູງສະຕິຄວາມຮັບຜິດຊອບ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ ເຊິ່ງການປະຕິບັດທັງໝົດນີ້ກໍ່ແມ່ນເພື່ອສະກັດກັ້ນບໍ່ໃຫ້ແຜ່ເຊື້ອ ໄປສູ່ຄອບຄົວ, ໝູ່ເພື່ອນ, ຄົນອ້ອມຂ້າງ ແລະ ສູ່ຊຸມຊົນ; ທ່ານ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ກ່າວ.


ພ້ອມດຽວກັນໃນວັນທີ 3 ສິງຫາ ເວລາ 10:30 ນາທີ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງຈຳປາສັກ ກໍໄດ້ກ່າວໃນຖະແຫຼງຂ່າວປະຈຳວັນໂດຍຢ້ຳວ່າ: ການໃຫ້ບໍລິການສັກວັກຊີນຈອນສັນແອນຈອນສັນ ຢູ່ແຂວງຈຳປາສັກນັ້ນ ຍັງສືບຕໍ່ໃຫ້ບໍລິການຄືເກົ່າ ແຕ່ທີ່ໃຫ້ໂຈະແມ່ນກຸ່ມທີ່ອາຍຸຕ່ຳກວ່າ 60 ປີ ເປົ້າໝາຍກໍ່ເພື່ອສະຫງວນຢາໄປໃສ່ກຸ່ມເປົ້າໝາຍ ຜູ້ທີ່ມີອາຍຸສູງກວ່າ 60 ປີ ຂຶ້ນໄປ, ພະນັກງານແພດໝໍ, ເຈົ້າໜ້າທີ່ຕຳຫຼວດທີ່ຢູ່ຈຸດສ່ຽງເນື່ອງມີຄວາມສ່ຽງຕໍ່ການຕິດເຊື້ອຫຼາຍ.


ມາເຖິງປັດຈຸບັນ ສຳລັບ ສປປ ລາວ ອັດຕາການສັກວັກຊີນ ເຂັມທີ 1 ກວມເອົາ 16.55 % ແລະ ເຂັມທີ 2 ກວມເອົາ 14.05 %. ດັ່ງນັ້ນ, ຈຶ່ງຂໍຮຽກຮ້ອງມາຍັງ ພໍ່ແມ່, ພີ່ນ້ອງ ປະຊາຊົນບັນດາເຜົ່າ ແລະ ທຸກພາກສ່ວນໃນສັງຄົມ ຈົ່ງພ້ອມໃຈກັນ ໄປຮັບການສັກວັກຊີນ ຢູ່ຈຸດບໍລິການໃກ້ບ້ານທ່ານ ເພື່ອສ້າງພູມຄຸ້ມກັນ ແລະ ສະກັດກັ້ນການລະບາດ ບໍ່ໃຫ້ແຜ່ລາມອອກສູ່ຊຸມຊົນເປັນວົງກວ້າງ.