ເມືອງສອງຄອນແຈ້ງລັອກດາວບ້ານໂນນສຳລານ ທັນທີຫຼັງພົບຜູ້ຕິດເຊື້ອ 3 ຄົນ

463

ເຈົ້າເມືອງ ເມືອງສອງຄອນ ແຂວງສະຫວັນນະເຂດ ໄດ້ອອກມາແຈ້ງການ ດ່ວນທີ່ສຸດສະບັບເລກທີ 460/ຈມ.ສຄ ລົງວັນທີ 3 ສິງຫາ 2021 ໃຫ້ປິດການເຂົ້າ-ອອກຂອງບ້ານໂນນສຳລານ ຫຼັງພົບມີຜູ້ຕິດເຊື້ອໃໝ່ໃນຊຸມຊົນ ຈຳນວນ 3 ຄົນ ເພື່ອບໍ່ໃຫ້ມີການແຜ່ໄປເປັນວົງກວ້າງ ແລະ ກະຈາຍເຊື້ອໄປໃນພື້ນທີ່ໃກ້ຄຽງອື່ນໆ.


ການປະກາດລັອກດາວເຂດແດງຂອງເມືອງສອງຄອນແມ່ນເລີ່ມມີຜົນແຕ່ວັນທີ 3 ສິງຫາ ເປັນຕົ້ນໄປໃນແຈ້ງການມີລາຍລະອຽດດັ່ງນີ້:
ໃຫ້ປິດບ້ານ (ລັອກດາວ) ບ້ານໂນນສຳລານ ແລະ ກັກຕົວຄອບຄົວຜູ້ທີ່ໄດ້ໃກ້ຊິດກັບຜູ້ກ່ຽວ ເປັນເວລາ 14 ວັນ ນັບແຕ່ 3 ສິງຫາ ໄປຈົນເຖິງ 16 ສິງຫາ, ຖ້າຫາກມີກໍລະນີຈຳເປັນທີ່ຈະເຂົ້າ-ອອກບ້ານ ແມ່ນໃຫ້ແຈ້ງຄະນະສະເພາະກິດສາກ່ອນ.


ໃຫ້ປະຕິບັດຕາມການແຈ້ງການຂອງທ່ານເຈົ້າ ແຂວງ ສະຫວັນນະເຂດ ວ່າດ້ວຍການປົກປ້ອງຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ສະບັບເລກທີ 1176/ຈຂສຂ ລົງວັນທີ 20 ກໍລະກົດ ຢ່າງເຄັ່ງຄັດ
ໃຫ້ສືບຕໍ່ຕາມການແນະນຳຂອງຄະນະສະເພາະກິດ ເປັນຕົ້ນແມ່ນການຮັກສາໄລຍະຫ່າງ ໃຊ້ຜ້າອັດປາກ-ດັງ, ໝັ້ນລ້າງມື ແລະ ອື່ນໆ


ສຳລັບແຮງງານທີ່ໄດ້ຜ່ານການກັກຕົວ ຢູ່ທີ່ສູນກັກຂອງແຂວງ ແລະ ເມືອງຄົບຕາມກຳນົດ ແມ່ນໃຫ້ສືບຕໍ່ກັກຕົວອີກ 14 ວັນ ຫຼັງອອກຈາກສູນ.
ໃຫ້ຫ້ອງການຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວເມືອງ ກຳລັງ ປກສ-ປກຊ ຂັ້ນກຸ່ມບ້ານເຄື່ອນໄຫວລາດຕະເວນ, ປ້ອງກັນເວນຍາມ ໂຄສະນາເຜີຍແຜ່ ການແຈ້ງການໃຫ້ພໍ່ແມ່ປະຊາຊົນໄດ້ຮັບຮູ້ ຢ່າງທົ່ວເຖິງ