ຄອບຄົວເບຍລາວ ປັ່ນລົດຖີບເພື່ອສຸຂະພາບ ແລະ ຄວາມສາມັກຄີ ໄລຍະທາງ 35 ກິໂລແມັດ

449

ເມື່ອວັນທີ 1 ສິງຫາ ຜ່ານມາ ທີ່ສວນອາຫານຈີ້ມມີ້ ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ ສະມາຄົມນັກທຸລະກິດຮ້ານອາຫານນະຄອນຫຼວງວຽງຈັນ-ເບຍລາວ ຮ່ວມກັບບໍລິສັດ ເບຍລາວ ຈໍາກັດ ຈັດຂະບວນຂີ່ລົດຖີບເພື່ອສຸຂະພາບ ໃຫ້ກຽດເຂົ້າຮ່ວມມີທ່ານ ຈັນສະໝອນ ຜ່ອງຈັນທາ ອຳນວຍການຝ່າຍການຕະຫຼາດ ບໍລິສັດ ເບຍລາວ ຈຳກັດ, ທ່ານ ວໍລະວົງ ອິນຄຳເຮືອງ ຜູ້ຈັດການສົ່ງເສີມການຂາຍ ບໍລິສັດ ເບຍລາວ ຈຳກັດ ແລະ ທ່ານ ຄຳແພງ ເພົ້າບົວວົງ ປະທານສະມາຄົມນັກທຸລະກິດຮ້ານອາຫານນະຄອນຫຼວງວຽງຈັນ-ເບຍລາວ ພ້ອມດ້ວຍບັນດາສະມາຊິກທັງສອງພາກສ່ວນເຂົ້າຮ່ວມ.

ໂອກາດນີ້, ທ່ານ ຄຳແພງ ເພົ້າບົວວົງ ກ່າວວ່າ: ຂະບວນຂີ່ລົດຖີບດັ່ງກ່າວ ເປັນໜຶ່ງໃນບັນດາກິດຈະກໍາ ທີ່ສະມາຄົມນັກທຸລະກິດຮ້ານອາຫານນະຄອນຫຼວງວຽງຈັນ-ເບຍລາວ ແລະ ບໍລິສັດ ເບຍລາວ ຈໍາກັດ ຮ່ວມກັນຈັດຂຶ້ນທຸກໆປີ ໂດຍສະເພາະແມ່ນໄດ້ຈັດແຂ່ງຂັນກິລາບານເຕະ, ຖີບລົດ, ຕີດອກປີກໄກ່ ແລະ ການໄປທັດສະນະຕ່າງແຂວງ ເພື່ອແລກປ່ຽນບົດຮຽນໃນການດໍາເນີນທຸລະກິດ ກັບກຸ່ມຮ້ານອາຫານຕ່າງໆທົ່ວປະເທດ ລວມທັງກິດຈະກໍາຊ່ວຍເຫຼືອສັງຄົມ ແລະ ອື່ນໆ.

ຂະບວນການຂີ່ລົດຖີບຄັ້ງນີ້ ໄດ້ເລີ່ມຕົ້ນຈາກຮ້ານອາຫານຈິ່ມມີ້ ໄປຕາມຖະໜົນໄກສອນ ພົມວິຫານ ລ້ຽວໄປຖະໜົນ 450 ປີ ຜ່ານເສັ້ນທາງນາຄວາຍ ໂນນຫວາຍ ແລ້ວຢຸດພັກຢູ່ບຶງທາດຫຼວງ ຈາກນັ້ນກໍອອກເດີນທາງຕໍ່ໄປຕາມຖະໜົນ T4 ລ້ຽວເຂົ້າຖະໜົນໄກສອນ ພົມວິຫານ ແລະ ມາສິ້ນສຸດຢູ່ທີ່ສວນຮ້ານອາຫານຈິ່ມມີ້ (ຫຼັກ5) ລວມໄລຍະທາງປະມານ 35 ກິໂລແມັດ ໂດຍມີຜູ້ເຂົ້າຮ່ວມກິດຈະກໍາຄັ້ງນີ້ 58 ທ່ານ.

ຂ່າວ-ຮູບ: ສົງການ