ອະເຊລເຊັນ ປາບແຊັມເກົ່າຈາກ ສປ ຈີນ ຄວ້າຫຼຽນຄໍາດອກປີກໄກ່ຊາຍດ່ຽວ ໂອແລມປິກ 2020

827
Gold medalist Denmark's Victor Axelsen celebrates during the medal ceremony of men's singles Badminton at the 2020 Summer Olympics, Monday, Aug. 2, 2021, in Tokyo, Japan. (AP Photo/Markus Schreiber)

ວິກເຕີ ອະເຊລເຊັນ ນັກກີລາດອກປີກໄກ່ມື 2 ຂອງໂລກຈາກດານມາກ ສ້າງຜົນງານໂດດເດັ່ນເອົາຊະນະ ເສິນ ຫຼົງ ມື 6 ຂອງໂລກ ທີ່ເປັນທັງແຊັມເກົ່າຈາກ ສປ ຈີນ ໄປ 2-0 ເຊັດ ຄວ້າຫຼຽນຄໍາກີລາດອກປີກໄກ່ປະເພດຊາຍດ່ຽວ ໂອແລມປິກ 2020 ໄປຄອງເມື່ອວັນທີ 2 ສິງຫາ 2021.

ສະຖິຕິການພົບກັນທີ່ຜ່ານມາ 19 ຄັ້ງ ເສິນ ຫຼົງ ເຮັດໄດ້ດີກວ່າເອົາຊະນະໄດ້ເຖິງ 14 ຄັ້ງ ໂດຍສະເພາະໃນໂອແລມປິກ 2016 ທີ່ປະເທດບຣາຊິນ ເສິນ ຫຼົງ ເອົາຊະນະ ອະເຊລເຊັນ 2-0 ເຊັດໃນຮອບຮອງຊະນະເລີດ ກ່ອນທີ່ ເສິນ ຫຼົງ ຈະຍາດໄດ້ຫຼຽນຄໍາໃນທີ່ສຸດ, ສ່ວນ ອະເຊລເຊັນ ຍາດໄດ້ຫຼຽນທອງ.

ແຕ່ໃນໂອແລມປິກ 2020 ອະເຊລເຊັນ ສາມາດລ້າງຕາໄດ້ສໍາເລັດ ດ້ວຍການເອົາຊະນະໄປ 2-0 ເຊັດ 21-15 ແລະ 21-12 ດ້ວຍເວລາ 51 ນາທີ ຄວ້າຫຼຽນຄໍາໄປຄອງ ພ້ອມທັງເຮັດໃຫ້ ອະເຊລເຊັນ ຄວ້າຫຼຽນຄໍາເປັນສະໄໝທໍາອິດ ແລະ ເປັນນັກກີລາດອກປີກໄກ່ ຄົນທີ 2 ຂອງປະເທດໃນຮອບ 25 ປີທີ່ສາມາດຄວ້າຫຼຽນຄໍາຕໍ່ຈາກ ພອລ ອີຣິກ ໂຮລເຢີ ທີ່ເຮັດໄດ້ໃນປີ 1996 ເຊິ່ງປັດຈຸບັນເປັນປະທານ ສະຫະພັນເທັນນິສໂລກ ( BWF ).

ສ່ວນຫຼຽນທອງເປັນຂອງ ແອນໂທນີ ຊິນນິຊຸກະ ກິນຕິ້ງ ຈາກອິນໂດເນເຊຍ ເອົາຊະນະ ເຄລວິນ ຄໍດອນ ຈາກກົວເຕມາລາ 2-0 ເຊັດ 21-12 ແລະ 21-13 ໃຊ້ເວລາໄປ 38 ນາທີ.
ຮູບຈາກ: AP