ອຸຕຸເຕືອນ ສະພາບອາກາດຮ້າຍແຮງ ແລະ ເຝົ້າລະວັງຝົນຕົກໜັກ 2 ຫາ 6 ສິງຫາ

1154

ອຸຕຸເຕືອນໃຫ້ເຝົ້າລະວັງ ສະພາບອາກາດຮ້າຍແຮງໃນໄລຍະວັນທີ 2 ຫາ 6 ສິງຫາ 2021 ໂດຍຈະມີຝົນຕົກໃນລະດັບຄ່ອຍຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກລົງ ຫາ ພາກກາງ ແລະ ພາກໃຕ້.

ກົມອຸຕຸນິຍົມ ແລະ ອຸທົກກະສາດ, ກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ອອກບົດລາຍງານສະພາບອາກາດປະຈຳອາທິດ ເລກທີ 0893/ກອຕທ, ລົງວັນທີ 2 ສິງຫາ 2021 ຄາດຄະເນສະພາບອາກາດ ໃນໄລຍະວັນທີ 2 ຫາ 8 ສິງຫາວ່າ: ໃນໄລຍະວັນທີ 2 ຫາ 6 ສິງຫານີ້ ຮ່ອງຄວາມກົດດັນອາກາດຕ່ຳຈະພາດຜ່ານແຂວງພາກເໜືອ ແລະ ພາກກາງຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ ແລະ ຕົກໜັກຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກລົງ ຫາ ພາກກາງ ແລະ ພາກໃຕ້. ຈາກນັ້ນໃນໄລຍະວັນທີ 7 ຫາ 8 ສິງຫາ 2021 ບໍລິເວນຄວາມກົດດັນອາກາດຕ່ຳຈະປົກຄຸມຢູ່ທຸກພາກຂອງປະເທດລາວ, ສົມທົບກັບກະແສລົມມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ນອກນັ້ນ, ໄດ້ມີຄຳເຕືອນເພື່ອເຝົ້າລະວັງ ສະພາບອາກາດຮ້າຍແຮງໃນໄລຍະວັນທີ 02 ຫາ 06 ສິງຫາ 2021 ນີ້ ເນື່ອງຈາກຮ່ອງຄວາມກົດດັນອາກາດຕໍ່າຈະພາດຜ່ານແຂວງພາກເໜືອ ແລະ ພາກກາງ ຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ທີ່ມີກຳລັງແຮງພັດປົກຄຸມເປັນສ່ວນໃຫຍ່, ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍຫາ ປານກາງຢູ່ທົ່ວໄປ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ແຂວງພາກເໜືອດ້ານຕາເວັນຕົກລົງ ຫາ ພາກກາງ ແລະ ພາກໃຕ້. ດັ່ງນັ້ນ, ຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນທີ່ອາໄສຢູ່ເຂດດັ່ງກ່າວ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນທີ່ຈະເຮັດໃຫ້ມີ ນ້ຳຖ້ວມ, ດິນເຈື່ອນ ແລະ ນ້ຳຖ້ວມອັ່ງ ເກີດຂຶ້ນໄດ້. ຄາດຄະເນສະພາບອາກາດ ໃນແຕ່ລະພາກດັ່ງລຸ່ມນີ້:

ພາກເໜືອດ້ານຕາເວັນອອກ: ໃນໄລຍະວັນທີ 02 ຫາ 08 ສິງຫາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປເກືອບທົ່ວໄປພ້ອມມີລົມພັດແຮງ ຢູ່ບາງທ້ອງຖີ່ນ ແຂວງ ຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ. ອຸນຫະພູມຕ່ຳສຸດ 19 – 21 ອົງສາ ແລະ ສູງສຸດ 28 – 30 ອົງສາ.


ພາກເໜືອດ້ານຕາເວັນຕົກ: ໃນໄລຍະວັນທີ 02 ຫາ 08 ສິງຫາ ຈະມີຝົນຕົກຟ້າຮ້ອງເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ແລະ ຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖີ່ນ ແຂວງ ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ ແລະ ໄຊຍະບູລີ ອຸນຫະພູມຕໍ່າສຸດ 23 – 25 ອົງສາ ແລະ ສູງສຸດ 31 - 33 ອົງສາ.

ພາກກາງ: ໃນໄລຍະວັນທີ 02 ຫາ 08 ສິງຫາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ. ອຸນຫະພູມຕໍ່າສຸດ 24 – 26 ອົງສາ ແລະ ສູງສຸດ 32 – 34 ອົງສາ.

ພາກໃຕ້: ໃນໄລຍະວັນທີ 02 ຫາ 08 ສິງຫາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ທົ່ວໄປ ແລະ ຕົກປານກາງ ຫາ ໜັກ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງທ້ອງຖິ່ນ ແຂວງ ສາລະວັນ, ຈໍາປາສັກ, ເຊກອງ ແລະ ອັດຕະປື ໃນກາງ ຫາ ທ້າຍອາທິດ. ອຸນຫະພູມຕໍ່າສຸດ 24 – 25 ອົງສາ ແລະ ສູງສຸດ 32 – 34 ອົງສາ.


ນະຄອນຫຼວງວຽງຈັນ: ໃນໄລຍະວັນທີ 2 ຫາ 8 ສິງຫາ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍ ຫາ ປານກາງ ພ້ອມມີລົມພັດແຮງເປັນບາງໂອກາດຢູ່ບາງບໍລິເວນ. ອຸນຫະພູມຕ່ຳສຸດ 25-27 ອົງສາ ແລະ ສູງສຸດ 32-34 ອົງສາ.