3 ສິງຫາ ມີກໍລະນີຕິດເຊື້ອໃນຊຸມຄົນ 13 ຄົນ ຈາກສະຫວັນນະເຂດ, ບໍ່ແກ້ວ, ຫລວງນໍ້າທາ ແລະ ແຂວງວຽງຈັນ

904

ວັນທີ 3 ສິງຫາ ສປປລາວ ມີກໍລະນີຕິດເຊື້ອໃນຊຸມຊົນ 13 ຄົນ ຈາກ 4 ແຂວງ ແລະ ກໍລະນີນຳເຂົ້າ 237 ຄົນ ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມທັງໝົດ 7.015 ຄົນ, ຄົນເຈັບເສຍຊີວິດສະສົມ 7 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 3.392 ຄົນ.

ທ່ານ ດຣ. ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ກະແຫຼງຂ່າວປະຈຳວັນທີ 3 ສິງຫາວ່າ: ວັນທີ2 ສິງຫາໄດ້ກວດວິເຄາະທັງໝົດ 1.951 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 250 ຄົນ(ຕິດເຊື້ອໃນຊຖມຊົນ 13 ຄົນ ແລະ ຕິດເຊືື້ອຈາກກໍລະນີນຳເຂົ້າ237ຄົນ).

ກໍລະນີຕິດເຊື້ອໃນຊຸມຊົນ 13 ຄົນ ຄື: ແຂວງວຽງຈັນ 4 ຄົນ (ເປັນຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອ), ແຂວງບໍ່ແກ້ວ 4 ຄົນ (ເມືອງຕົ້ນເຜິ້ງ),ແຂວງຫຼວງນ້ຳທາ 1 ຄົນ (ເດີນທາງມາແຕ່ເມືອງຕົ້ນເຜິ້ງ),ແຂວງສະຫວັນນະເຂດ 4 ຄົນ (ພະນັກງານດ່ານ 1 ຄົນ).

ສຳລັບ ກໍລະນີນໍາເຂົ້າ ມີ 237 ຄົນ ຈາກນະຄອນຫຼວງ 78 ຄົນ, ແຂວງວຽງຈັນ 2 ຄົນ, ຄຳມ່ວນ 30 ຄົນ, ສະຫວັນນະເຂດ 63 ຄົນ, ສາລະວັນ 16 ຄົນ ແລະ ຈຳປາສັກ 48 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.