
ການແຂ່ງຂັນບານເຕະຍິງ ໃນງານມະຫາກໍາກີລາໂອແລມປິກ 2020 ໄດ້ຄູ່ຊີງຊະນະເລີດເປັນທີ່ຮຽບຮ້ອຍແລ້ວ ປາກົດວ່າ: ທີມຊາດການາດາ ສາມາດຜ່ານເຂົ້າຮອບຊີງຊະນະເລີດ ( ຮອບຊີງຫຼຽນຄໍາ ) ໄດ້ ເປັນຄັ້ງປະຫວັດສາດໃນໂອແລມປິກ ພົບກັບ ຊູແອັດ ໃນຖານະຮອງແຊັມເກົ່າ ທີ່ສາມາດເຂົ້າຮອບຊີງໄດ້ເປັນຄັ້ງທີ 2.
ການແຂ່ງຂັນບານເຕະຍິງໃນໂອແລມປິກ 2020 ເມື່ອວັນທີ 2 ສິງຫາ 2021 ເປັນການແຂ່ງຂັນຮອບຮອງຊະນະເລີດ ຄູ່ທໍາອິດເກີດການພິກລ໊ອກ ເມື່ອ ທີມຊາດການາດາ ສາມາດບຽດເອົາຊະນະ ທີມຊາດສະຫະລັດອາເມຣິກາ ແຊັມໂອແລມປິກ 4 ສະໄໝ ໄປຫວຸດຫວິດ 1-0 ຈາກການຍິງຈຸດໂທດຂອງ Christine Sinclair ຜ່ານເຂົ້າຮອບຊີງຊະນະເລີດເປັນທີມທໍາອິດ ແລະ ເປັນຄັ້ງທໍາອິດໃນປະຫວັດສາດໂອແລມປິກ ອີກດ້ວຍ ເຊິ່ງຜົນງານທີ່ດີທີ່ສຸດຜ່ານມາ ການາດາ ເຄີຍຍາດໄດ້ຫຼຽນທອງໄດ້ 2 ຄັ້ງໃນປີ 2012 ແລະ 2016.
ສ່ວນຄູ່ທີ 2 ທີມຊາດຊູແອັດ ຮອງແຊັມເກົ່າ ໄປຕາມນັດໄດ້ສໍາເລັດ ຫຼັງບຽດເອົາຊະນະ ອົດສະຕາລີ 1-0 ຈາກການຍິງຂອງ Fridolina Rolfo ເຮັດໃຫ້ ຊູແອັດ ຜ່ານເຂົ້າຮອບຊີງຊະນະເລີດໃນບານເຕະຍິງ ໂອແລມປິກ ໄດ້ເປັນຄັ້ງທີ 2 ໃນປະຫວັດສາດຕໍ່ຈາກປີ 2016 ທີ່ປະເທດບຣາຊິນ ເປັນເຈົ້າພາບ ເຊິ່ງຄັ້ງນັ້ນ ຊູແອັດ ເສຍໃຫ້ກັບ ເຢຍລະມັນ 1-2 ໄດ້ຫຼຽນເງິນໄປຄອງ.
ສໍາລັບ ນັດຊີງຊະນະເລີດລະຫວ່າງ ທີມຊາດການາດາ ພົບ ຊູແອັດ ຈະແຂ່ງຂັນໃນວັນທີ 6 ສິງຫາ 2021 ເວລາ 11:00 ໂມງ ( ກົງກັບເວລາ 9:00 ໂມງໃນບ້ານເຮົາ ), ສ່ວນຄູ່ຊີງອັນດັບ 3 ສະຫະລັດ ອາເມຣິກາ ພົບ ອົດສະຕາລີ ຈະແຂ່ງຂັນໃນວັນທີ 5 ສິງຫາ 2021 ເວລາ 17:00 ໂມງ ( ກົງກັບເວລາ 15:00 ໂມງໃນບ້ານເຮົາ ).
ຮູບຈາກ: AP