ອພສ ແຂວງ ແລະບໍລິສັດສາຍບົວເພັດມະນີ ມອບເງິນປະກອບສ່ວນເຂົ້າໃນວຽກງານຈຳເປັນ ຂອງໂຮງໝໍແຂວງ

275

ໃນວັນທີ 2 ສິງຫາ 2021 ທີ່ບໍລິເວນໜ້າຕຶກສຸກເສີນຂອງໂຮງໝໍແຂວງສະຫວັນນະເຂດ ໄດ້ຈັດພິທີມອບ-ຮັບເງິນຊ່ວຍເຫຼືອຈາກອົງການພຸດທະສາສະໜາສັມພັນລາວ(ອພສ)ແຂວງສະຫວັນນະເຂດຈຳນວນ 15.532.000 ກີບ ເພື່ອປະກອບສ່ວນເຂົ້າໃນການກໍ່ສ້າງ-ສ້ອມແປງດ້ານພື້ນຖານໂຄງລ່າງ ກໍຄືສະຖານທີ່ພັກຂອງພະນັກງານແພດ-ພະຍາບານຂອງຈຸດຄັດກອງພະຍາດໂຄວິດ-19 ຂອງໂຮງໝໍແຂງ.

ຕາງໜ້າມອບໂດຍພຣະປຣີຊາ ຈັນດາ ເຄນສັກດາ ຮອງເຈົ້າຄະນະແຂວງ ພ້ອມຄະນະ ແລະຮັບໂດຍທ່ານ ນາງ ດຣ ພູວິໄລ ແກ້ວມງຄຸນ ຜູ້ອຳນວຍການໂຮງໝໍແຂວງສະຫວັນນະເຂດ ພ້ອມຄະນະ.


ໂອກາດດຽວກັນນີ້, ບໍລິສັດສາຍບົວເພັດມະນີບໍລິຫານ, ຈັດການ ແລະຮັບຕ້ອນ ຊຶ່ງເປັນບໍລິສັດທີ່ຮັບສຳປະ ທານຕຶກພິເສດໂຮງໝໍແຂວງ ກໍ່ໄດ້ປະກອບສ່ວນເງິນຈຳນວນ 10 ລ້ານກີບ ເພື່ອເປັນງົບປະມານຊ່ວຍເຫຼືອທີມແພດກັກໂຕຂອງໂຮງໝໍແຂວງ.

ຂ່າວແຈ້ງຕື່ມອີກວ່າ: ເມື່ອບໍ່ດົນມານີ້, ອພສ ແຂວງ ກໍໄດ້ມີການປະກອບສ່ວນງົບປະມານປັບປຸງສະຖານທີ່ຕິດຕັ້ງຕູ້ເກັບຕົວຢ່າງຊອກຫາເຊື້ອພະຍາດໂຄວິດ-19 ປະຈຳໂຮງໝໍແຂວງ ມູນຄ່າ 30 ລ້ານກີບ ແລະບໍລິສັດສາຍບົວເພັດມະນີ ກໍ່ໄດ້ມອບເງິນຊ່ວຍທີມແພດກັກໂຕຂອງໂຮງໝໍແຂວງ ເປັນເງິນ 14 ລ້ານກີບ.