ສຳມະນາ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊື່ອມສານບົດບາດຍິງ-ຊາຍ”

284

ທ້າຍເດືອນ ກໍລະກົດ ຜ່ານມາ ທີ່ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ມີ ກອງປະຊຸມສຳມະນາ “ການສ້າງຄວາມເຂັ້ມແຂງໃຫ້ແມ່ຍິງ ແລະ ການເຊື່ອມສານບົດບາດຍິງ-ຊາຍ”.


ໃນກອງປະຊຸມ ເປັນກຽດເຂົ້າຮ່ວມຂອງແຂກກິຕິມາສັກຈາກ ຫລາຍພາກສ່ວນ ແລະ ໃຫ້ກຽດກ່າວເປີດງານ ໂດຍທ່ານ ນາງ ວາລີ ເວດສະພົງ ຮອງປະທານ ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ ພ້ອມທັງເປັນສະມາຊິກ ສະພາແຫ່ງຊາດ, ຜູ້ຊີ້ນຳໜ່ວຍແມ່ຍິງ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ( ສຄອຊ ).


ກອງປະຊຸມສໍາມະນາໃນຄັ້ງນີ້ໄດ້ຈັດຂຶ້ນເນື່ອງໃນກາລະໂອກາດ ສະເຫຼີມສະຫຼອງວັນສ້າງຕັ້ງສະຫະ ພັນແມ່ຍິງລາວຄົບຮອບ 66 ປີ ໂດຍມີຈຸດປະສົງ ເພື່ອສ້າງຄວາມເຂັ້ມແຂງໃຫ້ໜ່ວຍແມ່ຍິງ ແລະ ສະມາ ຊິກ ສຄອຊ ໃນດ້ານນິຕິກຳທີ່ຕິດພັນ ໃນການປົກປ້ອງແມ່ຍິງ ແລະ ເພື່ອສົົ່ງເສີມບົດບາດຍິງ-ຊາຍທີ່ມີຄວາມເທົ່າທຽມກັນ.

ພາຍໃນງານຍັງມີການຮຽນຮູ້ກ່ຽວກັບການຕະຫຼາດຜ່ານຊ່ອງທາງລະບົບອອນລາຍໂດຍຜູ້ຊ່ຽວຊານທີ່ມີປະສົບການ ເພື່ອເປັນທິດທາງໄປປັບໃຊ້ໃນຊີວິດປະຈຳວັນ ແລະ ຈິນຕະນາການໃໝ່ໃນການຊອກຫາຊ່ອງທາງສ້າງລາຍໄດ້ເພີ່ມ.