ເຈົ້າຄອງ ນວ ລົງຕິດຕາມການພັດທະນາໂຄງການທ່າບົກທ່ານາແລ້ງ

841

ການນໍານະຄອນຫຼວງວຽງຈັນ ໄດ້ລົງຢ້ຽມຢາມໂຄງການທ່າບົກທ່ານາແລ້ງ ເພື່ອສ້າງ ຄວາມຮັບຮູ້ ແລະ ເຂົ້າໃຈໃຫ້ພາກລັດ – ທຸລະກິດ ກ່ຽວກັບແຜນດໍາເນີນງານຂອງໂຄງການທີ່ຈະນໍາຜົນປະໂຫຍດມະຫາສານໃໝ່ມາສູ່ເສດຖະກິດລາວ.

ໃນວັນທີ 31 ກໍລະກົດ 2021 ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງ ວຽງຈັນ ( ນວ ) ໄດ້ລົງຕິດຕາມ ແລະ ຊຸກຍູ້ການພັດທະນາໂຄງການທ່າບົກທ່ານາແລ້ງ ຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ໂດຍມີບັນດາຫົວໜ້າພະແນກການອ້ອມຂ້າງ ພ້ອມດ້ວຍຂະແໜງການກ່ຽວຂ້ອງພາກທຸລະກິດໃນ ນວ ເຂົ້າຮ່ວມ. ຕ້ອນຮັບຄະນະຄັ້ງນີ້ມີ ທ່ານ ຈັນທອນ ສິດທິໄຊ ປະທານ ບໍລິສັດ ວຽງຈັນໂລຊິດສະຕິກ ພາກ ຈຳກັດ ພ້ອມດ້ວຍຜູ້ບໍລິຫານລະດັບສູງ.

ທ່ານ ສາຄອນ ພິລາງາມ ຜູ້ອໍານວຍການທ່າບົກທ່ານາແລ້ງ ກ່າວພາບລວມຂອງການຂົນສົ່ງລາວເຮົາກ່ອນໜ້ານີ້ມີທັງຂໍ້ຫຍຸ້ງຍາກ ແລະ ຄ່າສິ້ນເປືອງທີ່ຂ້ອນຂ້າງສູງ ຖ້າທຽບໃສ່ປະເທດອ້ອມຂ້າງ ເນື່ອງຈາກປະເທດເຮົາບໍ່ມີທະເລ ( ທ່າເຮືອ ) ແລະ ບໍ່ມີລົດໄຟແລ່ນຜ່ານ. ສະນັ້ນ, ເມື່ອເປີດໃຫ້ບໍລິການທ່າບົກທ່ານາແລ້ງ ຈະແກ້ໄຂບັນຫາຄວາມຫຍຸ້ງຍາກ ທັງເປັນການຫຼຸດຕົ້ນທຶນໃນການຂົນສົ່ງລົງ ແລະ ຂອດຂັ້ນເວລາໃຫ້ສັ້ນລົງ.

ທ່ານຍັງກ່າວອີກວ່າ: ທ່າບົກທ່ານາແລ້ງ ເປັນສະຖານີບໍລິການດ້ານຂົນສົ່ງສິນຄ້າ ພວກເຮົາເປີດໃຫ້ພາກທຸລະກິດຕ່າງໆເຂົ້າມາມີສ່ວນຮ່ວມໃນການດໍາເນີນທຸລະກິດດ້ານການຂົນສົ່ງສິນຄ້າ – ແຈກຢາຍສິນຄ້າ, ເປັນສູນລວມສິນຄ້າກະສິກໍາ, ອຸດສາຫະກຳ ເພື່ອສົ່ງອອກໄປຂາຍຕ່າງປະເທດ.

ທ່ານ ຈັນທອນ ສິດທິໄຊ ກ່າວວ່າ: ຍຸດທະສາດຂອງລັດຖະບານ ວ່າດ້ວຍການເຊື່ອມໂຍງ ຖ້າເຮົາບໍ່ມີບ່ອນລວມສູນຂອງສິນຄ້າທີ່ດໍາເນີນຂັ້ນຕອນຕ່າງໆໃຫ້ອໍານວຍຄວາມສະດວກແມ່ນພວກເຮົາຈະເສຍປຽບ ຕໍ່ໄປຈະເອົາສິນຄ້າລົງຢູ່ນີ້ມີລົດຂອງພາກທຸລະກິດລາວ ມາເອົາເຄື່ອງຈາກຈຸດນີ້ໄປ ສະເລ່ຍປີໜຶ່ງ 2 ແສນຕູ້ຄອນເທັນເນີ ຄິດເປັນມູນຄ່າ 60 ລ້ານໂດລາສະຫະລັດ ຈະໝູນວຽນພາຍໃນລະບົບການຂົນສົ່ງ ເຮັດໃຫ້ບໍລິສັດຂົນສົ່ງໃນນະຄອນຫຼວງວຽງຈັນນີ້ໄດ້ຜົນປະໂຫຍດ.

ທ່ານກ່າວອີກວ່າ: ພາລະກິດຂອງພວກເຮົາເປັນຕົວແທນຂອງລັດຖະບານ ສ້າງໂຄງລ່າງພື້ນຖານເພື່ອບໍລິການສັງຄົມ, ໂຄງການດັ່ງກ່າວເປັນໂຄງການຂອງລັດຖະບານ ເຊິ່ງໂລຈິສຕິກ ເປັນຫົວໃຈ, ເປັນປາຍແຫຼມຂອງການພັດທະນາ. ສະນັ້ນ, ເຮົາເລີ່ມຈາກຈຸດນີ້ເປັນການບໍລິການລວມສູນອອກໄປ ຈຶ່ງຢາກນໍາສະເໜີໃຫ້ທຸກພາກສ່ວນເຂົ້າໃຈໃນພາລະບົດບາດຂອງພວກເຮົາ ແລະ ເຫັນເຖິງ ຄວາມຕັ້ງໃຈທີ່ພວກເຮົາຢາກພັດທະນາໃຫ້ທຸກຄົນເຂົ້າມາມີສ່ວນຮ່ວມ.

ໂອກາດດັ່ງກ່າວ, ທ່ານ Tee Chee Seng Vice President of VLP Co.,Ltd ໄດ້ລາຍງານສະພາບລວມຂອງການພັດທະນາ ໂຄງການທ່າບົກທ່ານາແລ້ງ ໂດຍສັງເຂບ ພ້ອມຍົກໃຫ້ເຫັນທິດທາງການໄຫຼວຽນຂອງສິນຄ້າພາຍຫຼັງທີ່ເປີດໃຫ້ບໍລິການ ຈະເປັນໂອກາດໃຫ້ຜູ້ປະກອບການສິນຄ້າລາວທີ່ຜະລິດຕາມມາດຕະຖານສາກົນ ສາມາດສົ່ງອອກໄປຕ່າງປະເທດຜ່ານທ່າບົກທ່ານາແລ້ງ ໄດ້ຢ່າງສະດວກ ແລະ ວ່ອງໄວ. ພ້ອມກັນນັ້ນ, ກໍຈະເປັນຈຸດກະຈາຍສິນຄ້າຂອງໂລກໃນພາກພື້ນຕາມແລວທາງທ່າບົກທ່ານາແລ້ງ ຈະເຮັດໃຫ້ໂອກາດທຸລະກິດຂອງລາວມີຫຼາຍຂຶ້ນ ຮອງຮັບສິນຄ້າຈາກເອີຣົບ – ສປ ຈີນ -ນະຄອນຫຼວງ ວຽງຈັນ – ບັນດາປະເທດໃນອາຊຽນ.

ພາຍຫຼັງທີ່ໄດ້ຮັບຟັງການລາຍງານ ແລະ ຢ້ຽມຊົມການພັດທະນາໂຄງການທ່າບົກທ່ານາແລ້ງ, ທ່ານ ອາດສະພັງທອງ ສີພັນດອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງໃນການເຂົ້າມາພັດທະນາພື້ນຖານໂຄງລ່າງ ອໍານວຍຄວາມສະດວກໃນການຂົນສົ່ງ ທ່ານກ່າວວ່າ: ຍຸດທະສາດເຊື່ອມຈອດກັບທະເລຂອງປະເທດເຮົາແມ່ນໃກ້ເປັນຈິງ ທ່າບົກທ່ານາແລ້ງ ແມ່ນຫັນເປັນທາງຜ່ານທີ່ມີຫຼັກການທີ່ສຸດ ພວກເຮົາສ້າງພື້ນຖານໂຄງລ່າງຮອງຮັບການຈັດຕັ້ງປະຕິບັດລະບົບໂລຈິສ ຕິກ ອໍານວຍຄວາມສະດວກ, ແກ້ໄຂບັນຫາກົນໄກອໍານວຍ ຄວາມສະດວກທາງການຄ້າບໍລິການດ້ານສັງຄົມ, ເປັນການສ້າງຂີດຄວາມສາມາດໃຫ້ເຈົ້າໜ້າທີ່ຂອງລາວໄປພ້ອມໆກັນ.

ໂຄງການທ່າບົກທ່ານາແລ້ງ ແລະ ເຂດໂລຊິດສະຕິກ ຄົບວົງຈອນ ນະຄອນຫຼວງວຽງຈັນ ຕັ້ງຢູ່ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ມີເນື້ອທີ່ກວມລວມທັງໝົດ 382 ເຮັກຕາ ລວມມີມູນຄ່າການລົງທຶນໂຄງການທັງໝົດ 727 ລ້ານໂດລາສະຫະລັດ ຈະແບ່ງອອກເປັນ 3 ໄລຍະ.

▶ ໄລຍະທີ 1: ແມ່ນໄລຍະການປ່ຽນຜ່ານການບໍລິຫານຈັດການຮູບແບບການບໍລິການແບບເດີມຂອງລານຕູ້ຄອນເທັນເນີ ຂອງລັດວິສາຫະກິດລາວ ບໍລິການສິນຄ້າຜ່ານແດນ ( ລລບສ ) ຄູ່ຂະໜານກັບຮູບແບບການບໍລິການດ້ວຍລະບົບບໍລິຫານຈັດການຂ້າມຜ່ານຂອງທ່າບົກທ່ານາແລ້ງ, ຄຽງຄູ່ກັນນັ້ນແມ່ນເລີ່ມຕົ້ນການຍ້າຍຖານຂໍ້ມູນລູກຄ້າ ແລະ ການບໍລິການທັງໝົດເຂົ້າໃນລະບົບ Terminal Operating System ( TOS ) ຂອງທ່າບົກທ່ານາແລ້ງ ໃນວັນທີ 1 ມິຖຸນາ 2021.
▶ ໄລຍະທີ 2: ການເປີດນຳໃຊ້ທ່າບົກທ່ານາແລ້ງແບບເຕັມຮູບແບບ ພາຍໃນທ້າຍເດືອນສິງຫາ 2021.
▶ ໄລຍະທີ 3: ເຂດໂລຊິດສະຕິກ ພາກ ນະຄອນຫຼວງວຽງຈັນ ຄາດວ່າຈະເປີດນຳໃຊ້ພາຍໃນໄຕມາດທີ 1 ປີ 2022.