ມື້ນີ້ຈຳປາສັກຕິດເພີ່່ມ 48 ຄົນ ຈາກການກວດຕົວຢ່າງ 242 ກໍລະນີ

312

ແຂວງຈຳປາສັກ ຍັງຕ້ອງໄດ້ເຂັ້ມງວດ ຕໍ່ກັບສະຖານະການໃນປັດຈຸບັນກ່ຽວກັບການປ້ອງກັນ ແລະຄວບຄຸມພະຍາດໂຄວິດ-19 ໂດຍສະເພາະແຮງງານທີ່ກັບມາໃນແຕ່ລະວັນ ລວມທັງການລະບາດໃນຊຸມຊົນທີ່ກາດມີຫຼາຍຂຶ້ນ ເຊິ່ງມື້ນີ້ພົບກໍລະນີໃໝ່ອີກ 48 ຄົນຕາມການລາຍງານຂອງຄະນະຂັ້ນແຂວງ.


ຈາກການລາຍງານຂອງພະແນກ ສາທາລະນະສຸກ ແຂວງຈຳປາສັກ ເຊິ່ງຕາງໜ້າໂດຍ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກແຂວງ ໃນຕອນເຊົ້າວັນທີ 2 ສິງຫານີ້ໃຫ້ຮູ້ວ່າ: ໃນແຕ່ລະວັນແຮງງານກໍ່ຍັງກັບຈາກປະເທດໃກ້ຄຽງຢ່າງຕໍ່ເນື່ອງ ແລະ ຕົວເລກມື້ວານ ກໍຄືທີ 1 ສິງຫາແມ່ນແມ່ນມີ 292 ຄົນ ຄະນະສະເພາະກິດໄດ້ນຳເຂົ້າສູນຈຳກັດບໍລິເວນຕ່າງໆ ພາຍໃນແຂວງ ນັ້ນເປັນສິ່ງຊີ້ບອກວ່າ ຍັງຄົງຈະມີຕົວເລກຂອງການຕິດເຊື້ອພະຍາດໂຄວິດ-19ເພີ່ມຂຶ້ນອີກ.


ຫຼ້າສຸດຕາມການລາຍງານ ວັນທີ 2 ສິງຫາ ແຂວງຈຳປາສັກໄດ້ເກັບຕົວຢ່າງໄປກວດອີກ 242 ຕົວຢ່າງ ພົບວ່າມີຜູ້ທີ່ຜົນກວດອອກມາເປັນບວກ 48 ຄົນ ຕົວເລກທີ່ພົບມື້ນີ້ທັງໝົດແມ່ນກໍລະນີນຳເຂົ້າ ແຕ່ກໍ່ຕ້ອງໄດ້ເຝົ້າລະວັງຢ່າງໃກ້ຊິດ ແລະ ບໍ່ປະໝາດ ຕໍ່ການຕິດເຊື້ອໃນຊຸມຊົນ.


ເຮັດໃຫ້ມາຮອດປັດຈຸບັນຈຳປາສັກມີຈຳນວນຜູ້ຕິດເຊື້ອໂຄວິດ-19 ສະສົມຢູ່ທີ່ 1.825 ຄົນ ໃນນັ້ນປິ່ນປົວຫາຍດີແລ້ວ 959 ຄົນ ກຳລັງປິ່ນປົວຢູ່ໂຮງໝໍ 865 ຄົນ, ທາງຄະນະສະເພາະກິດຍັງຮຽກຮ້ອງໃຫ້ທຸກຄົນເປັນເຈົ້າການຮ່ວມກັນ ບໍ່ໃຫ້ເຊື້ອພະຍາດລະບາດສູ່ຊຸມຊົນອັນຍາກທີ່ຈະຄວບຄຸມໄດ້.