ທີມບານເຕະຍິງການາດາ ດັບຝັນ ສະຫະລັດອາເມຣິກາ ແຊັມ 4 ສະໄໝໃນໂອແລມປິກ 2020 ເຂົ້າຊີງ

474
Canada's Jessie Fleming, 17, celebrates scoring the opening goal from the penalty spot during a women's semifinal soccer match against United States at the 2020 Summer Olympics, Monday, Aug. 2, 2021, in Kashima, Japan. (AP Photo/Fernando Vergara)

ການແຂ່ງຂັນບານເຕະຍິງ ໃນງານມະຫາກໍາກີລາໂອແລມປິກ 2020 ຮອບຮອງຊະນະເລີດຄູ່ທໍາອິດເປັນການພົບກັນລະຫວ່າງ ທີມຊາດການາດາ ແລະ ທີມຊາດສະຫະລັດອາເມຣິກາ ແຊັມໂອແລມປິກ 4 ສະໄໝ ໃນເວລາ 15:00 ໂມງ.

ປາກົດວ່າ: ທີມບານເຕະຍິງ ການາດາ ສ້າງຄວາມຕື່ນເຕັ້ນດ້ວຍການພິກລ໊ອກເອົາຊະນະ ສະຫະລັດອາເມຣິກາ 1-0 ຜ່ານເຂົ້າຮອບຊີງຊະນະເລີດໃນການແຂ່ງັຂນບານເຕະຍິງ ໃນໂອແລມປິກ ເປັນສະໄໝທໍາອິດ.

ປະຕູໄຊນັດດັ່ງກ່າວໄດ້ຈາກການຍິງຈຸດໂທດຂອງ ນາງ Christine Sinclair ນາທີໆ 74 ເຮັດໃຫ້ ການາດາ ເອົາຊະນະ ສະຫະລັດອາເມຣິກາ 1-0 ຜ່ານເຂົ້າຮອບຊີງຫຼຽນຄໍາ ຫຼື ຊະນະເລີດເປັນທີມທໍາອິດໄປລໍຖ້າພົບ ທີມຊະນະລະຫວ່າງ ຊູແອັດ ຫຼື ອົດສະຕຣາລີ ທີ່ຈະແຂ່ງຂັນເປັນຄູ່ທີ 2 ເວລາ 18:00 ໂມງຂອງມື້ນີ້ວັນທີ 2 ສິງຫາ 2021.