ລັດຖະມົນຕີກະຊວງການຕ່າງປະເທດ ພ້ອມຄະນະ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54 ແລະ ກອງປະຊຸມກ່ຽວຂ້ອງແບບທາງໄກ

513

ໃນວັນທີ 2 ສິງຫາ 2021 ທີ່ ກະຊວງການຕ່າງປະເທດ ນະຄອນຫຼວງວຽງຈັນ, ທ່ານ ສະເຫຼີມໄຊ ກົມມະສິດ ລັດ ຖະມົນຕີກະຊວງການຕ່າງປະເທດ ໄດ້ນຳພາຄະນະເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54, ກອງປະ ຊຸມພົບປະ ລະຫວ່າງ ລັດຖະມົນຕີຕ່າງປະເທດອາຊຽນ ກັບ ຜູ້ຕາງໜ້າຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິທະນຸດ, ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້, ກອງປະ ຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 23 ແລະ ກອງປະ ຊຸມສະພາປະສານງານອາຊຽນ ຄັ້ງທີ 29 ແບບທາງໄກ ພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ.


ກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ຄັ້ງທີ 54 ໄດ້ປຶກສາຫາລື ແລະ ຕີ ລາຄາສູງຕໍ່ຄວາມພະຍາຍາມຂອງອາຊຽນ ໃນການສືບຕໍ່ຮ່ວມມືເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳບູລິມະສິດພາຍໃຕ້ການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ໃນປີ 2021 ເປັນຕົ້ນແມ່ນການຮັບມືກັບພາວະສຸກເສີນ ແລະ ໄພພິບັດທາງທໍາມະຊາດຜ່ານຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພ ພິບັດ ແລະ ພາວະສຸກເສີນ ລວມທັງຄວາມຄືບໜ້າການສ້າງຕັ້ງກອງທຶນອາຊຽນ ເພື່ອຮັບມືກັບການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ການຈັດຊື້ຢາວັກແຊັງໃຫ້ແກ່ປະເທດສະມາຊິກອາຊຽນ ແລະ ພະນັກງານກອງເລຂາອາຊຽນ, ການສ້າງຄັງແຮຢາປົວພະຍາດ ແລະ ອຸປະ ກອນການແພດເພື່ອຮັບມື ແລະ ແກ້ໄຂພາວະສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ ແລະ ອື່ນໆ. ກອງປະຊຸມຍັງໄດ້ພິຈາລະນາຂໍ້ສະເໜີການສະໝັກເຂົ້າເປັນພາຄີຂອງສົນທິສັນຍາໄມຕີຈິດ ແລະ ການຮ່ວມມືໃນອາຊີຕາ ເວັນອອກສ່ຽງໃຕ້ (TAC) ຂອງບັນດາປະເທດນອກພາກພື້ນອາຊຽນທີ່ມີຄວາມສົນໃຈຈຳນວນໜຶ່ງ ພ້ອມທັງປຶກສາຫາລືການຮ່ວມມືອາຊຽນ ກັບແຕ່ລະຄູ່ເຈລະ ຈາອາຊຽນ ແລະ ພິຈາລະນາການສະເໜີເຂົ້າເປັນຄູ່ຮ່ວມຂະແໜງການ ແລະ ຄູ່ຮ່ວມເຈລະຈາອາຊຽນ. ພ້ອມກັນນີ້, ກອງປະຊຸມກໍໄດ້ປຶກສາຫາລືການກະກຽມດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ບັນດາກອງປະຊຸມລັດຖະ ມົນຕີທີ່ກ່ຽວຂ້ອງໃນໂອກາດກອງປະຊຸມຄັ້ງນີ້, ແລະ ການກະກຽມໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ໃນຮູບແບບທາງໄກ.


ໃນຕອນບ່າຍຂອງວັນດຽວກັນ, ທ່ານ ລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ໄດ້ສືບຕໍ່ເຂົ້າຮ່ວມບັນດາກອງປະຊຸມລັດຖະມົນຕີທີ່ກ່ຽວຂ້ອງເຊັ່ນ: ກອງປະຊຸມສະພາປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ ຄັ້ງທີ 23 ໄດ້ຮັບຊາບ ແລະ ປຶກສາຫາລືກ່ຽວກັບຄວາມຄືບໜ້າໃນການຈັດຕັ້ງປະຕິບັດວຽກງານຂອງບັນດາຂະແໜງການ ພາຍໃຕ້ເສົາຄ້ຳປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນໃນໄລຍະ 1 ປີຜ່ານມາ, ໂດຍສະ ເພາະແມ່ນຄວາມຄືບໜ້າຂອງການຈັດຕັ້ງປະຕິບັດບັນ ດາກິດຈະກຳພາຍໃຕ້ແຜນແມ່ນບົດປະຊາຄົມການເມືອງ- ຄວາມໝັ້ນຄົງອາຊຽນ 2025, ພ້ອມທັງຊຸກຍູ້ຂະແໜງການຕ່າງໆພາຍໃຕ້ເສົາຄໍ້າປະ ຊາຄົມການເມືອງໃຫ້ເພີ່ມທະວີຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດ ຈະກຳທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.
ກອງປະຊຸມພົບປະ ລະຫວ່າງ ລັດຖະ ມົນ ຕີຕ່າງປະເທດອາຊຽນ ກັບ ຜູ້ຕາງໜ້າຄະ ນະກໍາມາທິການ ລະຫວ່າງ ລັດ ຖະບານອາຊຽນ ວ່າດ້ວຍສິດທິມະນຸດ. ກອງປະຊຸມໄດ້ຮັບຊາບບົດລາຍງານປະຈໍາປີໃນການຈັດຕັ້ງປະຕິບັດບັນດາແຜນງານ ບູລິມະສິດ ແລະ ກິດຈະກໍາຂອງຄະນະກໍາມາທິການ ລະຫວ່າງ ລັດຖະບານອາຊຽນ ວ່າດ້ວຍສິດທິມະນຸດ ພ້ອມທັງໄດ້ຮັບ ຮອງເອົາບັນດາແຜນງານບູລິມະສິດ ແລະ ກິດຈະກໍາ ສໍາລັບປີ 2022.


ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 29 ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາບູລິມະສິດການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ສໍາລັບປີ 2021 ໂດຍສະເພາະຄວາມຄືບໜ້າໃນການຮັບມື ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ອື່ນໆ. ກອງປະຊຸມ ໄດ້ພິຈາລະນາຮັບຮອງເອົາບັນດາເອະສານ ຄື: ພາລະບົດບາດ ແລະ ແຜນດໍາເນີນງານຂອງຄະນະສະເພາະກິດລະດັບສູງ ເພື່ອຮ່າງວິໄສທັດປະຊາຄົມອາຊຽນ ຫຼັງປີ 2025, ເອກະສານ ວ່າດ້ວຍການພັດທະນາແລວການເດີນທາງອາຊຽນ, ເອກະສານທິດນຳ ກ່ຽວກັບການເຂົ້າຮ່ວມຂອງ ຕີມໍແລັດສະເຕ ໃນບັນດາກິດຈະກຳການສ້າງຂີດຄວາມສາມາດຂອງອາຊຽນ, ເອກະສານຮູບແບບສຳລັບປະທານອາຊຽນ ແລະ ຂະແໜງການອາຊຽນ ໃນການຈັດກອງປະຊຸມຢູ່ສຳ ນັກງານກອງເລຂາອາຊຽນ ແລະ ເອກະສານຂໍ້ສະເໜີແນະ ເພື່ອຮັດແໜ້ນການປະ ສານງານຂ້າມເສົາຄໍ້າ ແນໃສ່ຍົກສູງຄວາມກຽມພ້ອມຮັບມື ແລະ ຕອບໂຕ້ໄພພິບັດ ແລະ ພາວະສຸກເສີນໃນອາຊຽນ. ທ້າຍສຸດ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການສະເໜີຈາກເລຂາທິການໃຫຍ່ອາຊຽນ ໃນການແຕ່ງຕັ້ງ ທ່ານ ເອກະພາບ ພັນທະວົງ, ເອກອັກຄະລັດຖະທູດ, ຜູ້ຕາງໜ້າຖາວອນ ແຫ່ງ ສປປ ລາວ ປະຈໍາອາຊຽນ ເປັນຮອງເລຂາທິການໃຫຍ່ອາຊຽນ ຮັບຜິດຊອບເສົາຄໍ້າປະຊາຄົມວັດທະນະທໍາ-ສັງຄົມອາຊຽນ, ຊຶ່ງຈະເລີ່ມປະຕິບັດໜ້າທີ່ນັບແຕ່ເດືອນ ຕຸລາ 2021 ຫາ ເດືອນ ກັນຍາ 2024.

ກອງປະຊຸມຄະນະກຳມາທິການເຂດປອດອາວຸດນິວເຄລຍໃນອາຊີຕາເວັນອອກສ່ຽງໃຕ້ ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິບັດແຜນປະຕິບັດງານເພື່ອສົ່ງເສີມສົນທິສັນຍາ ວ່າດ້ວຍການສ້າງເຂດປອດອາວຸດ ນິວເຄລຍຢູ່ພາກພື້ນອາຊີ ຕາເວັນອອກສ່ຽງໃຕ້ ສໍາລັບປີ 2018-2022 ແລະ ປຶກສາຫາລື ກ່ຽວກັບທິດທາງໃນຕໍ່ໜ້າຂອງອານຸສັນຍາດັ່ງກ່າວ.