ນະຄອນປາກເຊ ໃຫ້ກຸ່ມເປົ້າໝາຍເຂົ້າເກັບຕົວຢ່າງດ່ານເພາະສ່ຽງຕິດເຊື້ອເພີ່ມສູງ

0
623

ດັ່ງທີ່ຮູ້ ແລະ ໄດ້ລາຍງານໄປໃນແຕ່ລະວັນແລ້ວສຳລັບແຂວງ ຈຳປາສັກ ທີ່ມີຜູ້ຕິດເຊື້ອພະຍາດໂຄວິດ-19 ສູງ ໂດຍສະເພາະເລີ່ມແຕ່ຕົ້ນເດືອນ ກໍລະກົດ ເປັນຕົ້ນມາ ກໍ່ເຫັນວ່າຕົວເລກມີການຜັນປ່ຽນຫຍັບຂຶ້ນຢ່າງຕໍ່ເນື່ອງ ຕະຫຼອດ 1 ເດືອນເຕັມ ໃນນັ້ນ ສ່ວນໃຫຍ່ແມ່ນພົບການຕິດເຊື້ອໃນແຮງງານເປັນສ່ວນຫຼາຍ ແລະເລີ່ມມີການຕິດເຊື້ອໃນຊຸມຊົນ ຈົນຫຼ້າສຸດ ຄະນະສະເພາະກິດແຂວງຈຳປາສັກໄດ້ລະດົມໃຫ້ກຸ່ມສ່ຽງຮີບຮ້ອນໄປເກັບຕົວຢ່າງເພື່ອກວດຫາເຊື້ອໂຄວິດ-19.


ຈາກການລາຍງານຂອງ ທ່ານ ດຣ ວຽງສີ ສຸພັກດີ ຫົວໜ້າພະແນກສາທາລະນະສຸກ ແຂວງ ຈຳປາສັກ ໄດ້ມີການຖະແຫຼງການ ໃນເຊົ້າວັນທີ 2 ສິງຫາ ໂດຍມີໃຈຄວາມວ່າ: ເນື່ອງຈາກເຊື້ອພະຍາດໂຄວິດ-19 ສາຍພັນເດວຕ້າ ທີ່ມີການແຜ່ລະບາດເປັນວົງກວ້າງໄປຫຼາຍປະເທດ ໃນປັດຈຸບັນ ແລະ ແນ່ນອນໜຶ່ງໃນຫັ້ນແມ່ນ ສປປ ລາວ ທີ່ໄດ້ຮັບຜົນກະທົບເຊັ່ນດຽວກັນ.


ຕົກມາເຖິງປັດຈຸບັນ ທັງແຂວງ ຈຳປາສັກ ແມ່ນຍັງມີຄວາມສ່ຽງຫຼາຍຕໍ່ກັບການເພີ່ມຂຶ້ນຂອງຈຳນວນຜູ້ຕິດເຊື້ອ ດັ່ງນັ້ນ ເພື່ອເປັນແນວທາງ ແລະ ຄວບຄຸມຈຶ່ງມີການຕັ້ງໃສ່ກຸ່ມເປົ້າໝາຍ ແລະ ນຳເອົາຄົນໃນຈຳນວນດັ່ງກ່າວມາເກັບຕົວຢ່າງໃນ ວັນທີ 3 ສິງຫານີ້ເປັນຕົ້ນໄປ ເພື່ອໃຫ້ທັນເຫດການ ແລະ ໄວທີ່ສຸດ ໃນນັ້ນ ປະກອບມີແມ່ຄ້າຂາຍຕາມຕະຫຼາດ ( ຕະຫຼາດດາວເຮືອງ), ຮ້ານຕັດຜົມທັງໝົດໃນນະຄອນປາກເຊ, ຮ້ານບໍລິການນວດສະປາຕ່າງໆ ແລະ ພະນັກງານຂັບລົດໂດຍສານ ລະຫວ່າງ ເມືອງກັບແຂວງ ກໍຄືນະຄອນປາກເຊ ໂດຍຈະກຳນົດເອົາ ສະໜາມກິລາ ຫຼັກ 2 ສຳລັບເປັນສະຖານທີ່ໃນການກວດຫາເຊື້ອຂອງກຸ່ມຄົນດັ່ງກ່າວ.


ເຊິ່ງປັດຈຸບັນ ທາງທີມຄະນະສະເພາະກິດ ກໍ່ໄດ້ມີການກະກຽມສະຖານທີ່ ຢ່າງເຕັມທີ່ ແລະ ຂໍຄວາມຮ່ວມມື ຈາກທຸກພາກສ່ວນໂດຍສະເພາະກຸ່ມເປົ້າໝາຍທີ່ລະບຸໄວ້ຂ້າງເທິງນັ້ນໃຫ້ໄປເກັບຕົວຢ່າງໃນຕອນເຊົ້າວັນທີ 3 ສິງຫາ.

LEAVE A REPLY

Please enter your comment!
Please enter your name here