ບົດສະຫຼຸບຂອງ 4 ນັກກີລາລາວ ໃນໂອແລມປິກ 2020

1055

ທັບນັກກີລາລາວ ແຂ່ງຂັນໃນງານມະຫາກໍາກີລາ ໂອແລມປິກ 2020 ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ ສໍາເລັດເປັນທີ່ຮຽບຮ້ອຍໃນນັກກີລາທັງໝົດ 4 ຄົນຈາກ 3 ປະເພດກີລາ ເຖິງວ່າຈະບໍ່ສາມາດຜ່ານເຂົ້າຮອບໄດ້ ແຕ່ກໍສາມາດສ້າງຜົນງານໂດດເດັ່ນ ໂດຍສະເພາະ 2 ນັກກີລາລອຍນໍ້າ ລົງແຂ່ງຂັນໃນທ້າຍອາທິດທີ່ຜ່ານມາ ສາມາດຍາດໄດ້ອັນດັບ 2 ແລະ 3 ໃນຮອບແບ່ງກຸ່ມ ແຕ່ບໍ່ໄດ້ສິດເຂົ້າແຂ່ງຮອບຕໍ່ໄປ.
ທີມຂ່າວເສດຖະກິດ-ການຄ້າ ຕິດຕາມຫາ ທ່ານ ຈະເລີນສຸກ ອ່າວອຸດົມພັນ ຜູ້ຈັດການ ແລະ ຄູຝຶກທີມ ແລ່ນ-ລານ ໃນງານໂອແລມປິກເກມ 2020 ( ຫົວໜ້າຝ່າຍ ເຕັກນິກ ແລະ ພັດທະນາ ຂອງສະຫະພັນແລ່ນ-ລານແຫ່ງຊາດ ) ທີ່ເດີນທາງໄປກັບທັບນັກກີລາລາວ ໃນຄັ້ງນີ້ເປີດເຜີຍວ່າ: ສໍາລັບ ນັກກີລາລາວ ທັງ 4 ຄົນແມ່ນແຂ່ງຂັນສໍາເລັດເປັນທີ່ຮຽບຮ້ອຍ ເຖິງຈະບໍ່ສາມາດເຂົ້າຮອບ ແຕ່ກໍສ້າງຜົນງານໄດ້ໂດດເດັ່ນດັ່ງນີ້:

-ວັນທີ 24 ກໍລະກົດ 2021 ທ້າວ ສຸກພະໄຊ ສິດທິສານ ນັກກີລາຢູໂດທີມຊາດລາວ ມື 105 ຂອງໂລກ ລຸ້ນນໍ້າໜັກ 60 ກິໂລ ລົງແຂ່ງຂັນເປັນຄົນທໍາອິດຂອງ ສປປ ລາວ ເຊິ່ງມີນັກກີລາທັງໝົດໃນຮຸ່ນນີ້ 23 ຄົນ ປາກົດວ່າ: ຮອບທໍາອິດ ເສຍໃກ້ກັບ Eric Takabatake ນັກກິລາຢູໂດ ອັນດັບທີ 14 ຂອງໂລກ ທີມຊາດບຣາຊິນ ຕົກຮອບໄປ.

-ວັນທີ 30 ກໍລະກົດ 2021 ນາງ ສິລິນາ ພະອາໄພ ນັກກີລາແລ່ນ-ລານ 100 ແມັດຍິງ ເຊິ່ງເປັນນັກກີລາລາວ ຄົນທີ 2 ທີ່ໄດ້ລົງແຂ່ງຂັນໃນໂອແລມປິກ 2020 ແລະ ຮອບທໍາອິດ ( ຮອບຄັດເລືອກ ) ມີການແຂ່ງຂັນເຖິງ 3 ກຸ່ມ, ເຊິ່ງສິລິນາ ຢູ່ກຸ່ມ 2 (Heat 2) ມີນັກກີລາທັງໝົດ 9 ຄົນ ໂດຍຈະຄັດເອົາອັນດັບ 1-3 ເຂົ້າຮອບທີ 2 ( ເຊິ່ງຮອບ 2 ມີ 7 ກຸ່ມ ) ປາກົດວ່າ: ສິລິນາ ພະຍາຍາມສຸດຂີດແລ້ວແລ່ນເຂົ້າເສັ້ນໄຊດ້ວຍເວລາ 12,41 ວິນາທີ ຈົບຢູ່ອັນດັບທີ 6 ຂອງກຸ່ມຕົກຮອບໄປ.

-ນາງ ສິຣິອາລຸນ ບຸດຈະເລີນ ນັກກີລາລອຍນໍາຟຣີສະຕາຍ 50 ແມັດຍິງ ເຊິ່ງປະເພດ 50 ແມັດຍິງມີເຖິງ 11 ກຸ່ມ ໂດຍ ສະຣິອາລຸນ ຢູ່ກຸ່ມທີ 3 ມີນັກກີລາທັງໝົດ 8 ຄົນ ສິລິອາລຸນ ບຸດຈະເລີນ ນັກກິລາລອຍນໍ້າຈາກ ສປປ ລາວ ລົງແຂ່ງລາຍການ ທ່າຟຣີສະຕາຍ 50 ແມັດຍິງ ໃນ Heat ທີ 3 (ກຸ່ມທີ 3) ຮ່ວມກັບນັກກິລາຈາກ ບັງກະລາເທດ, ຄູເວດ, ເອັສວາຕານີ້, ທາຈີກິດສະຖານ, ກຳປູເຈຍ, ເບນິນ ແລະ ປາເລັສຕາຍ ຜົນປະກົດວ່າ: ສິລິອາລຸນ ທຳເວລາໄດ້ 29,22 ວິນາທີ ໄດ້ອັນດັບ 2 ຈາກ 8 ຄົນໃນການຄັດເລືອກກຸ່ມນີ້ ຕາມຫຼັງອັນດັບທີ 1 ນັກກີລາຈາກ ທາຈີກິສຖານ ພຽງ 0,17 ວິນາທີ ເຊິ່ງກໍເປັນການທໍາລາຍສະຖິຕິຂອງຕົວເອງຈາກທີ່ເຄີຍເຮັດໄດ້ 31,19 ວິນາທີ ຕາມຫຼັງສະຖິຕິໂອແລມປິກ 5,17 ວິນາທີ ແລະ ຕາມຫລັງສະຖິຕິໂລກ 5,55 ວິນາທີ.

-ວັນທີ 30 ກໍລະກົດ 2021 ທ້າວ ສັນຕິສຸກ ອິນທະວົງ ລອຍນໍ້າຟຣີສະຕາຍ 50 ແມັດຊາຍ ໃນ Heat ທີ 3 ຮ່ວມກັບນັກກີລາຈາກ ເຊຣາລີອົງ, ສາທາລະນະລັດກີນີ, ທາຈີກິສຖານ, ເຄັບເວີດ, ໂຕໂກ, ເອັສວາຕານີ ແລະ ເອທິໂອເປຍ ປາກົດວ່າ: ເວລາຂອງ ສັນຕິສຸກ ເຮັດໄດ້ 26,04 ວິນາທີ ໄດ້ອັນດັບ 3 ຈາກ 8 ຄົນໃນການຄັດເລືອກກຸ່ມນີ້ ຕາມຫຼັງທີ 1 ນັກກີລາຈາກໂຕໂກ ພຽງ 0,36 ວິນາທີ, ເວລາຂອງ ສັນຕິສຸກ ຕາມຫລັງສະຖິຕິໂອແລມປິກ 4,74 ວິນາທີ ແລະ ຕາມຫລັງສະຖິຕິໂລກ 5,13 ວິນາທີ.

ສໍາລັບ 2 ນັກກີລາລອຍນໍ້າລາວ ທີ່ຕິດອັນດັບ 2 ແລະ 3 ໃນຮອບແບ່ງກຸ່ມ ( ຮອບທໍາອິດ ) ແມ່ນບໍ່ສາມາດເຂົ້າຮອບໄດ້ຢ່າງໜ້າເສຍດາຍ ເນື່ອງຈາກລາຍການຈະຄັດເອົາພຽງອັນດັບ 1 ຂອງແຕ່ລະກຸ່ມ ທີ່ມີສາມາດຮັກເວລາທີ່ດີທີ່ສຸດຄຶື ລອຍນໍ້າຟຣີສະຕາຍ 50 ແມັດຊາຍ 22,25 ວິນາທີລົງມາ, ສ່ວນ ລອຍນໍ້າຟຣີສະຕາຍ 50 ແມັດຍງ 24,98 ລົງມາ.
ຂ່າວ: ຫຼ້າ; ຮູບຈາກ: aiko sb, tommy santisouk, Silina Phaaphay ແລະ ສຸກພະໄຊ ສິດທິສານ