ຕ້ອງລັອກດາວ ເຂດເສດຖະກິດສາມຫຼ່ຽມຄຳອີກຄັ້ງ ຫຼັງພົບຜູ້ຕິດເຊື້ອບໍ່ສະແດງອາການ

377

ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຂວງບໍ່ແກ້ວອອກແຈ້ງການດ່ວນໃຫ້ປິດການເຂົ້າ-ອອກໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ພາຍຫຼັງພົບຜູ້ຕິດເຊື້ອທີ່ບໍ່ສະແດງອາການ.

ໃນແຈ້ງການລະບຸວ່າ: ເນື່ອງຈາກວ່າສະພາບການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ຢູ່ພາຍໃນ ສປປ ລາວ ແລະບັນດາ ປະເທດເພື່ອນບ້ານຍັງມີຜູ້ຕິດເຊື້ອຫຼາຍຂຶ້ນເລື້ອຍໆ ໂດຍສະເພາະການພົບກໍລະນີຜູ້ຕິດເຊື້ອຢູ່ແຂວງຫຼວງນ້ຳທາ ແລະ ແຂວງຄຳມ່ວນ ແມ່ນກໍລະນີທີ່ເດີນທາງຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ (ອາດເປັນກໍລະນີຜູ້ຕິດເຊື້ອທີ່ບໍ່ສະແດງອາການທີ່ກວດບໍ່ພົບຈາກການລະບາດຄັ້ງກ່ອນ) ເພື່ອເປັນການປ້ອງກັນ ແລະຄວບຄຸມການຕິດເຊື້ອ, ແຜ່ເຊື້ອບໍ່ໃຫ້ມີການແຜ່ລະບາດໄປເປັນວົງກວ້າງ.


ຄະນະສະເພາະກິດປ້ອງກັນໂຄວິດ-19 ແຂວງບໍ່ແກ້ວ ຂໍຖືເປັນກຽດ ແຈ້ງມາຍັງ ເຂດເສດຖະກິດພິເສດສາມຫຼ່ຽມຄຳ, ອົງການຈັດຕັ້ງພັກ-ລັດ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ສອງກອງບັນຊາການປກຊ-ປກສ, ບັນດາເຈົ້າເມືອງ 5 ເມືອງ, ນັກທຸລະກິດ, ຜູ້ປະກອບການ ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ເພື່ອຊາບ ດັ່ງນີ້:

1. ປິດການເດີນທາງເຂົ້າ-ອອກພາຍໃນເຂດເສດຖະກິດພິເສດສາມຫຼ່ຽມຄຳ ເລີ່ມແຕ່ເວລາ 00:00 ໂມງ ຂອງ
ວັນທີ 01 ສິງຫາ ຫາ ເວລາ 24:00 ໂມງ ຂອງວັນທີ 15 ສິງຫາ 2021 ເປັນຕົ້ນໄປ.
2. ມອບໃຫ້ເຈົ້າໜ້າທີ່ແພດໝໍ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຄົ້ນຫາເອົາຜູ້ສຳຜັດ, ໃກ້ຊິດກໍລະນີ້ຜູ້ຕິດເຊື້ອດັ່ງກ່າວ ອອກຈາກຊຸມຊົນເພື່ອປິ່ນປົວໂດຍໄວ.
3. ໃຫ້ດ່ານຈຸດກວດກາ ແລະ ບ້ານ ທີ່ຢູ່ໃກ້ຄຽງເຂດຊາຍແດນ, ຕິດກັບເຂດທີ່ມີຄວາມສ່ຽງພ້ອມກັນເອົາໃຈໃສ່ຕິດຕາມ, ກວດກາການລັກລອບເຂົ້າ-ອອກບໍ່ຖືກຕ້ອງຢ່າງເຂັ້ມງວດ.